ພາບລວມຂອງໂຄງການ

ໂຄງການ CFAVC ເປັນອີກໂຄງການໜຶ່ງທີ່ຈະມາຊ່ວຍສະໜັບສະໜູນ​ການຈັດ​ຕັ້ງ​ປະຕິບັດ​ແຜນ​ຍຸດ​ທະ​ສາດ​ກະສິກຳ ​ແລະ ປ່າ​ໄມ້ ຮອດ​ປີ 2025 ​ແລະ ວິ​ໄສ​ທັດ 2030 ໃຫ້ປະກົດຜົນເປັນຈິງ. ສົ່ງເສີມການປັບປຸງຂອດການແຂ່ງຂັນທາງດ້ານການຜະລິດເຂົ້າເປັນສິນຄ້າຢູ່ແຂວງຄຳມ່ວນ, ສະຫວັນນະເຂດ, ແລະ ແຂວງສາລະວັນ ແລະ ການຜະລິດພືດຜັກ ເປັນສິນຄ້າ ຢູ່ນະຄອນຫຼວງວຽງຈັນ, ຈຳປາສັກ ແລະ ແຂວງເຊກອງ ໂດຍມີຄາດໝາຍແນໃສ່ ການພັດທະນາການຜະລິດຕາມລະບົບຕ່ອງໂສ້ມູນ​ຄ່າ ໃຫ້ມີຄວາມຫຼາກຫຼາຍ ຕອບສະໜອງໄດ້ຕາມຄວາມຕ້ອງການ ແລະ ແຜນງານຜະລິດເປັນສິນຄ້າຂອງລັດຖະບານ. ປັບປຸງພື້ນຖານໂຄງລ່າງດ້ານກະສິກຳໃຫ້ມີຄວາມທົນທານຕໍ່ສະພາບການປ່ຽນແປງທາງດ້ານດິນຟ້າອາກາດ. ໃຫ້ຄວາມຊ່ວຍເຫຼືອໃນການສ້າງຄວາມອາດສາມາດກ່ຽວກັບການປຸງແຕ່ງ, ການເກັບຮັກສາ, ການກວດກາຄຸນນະພາບຜົນຜະລິດກະສິກຳ ແລະ ສົ່ງເສີມການນຳໃຊ້ຝຸ່ນຊີວະພາບ ແລະ ການຜະລິດກະສິກຳອິນຊີ. ສ້າງຄວາມເຂັ້ມແຂງໃຫ້ແກ່ວິຊາການ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງ ກ່ຽວກັບການຜະລິດກະສິກຳທີ່ຕິດພັນກັບສະພາບການປ່ຽນແປງທາງດ້ານດິນຟ້າອາກາດ (Climate Smart Agriculture) ສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ທຸລະກິດກະສິກຳທີ່ເປັນມິດກັບສິ່ງແວດລ້ອມ ເພື່ອສົ່ງເສີມການປົກປັກຮັກສາສະພາບແວດລອ້ມ ແລະ ເພີ່ມລາຍໄດ້ໃຫ້ແກ່ຊາວກະສິກອນ ແລະ ຜູ້ປະກອບການທາງດ້ານທຸລະກິດກະສິກຳ ໃຫ້ມີຄວາມຍືນຍົງ.

ຄາດຄະເນຜົນກະທົບ ແລະ ຜົນໄດ້ຮັບ

ຜົນກະທົບ: ຂະບວນການແຂ່ງຂັນທາງດ້ານການຜະລິດກະສິກຳເປັນສິນຄ້າ ໄດ້ຮັບການປັບປຸງ, ຜົນຜະລິດເພີ່ມຂຶ້ນ, ມີຄວາມທົນທານຕໍ່ສະພາບແວດລ້ອມ, ມີການກວດກາຄວາມປອດໄພ ແລະ ສ້າງມູນຄ່າເພີ່ມໃຫ້ແກ່ຜົນຜະລິດກະສິກຳ, ພື້ນຖານເສດຖະກິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນໃນເຂດຊົນນະບົດໄດ້ຮັບການປັບປຸງໃຫ້ດີຂຶ້ນກວ່າເກົ່າ.

ຜົນໄດ້ຮັບ: ຕ່ອງໂສ້ການຜະລິດກະສິກຳ ແລະ ທຸລະກິດກະສິກຳ ຢູ່ໃນເຂດພື້ນທີ່ໂຄງການ ໄດ້ຮັບການປັບປຸງ ແລະ ພັດທະນາຢ່າງມີປະສິດຕິພາບ

ໝາກຜົນຫຼັກຂອງໂຄງການ

  1. ໝາກຜົນທີ 1: ປັບປຸງພື້ນຖານໂຄງລ່າງດ້ານກະສິກຳ ທີ່ມີ​ຄວາມ​ທົນ​ທານ ຕໍ່ ການປ່ຽນແປງທາງດ້ານດິນ​ຟ້າອາກາດ​​ ​ເພື່ອຕອບ​ສະໜອງ​ການສົ່ງເສີມການຜະລິດເປັນສິນຄ້າ​.
  2. ໝາກຜົນທີ 2: ສົ່ງເສີມລະບົບການຜະລິດ ແລະ ທຸລະກິດກະສິກຳ​ທີ່ຕິດພັນກັບສະພາບການປ່ຽນແປງທາງດ້ານດິນຟ້າອາກາດ. 
  3. ໝາກຜົນທີ 3: ສ້າງສະພາບແວລອ້ມ ທີ່ເອື້ອອຳນວຍໃນການຍົກລະດັບທາງດ້ານທຸລະກິດ ແລະ ການຜະລິດກະສິກຳເປັນສິນຄ້າ ທີ່ເປັນມິດຕໍ່ສິ່ງ ແວດລ້ອມ.