0
0
0
s2sdefault

ໃນລະຫວ່າງວັນທີ່ 25/06-04/07/2024. ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ໄດ້ສຳເລັດການລົງຈັດຕັ້ງປະຕິບັດວຽກງານຕົວຈິງ ຂອງທີມງານວາງແຜນນຳໃຊ້ທີ່ດິນກະສິກໍາ ແບບມີສ່ວນຮ່ວມ ຢູ່ບ້ານດົງຄັນຄູ, ເມືອງຈຳພອນ, ແຂວງສະຫວັນນະເຂດ, ໂດຍຜ່ານການຈັດຕັ້ງປະຕິບັດໄດ້ກຳນົດແຜນການນຳໃຊ້ທີ່ດິນກະສິກຳແບບມີສ່ວນຮ່ວມຄື

ການວາງແຜນຮ່ວມກັນກັບອົງການຈັດຕ້ັງບ້ານ, ກົມຄຸ້ມຄອງແລະ ພັດທະນາທີ່ດິນກະສິກຳ, ພະແນກກະສິກຳ ແລະ ປ່າໄມ້, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ເຫັນດີເອກະພາບຮ່ວມກັນໃນການກຳນົດແຜນການນຳໃຊ້ທີ່ດິນກະສິກຳຂອງ ບ້ານດົງຄັນຄູ ມີເນື້ອທີ່ທັງໝົດ 716,29 ເຮັກຕາ, ເຊີ່ງໄດ້ກຳນົດອອກເປັນ 07 ປະເພດການນໍາໃຊ້ທີ່ດິນໃຫຍ່ຄື: ດິນກະສິກຳ ມີເນື້ອທີ່ທັງໝົດ 603,88 ເຮັກຕາ, ພື້ນທີ່ດິນປູກສ້າງ ເນື້ອທີ່ 72,38 ເຮັກຕາ, ທີ່ດິນປ່າໄມ້ ເນື້ອທີ່ 2,72 ເຮັກຕາ, ດິນວັດທະນະທໍາ 8,89 ເຮັກຕາ, ດິນໂຍທາທິການ ແລະ ຂົນສົ່ງ ເນື້ອທີ່ 9,35 ເຮັກຕາ, ເຮັກຕາ ແລະ ດິນບໍລິເວນນ້ໍາ 8,98 ເຮັກຕາ

/

ປະເພດການນຳໃຊ້ທີ່ດິນ

ເນື້ອທີ່ (ຮຕ)

ຄິດໄລ່ %

I

ທີ່ດິນກະສິກຳ

603,88

84,31

1

ທີ່ດິນກໍ່ສ້າງໂຄງລ່າງຊົນລະປະທານ

3,81

0,53

2

ພື້ນທີ່ລ້ຽງສັດ ເປັນຄອກ

8,79

1,23

3

ເຂດກະສິກຳປະສົມກັບປ່າໄມ້: ຢາງພາລາ

7,20

1,00

4

ເຂດທີ່ດິນນານໍ້າຝົນ (ນາປີ)

84,12

11,74

5

ເຂດທີ່ດິນນາແຊງ (ນາຊົນລະປະທານ)

348,90

48,71

6

ເຂດທີ່ດິນປູກພືດລົ້ມລຸກແລະຮອບວຽນ 1-3ປີ

105,56

14,74

7

ເຂດທົ່ງຫຍ້າທໍາມະຊາດລ້ຽງສັດ (ຄັງ)

18,47

2,58

8

ເຂດປູກ: ຫວາຍ

0,96

0,13

9

ເຂດໜອງລ້ຽງປາ

26,07

3,64

II

ທີ່ດິນປ່າໄມ້

2,72

0,38

1

ປ່າປອ້ງກັນແຄມນ້ຳ

2,72

0,38

III

ທີ່ດິນປຸກສ້າງ

72,38

10,11

1

ທີ່ດິນປຸກສ້າງຂະຫຍາຍໃໝ່

21,80

3,04

2

ທີ່ດິນປຸກສ້າງບຸກຄົນ

49,46

6,90

3

ໂຮງຮຽນ

1,12

0,16

IV

ທີ່ດິນວັດທະນະທຳ

7,89

1,10

1

ຕືກອາຄານ ແລະ ຈຸດທີ່ຕັ້ງທາງວັດທະນະທຳ

6,10

0,85

2

ປ່າຊ້າ

1,80

0,25

V

ທີ່ດິນໂຍທາທິການ ແລະ ຂົນສົ່ງ ເສັ້ນທາງຄົມມະນາຄົມ

9,35

1,31

1

ຖະໜົນທາງດິນແດງ

5,95

0,83

2

ທາງ ປູກຢາງ/ເບຕົງ

3,40

0,47

VI

ພື້ນທີ່ເປັນນ້ຳ

8,98

1,25

1

ສາຍຫວ້ຍ

8,98

1,25

VII

ດິນທຳມະຊາດອື່ນໆ

11,09

1,55

1

ພື້ນທີ່ດິນປອກໂລ້ນທຳມະຊາດ

11,09

1,55

ລວມ

716,29

100

 

 

 

 

0
0
0
s2sdefault

ໃນໄລຍະວັນທີ 02-06 ກັນຍາ 2022 ທີ່ຜ່ານມາ ຄະນະປະສານງານໂຄງການ ຄສກສ ຈາກຂະແຫນງປູກຝັງ ໄດ້ລົງສົມທົບ ກັບສູນພັດທະນາກະສິກຳເຊບັ້ງໄຟ, ວິຊາການເມືອງຂອງ 02 ເມືອງເປົ້າໝາຍເພື່ອລົງລົງຕິດຕາມ, ແນະນໍາ ແລະ ນໍາພາຄອບຄົວເຮັດແປງສາທິດໃສ່ຝຸ່ນເລັ່ງ ຄັ້ງທີ02, ການກໍາຈັດສັດຕູພືດ ແລະ ວັດສະພືດໃນແປງສາທິດລະດູຝົນ ປີ2022 ລາຍລະອຽດມີດັ່ງນີ້:

ເມືອງ ໜອງບົກ: ປະກອບມີ 02 ກຸ່ມ ແລະ 06 ຄອບຄົວ ມີເນື້ອທີ່ແປງສາທິດ ຜະລິດແນວພັນເຂົ້າລຸ້ນ3 ທັງໝົດ12.098 ຕາແມັດ ໃນນັ້ນ ມີເນື້ອທີ່ HTDK8 ມີທັງໝົດ 9.369 ຕາແມັດ ແລະ TDK16 ມີເນື້ອທີ່ທັງໝົດ 5.729 ຕາແມັດ.

ເມືອງ ຫິິນບູນ: ປະກອບມີ 03 ກຸ່ມ ແລະ 09 ຄອບຄົວ ມີເນື້ອທີ່ແປງສາທິດ ຜະລິດເຂົ້າເປັນສິນຄ້າ ທັງໝົດ14.232 ຕາແມັດ ໃນນັ້ນ ມີເນື້ອທີ່ HTDK8 ມີທັງໝົດ 6.319 ຕາແມັດ ແລະ XBF4 ມີເນື້ອທີ່ທັງໝົດ 7.913 ຕາແມັດ.

ຜ່ານການລົງຕິດຕາມ ເຫັນວ່າຕົ້ນເຂົ້າມີຄວາມສົມບູນໃນລະດັບດີສົມຄວນ, ບໍ່ມີສັດຕູພືດລຳລາຍ, ວັດສະພືດບໍ່ຫລາຍ ແລະ ສັດຕູພືດມີພຽງເລັກຫນ້ອຍ, ແລະ ການຈະເລີນເຕີບໂຕເຫັນວ່າມີແສງແດດພຽງພໍ, ມີນ້ຳພຽງພໍໃນການຈະເລີນເຕີບໂຕ ແລະ ຄອບຄົວທີ່ເຮັດແປງສາທິດລວມທັງວິຊາການຂັ້ນເມືອງກໍ່ໄດ້ມີຄວາມເອົາໃຈຕໍ່ວຽກງານດັ່ງກ່າວເປັນຢ່າງດີ.

0
0
0
s2sdefault

ໃນລະຫວ່າງວັນທີ 26/8-03/09/2022 ທີມງານໂຄງການ ຄສກສ ຂັ້ນແຂວງ ຮ່ວມກັບທີມງານກວດກາຂັ້ນສູນກາງ ລົງຕິດຕາມແນະນຳພະນັກງານຂັ້ນເມືອງລົງສຳຫຼວດສະຖານະພາບດ້ານເສດຖະກິດ ສັງຄົມໃນພື້ນທີ່ບ້ານເປົ້າໝາຍໂຄງການ ກັບພະນັກງານເມືອງ M&E ເມືອງ ໄຊບູລີ, ເມືອງ ຈຳພອນ ແລະ ເມືອງ ຊົນນະບູລີ ຢູ່12 ບ້ານ ເປົ້າໝາຍຂອງໂຄງການ

  • ເມືອງ ຈຳພອນ : ກຸ່ມທົ່ງບັກຫຼັກ4, ບ້ານເຫຼົ່າຫົວຄຳ, ບ້ານຍອດຫ້ວຍບັກ ແລະ ບ້ານຄໍ້
  • ເມືອງ ໄຊບູລີ : ກຸ້ມບ້ານຫາດຊາຍສູງ, ບ້ານ ນາຊຽງຄານ, ບ້ານກາງ ແລະ ບ້ານດ້າງສະຫວັນ
  • ເມືອງ ຊົນນະບູລີ : ກຸ່ມບ້ານຊຽງຮົ່ມ2, ບ້ານທ່າຄຳເຫຼື້ອມ1, ບ້ານນາໜອງຜຳ ແລະ ບ້ານໜອງບົວລາວ

         ການລົງປະຕິບັດໃນຄັ້ງນີ້ໄດ້ຮັບການຕິດຕາມ ແລະ ແນະນຳຈາກທີມງານຂັ້ນສູນກາງ ຈາກກົມສົ່ງເສີມ ແລະ ສະຫະກອນຜູ້ຮັບຜິດຊອບວຽກM&E  ແລະ ຊ່ຽວຊານໂຄງການວຽກM&E  ແລະ ທີມງານທີ່ກ່ຽວຂ້ອງຂັ້ນສູນກາງ ຈຳນວນ 6ຄົນ,ຍິງ1ຄົນ; ທີມງານໂຄງການຂັ້ນແຂວງ ຈຳນວນ 3ຄົນ,ຍິງ1ຄົນ, ປະສານງານຂັ້ນເມືອງ ແລະ ວິຊາການ ທີ່ຮັບຜິດຊອບໃນການລົງເກັບຂໍ້ມູນ ທັງໝົດ12 ຄົນ,ຍິງ4ຄົນ, ອຳນາດການປົກຄອງບ້ານຈຳນວນ36ຄົນ ແລະ ຊາວກະສິກອນທີ່ຖືກສຳພາດໃນ12ບ້ານ ທັງໝົດຈຳນວນ240ຄົນ,ຍິງ 64ຄົນ 

0
0
0
s2sdefault

ໃນໄລຍະວັນທີ 15-21 ສິງຫາ 2022 ທິມງານໂຄງການ ຄສກສ ຂັ້ນສູນກາງ ໂດຍສົມທົບກັບຫ້ອງການປະສານງານຂັ້ນແຂວງ, ເມືອງ ແລະ ອົງການປົກຄອງບ້ານ ເພື່ອລົງເຄື່ອນໄຫວວຽກໃນການ ຈັບຈຸດພິກັດ ແລະ ແຕ້ມແຜນວາດ ບັນດາໂຄງການຍ່ອຍພາຍໃຕ້ໂຄງການ ຄສກສ ໃນນັ້ນປະກອບມີ: ເສັ້ນທາງເຂົ້າສູ່ເຂດການຜະລິດ, ໜອງເກັບນ້ຳຝົນ ແລະ ຊົນລະປະທານ ເພື່ອນຳໄປປະກອບເຂົ້າໃນການປະເມີນຜົນກະທົບດ້ານສິ່ງແວດລ້ອມIEE ຢູ່ 03 ເມືອງ ແລະ 21 ເປົ້າໝາຍຂອງໂຄງການຄື: ເມືອງຫິນບູນ ມິຈຳນວນ 09 ບ້ານ, ເມືອງໜອງບົກ ມີຈຳນວນ 08 ບ້ານ ແລະ ເມືອງເຊບັ້ງໄຟ ມີ 04 ບ້ານ.

0
0
0
s2sdefault

ວັນທີ 17 ສິງຫາ 2022 ເມືອງຫິນບູນ ສຳເລັດການນຳພາຊາວນາກຸ່ມຜະລິດເຂົ້າເປັນສິນຄ້າຈຳນວນ 02 ບ້ານຄື:ກຸ່ມ ບ້ານ ດອນດູ່ ແລະ ກຸ່ມ ບ້ານ ວັງຫົວປາ ລົງຢ້ຽມຢາມແລກປ່ຽນບົດຮຽນການເຮັດແປງສາທິດ ປູກເຂົ້າລະດູຝົນຢູ່ ກຸ່ມຜະລິດເຂົ້າເປັນສິນຄ້າ ບ້ານ ຫົວນາ ເມືອງຫິນບູນ, ນຳພາຄະນະດັ່ງກ່າວ ໂດຍ ທ່ານ ເພັດສະໃໝ ພະບໍລິບູນ  ຮອງຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ທັງເປັນຜູ້ປະສານງານໂຄງການຄສກສ ຂັ້ນເມືອງ ຊື່ງລວມຜູ້ເຂົ້າຮ່ວມທັງໝົດຈຳນວນ 41ທ່ານ, ຍິງ 10 ທ່ານ ໃນນັ້ນກວມເອົາຜູ້ເຂົ້າຮ່ວມຈາກ ກຸ່ມບ້ານຫົວນາຈຳນວນ 30 ທ່ານ ຍິງ 08 ທ່ານ.

ການລົງຢ້ຽມຢາມ ໃນຄັ້ງນີ້ ກໍ່ເພື່ອເປັນການເປີດໂອກາດໃຫ້ກຸ່ມຊາວນາດ້ວຍກັນ ໄດ້ພົບປະ ແລກປ່ຽນ ຖອດຖອນບົດຮຽນນຳກັນ ໂດຍສະເພາະການຈັດຕັ້ງປະຕິບັດ ເຮັດແປງສາທິດການປູກເຂົ້າເປັນສິນຄ້າ ໃນໄລຍະຜ່ານມາກໍ່ຄືປະຈຸບັນ ວ່າມີຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ຂັ້ນການບົວລະບັດຮັກສາຄືແນວໃດເພື່ອໃຫ້ມີສະມັດຕະພາບທີ່ດີ, ນອກຈາກນັ້ນ ຍັງເພື່ອເປັນການຖອດຖອນບົດຮຽນເພື່ອນຳໄປຈັດຕັ້ງຜັນຂະຫຍາຍໃນແປງສາທິດຂອງກຸ່ມບ້ານຕົນ.