ພິທີປິດ ກອງປະຊຸມ ການຈັດຕັ້ງປະຕິບັດວຽກງານໂຄງການ ຄສກສ ຮ່ວມກັບ ADB mission ໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກຳເປັນສິນຄ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ ທີ່ ຫ້ອງປະຊຸມ ສູນຝຶກອົບຮົມ ເຕັກນິກກະສິກຳ ແລະ ພັດທະນາຊົນນະບົດ ລາວ-ເກົາຫຼີ ຄັ້ງວັນທີ 20 ພະຈິກ 2025.
ໃນຕອນເຊົ້າວັນທີ 20 ພະຈິກ 2025, ທີ່ຫ້ອງປະຊຸມ ສູນຝຶກອົບຮົມ ເຕັກນິກກະສິກຳ ແລະ ພັດທະນາຊົນນະບົດ ລາວ-ເກົາຫຼີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຄະນະກົມສົ່ງເສີມກະສິກຳ ແລະ ສະຫະກອນ ພ້ອມດ້ວຍຄະນະທີມງານໂຄງການ ຂອງ ADB ແລະ ບັນດາແຂວງ ແຂວງຄໍາມ່ວນ, ແຂວງສະຫວັນນະເຂດ, ແຂວງສາລະວັນ, ແຂວງເຊກອງ ແລະ ແຂວງຈໍາປາສັກ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໂດຍການເປັນປະທານຂອງ ທ່ານ ປອ. ນາງ ຈັນທະຄອນ ບົວລະພັນ ຮອງ ລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ຜູ້ຊີ້ນໍາໂຄງການ (ຄສກສ).
ຈຸດປະສົງ ແມ່ນລາຍງານຜົນສຳເລັດ ແລະ ຄວາມຄືບໜ້າການຈັດຕັ້ງປະຕິບັດວຽກງານຂອງໂຄງການຂັ້ນແຂວງ ລາຍງານການຈັດຕັ້ງປະຕິບັດ ແລະ ການຄຸ້ມຄອງນຳໃຊ້ທຶນ ໃນໄລຍະ 10 ເດືອນ ປີ 2025 ມາຮອດປະຈຸບັນໂຄງການຍ່ອຍ ສຳລັບການປັບປຸງກໍ່ສ້າງເສັ້ນທາງ, ຄອງ ,ຂົວຂ້າມຄອງໄປຫາສູນ ສາງເກັບເມັດພັນ ແມ່ນໄດ້ສຳເລັດ 100%,ກວດກາ 95,2% ແລະ ມອບຮັບໃຫ້ບ້ານດູແລຮັກສາຊົ່ວຄາວ ສຳລັບໜອງເກັບນ້ຳຝົນບ້ານດົງໜາກບ້າ ແມ່ນສຳເລັດພຽງ 85.50%ຄາດຄະແນວ່າຈະສຳເລັດ 100% ໃນເດືອນພະຈີກ ປີ 2025 ນີ້. ມູນຄ່າການກໍ່ສ້າງທັງໝົດ 448,139.16 ໂດລາສະຫະລັດ ແລະ ທິດທາງແຜນການ 3 ເດືອນ ທ້າຍປີ 2025
ລົງຕິດຕາມກວດກາເຕັກນິກ ການປັບປຸງ ວຽກພື້ນຖານໂຄງລ່າງ, ຊົນລະປະທານ, ທາງ, ຂົວ, ສາງເກັບເມັດພັນ, ໜອງເກັບນໍ້າຝົນ ບ້ານນາພອກ,ບ້ານດົງໝາກບ້າ ແລະ ທີ່ສູນພັດທະນາ ກະສິກຳ ເຊບັ້ງໄຟ, ຝຶກອົບຮົມວຽກງານຄຸ້ມຄອງນໍາໃຊ້ນໍ້າ, ຊົນລະປະທານ, ທາງ, ຂົວ, ໜອງເກັບນໍ້າຝົນ ໃຫ້ກຸ່ມຄະນະກຸ່ມຜູ້ນໍາໃຊ້ນໍ້າວຽກງານໂຄງລ່າງບ້ານໃນໂຄງການຍ່ອຍ ພູດທີ່ II ໃຫ້ແກ່ ບ້ານ ເປົ້າໝາຍຂອງໂຄງການ ຄສກສ ທີ່ ເມືອງເຊບັ້ງໄຟ, ເມືອງ ໜອງບົກ, ເມືອງ ຫີນບູນ, ແຂວງ ຄໍາມວນ, ສືບຕໍ່ຕິດຕາມການກໍ່ສ້າງວຽກງານໂຄງລ່າງພຶ້ນຖານພູດທີ II ສົມທົບກັບປະສານງານຂັ້ນເມືອງປະເມີນຜົນຜະລິດ ເຂົ້າ ໃນ 5 ສາຍພັນ ທີ່ໄດ້ທົດລອງປູກ ເຊິ່ງເປັນເຂົ້າທີ່ຫຼາດຕ້ອງການ, ເພື່ອສົມທຽບຄວາມແຕກຕ່າງ ກັບເຂົ້າທີ່ປູກໃນພື້ນທີ່ທົ່ວໄປ, ເພື່ອເປັນແນວທາງໃນການສືບຕໍ່ສົ່ງເສີມ ແລ້ວລາຍງານສູນ.