ໝາກຜົນທີ 1 ປັບປຸງພື້ນຖານໂຄງລ່າງດ້ານກະສິກຳ​​ ທີ່ມີຄວາມ​ທົນ​ທານ ຕໍ່ ການປ່ຽນແປງທາງດິນ​ຟ້າອາກາດ

1. ການ​ຟື້ນ​ຟູ​ໂຄງ​ລ່າງດ້ານ​ຊົນລະປະທານ​ຂະໜາດ​ນ້ອຍ ​ແລະ ທາງ​ຊົນນະບົດ: ປັບປຸງລະບົບ​ຄອງ​ເໝືອງ​ຂັ້ນ​ 3 ​ໃຫ້ມີ​ຄວາມ​ທັນ​ສະ​ໄໝ ​ແລະ ທົນ​ທານ​ຕໍ່​ສະພາບ​ແວດ​ລ້ອມ ທີ່​ສາມາດ​ຫົດ​ເນື້ອ​ທີ່​ໄດ້​ທັງ​ໝົດ 10,000 ​ເຮັກຕາ, ໂດຍໃຫ້ມີ 6,000 ຄອບຄົວ​ ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກລະບົບດັ່ງກ່າວ . ຂຸດໜອງເກັບກັກນ້ຳຝົນ 150 ແຫ່ງ ເພື່ອຮັບໃຊ້ການຜະລິດ 300ຮຕ, ປັບປຸງເສັ້ນທາງ​ເຂົ້າ​ເຖິງ​​ເຂດ​ການ​ຜະລິດ ​ແລະ ຂົນສົ່ງສີນຄ້າ​ເຂົ້າ​ເຖິງ​ຕະຫຼາດທີ່ມີ​ຄວາມ​ທົນທານ​ຕໍ່​ສະພາບ​​ແວດ​ລ້​ອມ ​ໃຫ້​ໄດ້ 45ກມ ​ແລະ ມີ​ຜູ້​ໄດ້​ຮັບ​ຜົນ​ປະ​ໂຫຍ​ດປະມານ 20,000 ຄອບຄົວ.

2. ຍົກ​ລະດັບ ​ສູນ​ຄົ້ົນຄວ້າ​, ສູນ​ພັດທະນາ​ກະສິກຳ ​ແລະ ​​ໂຄ​ງລ່າງ​ພື້ນ​ຖານ​ດ້ານ​ການ​ກວດກາ​ຄຸນ​ນະພາ​ບ ​ແລະ ສຸຂະອະນາໄມ​ພືດ: ປັບປຸງ​ສູນ​ພັດທະນາ​ກະສິກຳ​ໃນ​ພື້ນ​ທີ່​ເປົ້າ​ໝາຍ​ໂຄງການ, ​ເຊື່​ອມ​ໂຍງລະບົບ​ຕ່ອງ​​ໂສ້​ມູນ​ຄ່າການ​ຜະລິດ​ຂອງ​ກຸ່ມຢ່າງ​ນ້ອຍ 50 ກຸ່ມ ໃຫ້​​ມີ​ຄວາມ​ເຂັ້ມ​ແຂງ, ຍົກ​ລະດັບ 1 ຫ້ອງ​ທົດ​ລອງວິີໄຈ​ດິນ, 1 ຫ້ອງ​ທົດ​ລອງ​ວິໄຈ​ພືດ ​ໃນ​ຂັ້ນ​ສູນ​ກາງ ​ແລະ 2 ຫ້ອງ​ທົດ​ລອງ​ ຢູ່​ໃນ​ວິທະຍາ​ໄລ​ກະສິກຳ ຂັ້ນ​ແຂວງສະຫວັນນະເຂດ ແລະ ຈຳປາສັກ.

3. ປັບປຸງພື້ນຖານ​ໂຄງ​ລ່າງທຸລະ​ກິດ​ກະສິກຳ​ໃຫ້​ເປັນມິດ​ຕໍ່​ສິ່ງ​ແວດ​ລ້ອມ: ພື້ນຖານ​ໂຄງ​ລ່າງ​ຂອງ​ໂຮງສີ​ເຂົ້າ 21​ແຫ່ງ, ​ໂຮງ​/​ເຮືອນສຳລັບ​ການ​ບັນຈຸ​ຫຸ້ມ​ຫໍ່​ຜັກ 10 ແຫ່ງ​ ແລະ ​ໂຮງງານ​ປຸຍ​ຊີວະ​ພາບ 5 ​ແຫ່ງ ​ໄດ້​ຮັບ​ການ​ປັບປຸງ​ໃຫ້​​ເປັນ​ມິດ​ຕໍ່ສິ່ງແວດ​ລ້ອມ ​ແລະ ການ​ມີ​ສ່ວນ​ຮ່ວມ​ຂອງ​​ແມ່​ຍິງ​ ​ໂດຍ​ຜ່ານ​​ ການ​ສະໜັບສະໜູນທຶນ​ໃຫ້ແກ່ຜູ້ປະກອບການ​ແບບ​ມີ​ສ່ວນ​ຮ່ວມ

Sample title

ກິດຈະກຳທີ 1

ການ​ຟື້ນ​ຟູ​ໂຄງ​ລ່າງດ້ານ​ຊົນລະປະທານ​ຂະໜາດ​ນ້ອຍ ​ແລະ ທາງ​ຊົນນະບົດ

Sample title

ກິດຈະກຳທີ 2

ຍົກ​ລະດັບ ​ສູນ​ຄົ້ົນຄວ້າ​/ສູນ​ພັດທະນາ​ກະສິກຳ ​ແລະ ​​ໂຄ​ງລ່າງ​ພື້ນ​ຖານ​ດ້ານ​ການ​ກວດກາ​ຄຸນ​ນະພາ​ບ ​ແລະ ສຸຂະອະນາໄມ​ພືດ

Sample title

ກິດຈະກຳທີ 3

ປັບປຸງພື້ນຖານ​ໂຄງ​ລ່າງທຸລະ​ກິດ​ກະສິກຳ​ໃຫ້​ເປັນມິດ​ຕໍ່​ສິ່ງ​ແວດ​ລ້ອມ

ໝາກຜົນທີ 2 : ສົ່ງເສີມລະບົບການຜະລິດ ແລະ ທຸລະກິດກະສິກຳ​ທີ່ີຕິດພັນກັບສະພາບການປ່ຽນແປງທາງດ້ານດິນຟ້າອາກາດ

1. ການ​ນຳໃຊ້​ແນວ​ພັນ​ເຂົ້າ ​ແລະ ​ແນວ​ພັນ​ພືດ​ຜັກ​ທີ່​ທົນ​ທານ​ຕໍ່​ສະພາບ​ແວດ​ລ້ອມ: ນຳໃຊ້ແນວພັນໃຫ້ໄດ້ 2 ​ແນວ​ພັນ​ເຂົ້າ​ ​ແລະ ພືດ​ຜັກ ທີ່​ມີຄວາມທົນ​ທານ​ຕໍ່​ສະພາບ​ດິນ​ຟ້າ​ອາກາດ.

2​. ການ​ສ້າງ​ຄວາມ​​ເຂັ້ມ​ແຂງ ​ແລະ ຄວາມອາດ​ສະມາດ ດ້ານ​ການ​ຜະລິດ​ກະສິກຳ​ອິນ​ຊີ ​ແລະ ການ​ຜະລິດ​ກະສິກຳ​ທີ່ຕິດພັນ​ກັບ​ການ​ປ່ຽນ​​ແປງ​ຂອງ​ດິນຟ້າ​ອາກາດ: ຊາວກະສິກອນຈຳນວນ 20,000 ຄົນ​ໄດ້​ຮັບ​ການ​ຝຶກ​ອົບຮົມ​ເພື່ອ​ສ້າງ​ຄວາມ​ເຂັ້ມ​ແຂງ ​ດ້ານການ​ນຳ​ໃຊ້​ເຕັກນິກ​ວິທະຍາສາດ​ທີ່​ທັນ​ສະ​ໄໝ​ເຂົ້າ​ໃນ​ການ​ຜະລິດ, ການຜະລິດກະສິກຳອິນຊີ, ການ​ຜະລິດ​ກະສິກຳ​ທີ່​ດີ, ການ​ຄຸ້ມ​ຄອງ​ນຳ​ໃຊ້​ຊົນລະປະທານ ​ແລະ ການ​ຄຸ້ມຄອງ​ນຳ​ໃຊ້​ເສັ້ນທາງ​ຂົ່ນສົ່ງ​ຜົນ​ຜະລິດ​ສູ່​ຕະຫຼາດ​ ໃຫ້ໄດ້ 50 ກຸ່ມ ແລະ ຜູ້ປະກອບການທາງດ້ານ​ກະສິກໍາ ຈຳນວນ 30 ຫົວໜ່ວຍ​ໄດ້​ຮັບ​ການ​ຝຶກ​ອົບຮົມ​ທາງ​ດ້ານ​ການ​ຜະລິດ​ກະສິກຳ​ທີ່​ຕິດພັນກັບ​ສະພາບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ການ​ຄຸຸ້ມຄອງ​ການ​ຜະລິດ​ທີ່​ດີ, ການ​ດຳ​​ເນີນ​ທຸລະ​ກິດ​ກະສິກຳ​ທີ່​ເປັນ​ມິດ​ຕໍ່​ສະພາບ​ແວດ​ລ້​ອມ ​ແລະ ການ​ສ້າງ​ມູນ​ຄ່າ​ເພີ່ມ​ໃຫ້​ແກ່​ຜົນ​ຜະລິດກະສິກຳ.

3. ການ​ສະໜັບສະໜູນ​ດ້ານ​ການ​ເງິນ​ໃຫ້​ແກ່​ຄອບຄົວ​ຜູ້​​ຜະລິດ​ກະສິກຳ​ທີ່​ຕິດພັນກັບສະພາບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາ​ດ ກຸ່ມ​ຜູ້ຜະລິດກະສິກຳໄດ້​ຮັບ​ການ​ສະໜັບສະໜູນ​ດ້ານ​ທຶນຮອນ ໃຫ້ໄດ້ 50 ກຸ່ມ.

Sample title

ກິດຈະກຳທີ 1

ການ​ນຳ​ໃຊ້​ແນວ​ພັນ​ເຂົ້າ ​ແລະ ​ແນວ​ພັນ​ພືດ​ຜັກ​ທີ່​ທົນ​ທານ​ຕໍ່​ສະພາບ​ແວດ​ລ້ອມ

Sample title

ກິດຈະກຳທີ 2

ການ​ສ້າງ​ຄວາມ​​ເຂັ້ມ​ແຂງ ​ແລະ ຄວາມອາດ​ສະມາດ ດ້ານ​ການ​ຜະລິດ​ກະສິກຳ​ອິນ​ຊີ ​ແລະ ການ​ຜະລິດ​ກະສິກຳ​ທີ່ຕິດພັນ​ກັບ​ການ​ປ່ຽນ​​ແປງ​ຂອງ​ດິນຟ້າ​ອາກາດ

Sample title

ກິດຈະກຳທີ 3

ການ​ສະໜັບສະໜູນ​ດ້ານ​ການ​ເງິນ​ໃຫ້​ແກ່​ຄອບຄົວ​ການ​ຜະລິດ​ກະສິກຳ​ທີ່​ຕິດພັນກັບສະພາບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາ​ດ

ໝາກຜົນທີ 3: ສ້າງສະພາບແວລອ້ມທີ່ເອື້ອອຳນວຍໃນການຍົກລະດັບທາງດ້ານທຸລະກິດກະສິກຳ ທີ່ເປັນມິດຕໍ່ສິ່ງແວດລ້ອມ.

1. ກຳນົດ​ນະ​ໂຍບາຍ​​ການ​ຜະລິດ​ກະສິກຳ​ທີ່​ຕິດພັນກັບ​ສະພາບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ: ສະໜັບສະໜູນ​ການ​ລົງທຶນ​ຂອງ​ຜູ້​ປະກອບ​ການ​ໂດຍ​ຜ່ານ​ຮູບ​​ແບບ​​ການ​ມີ​ສ່ວນ​ຮ່ວມ​ຂອງ​ພາກ​ລັດ ​ແລະ ພາກ​ເອກະ​ຊົນ, ສະໜັບ​ສະ​ໜູນ​ກ່ຽວ​ກັບ​ການ​ຂຶ້ນທະບຽນສຳມະໂນ​ທີ່​ດິນ​ກະສິກຳ ຢູ່​ໃນ​​ແຂວງ ແລະ ເມືອງ​ເປົ້າ​ໝາຍ.

2. ປັບປຸງ ​ແລະ ສົ່ງເສີມການປະຕິບັດ​ມາດຕະຖານການປັບຕົວຕໍ່ການ​ປ່ຽນ​ແປງ​ທາງ​ດ້ານ​ດິນ​ຟ້າ​ອາກາດ: ປັບປຸງ​ມາດຕະຖານ​ແຫ່ງ​ຊາດດ້ານ​ການ​ຜະລິດ​ກະ​ສິ​ກຳ​ທີ່​ດີ, ກະສິກຳອິນຊີ, ການຄຸ້ມຄອງ​ການ​ຜະລິດ​ທີ່​ດີ ​ແລະ ການ​ຢັ້ງຢືນທາງດ້ານຜົນຜະລິດ​ກະສິກຳ. ໃຫ້ໄດ້ 25 ກຸ່ມ​​ຜະ​ລິດ​ກະສິກຳ​ ​ແລະ ຊາວ​ນາ 500 ຄົນ ​ໄດ້​ຮັບ​ການ​ຢັ້ງຢືນ​ການ​ຜະລິດ​ກະສິກຳ​ທີ່​ດີ ​ແລະ ກະສິກຳ​ອິນ​ຊີ ແລະ ຫົວໜ່ວຍທຸລະກິດກະສິກຳ  ​30 ຫົວໜ່ວຍ​​ຖືກ​ປະຕິບັດຕາມ​ມາດຕະຖານ​ການ​ຜະລິດ​ທີ່​ດີ ແລະ ສ້າງກຸ່ມທີ່ເຂັ້ມ​ແຂງ ​ໃຫ້ເປັນ​ສະຫະກອນ​ຜະລິດ​ກະສິກຳ 5 ສະຫະກອນ​.

3. ການສະໜັບສະໜູນການເງິນເພື່ອ​ສິ່ງ​ແວດ​ລ້ອມ ​ແລະ ການ​ຄຸ້ມ​ຄອງ​ຄວາມ​ສ່ຽງ: ພະນັກງານ​ຈາກ​ສະ​ຖາ​ບັນ​ການ​ເງິນ​ຂອງ​ລັດ ຈຳນວນ 50 ຄົນ ​ໄດ້​ຮັບ​ການ​ຝຶກ​ອົບຮົມການ​ເງິນ​ເພື່ອ​ສິ່ງ​ແວດ​ລ້ອມ ​ແລະ ການ​ຜະລິດ​ກະສິກຳ​ທີ່​ຕິດພັນກັບ​ສະພາບ​ການ​ປ່ຽນ​ແປງ​ຂອງດິນ​ຟ້າ​ອາ​ກາດ. ຢ່າງ​ນ້ອຍ 30 ຫົວໜ່ວຍ​ທຸລະ​ກິດ​ກະສິກຳໄດ້​ຮັບ​ການ​ຝຶກ​ອົບຮົມ​ກ່ຽວ​ກັບ​ການ​ເງິນ​ເພື່ອ​ສິ່ງ​ແວດ​ລ້​ອມ. ຢ່າງ​ນ້ອຍ 15,000 ຄອບຄົວ ​ເຊິ່ງລວມທັງ​ຜູ້ຍິງ 15,000 ຄົນ​ ​ໄດ້​ຮັບ​ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​​​​ເຄື່ອງມືການປ້ອງກັນ​ຄວາມ​ສ່ຽງຕໍ່​ສະພາບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ເປັນ​ຕົ້ນ​ແມ່ນ​ການ​ປະກັນ​ລາຄາ​ຜົນ​ຜະລິດ.

Sample title

ກິດຈະກຳທີ 1

ກຳນົດ​ນະ​ໂຍບາຍ​ກ່ຽວ​ກັບ ​ການ​ຜະລິດ​ກະສິກຳ​ທີ່​ຕິດພັນກັບ​​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ

Sample title

ກິດຈະກຳທີ 2

ປັບປຸງ ​ແລະ ສົ່ງເສີມການປະຕິບັດ​ມາດຕະຖານການປັບຕົວຕໍ່ການ​ປ່ຽນ​ແປງ​ທາງ​ດ້ານ​ດິນ​ຟ້າ​ອາກາດ

Sample title

ກິດຈະກຳທີ 3

ການສະໜັບສະໜູນການເງິນເພື່ອ​ສິ່ງ​ແວດ​ລ້ອມ ​ແລະ ການ​ຄຸ້ມ​ຄອງ​ຄວາມ​ສ່ຽງ