0
0
0
s2sdefault

ໃນລະຫວ່າງວັນທີ 26/8-03/09/2022 ທີມງານໂຄງການ ຄສກສ ຂັ້ນແຂວງ ຮ່ວມກັບທີມງານກວດກາຂັ້ນສູນກາງ ລົງຕິດຕາມແນະນຳພະນັກງານຂັ້ນເມືອງລົງສຳຫຼວດສະຖານະພາບດ້ານເສດຖະກິດ ສັງຄົມໃນພື້ນທີ່ບ້ານເປົ້າໝາຍໂຄງການ ກັບພະນັກງານເມືອງ M&E ເມືອງ ໄຊບູລີ, ເມືອງ ຈຳພອນ ແລະ ເມືອງ ຊົນນະບູລີ ຢູ່12 ບ້ານ ເປົ້າໝາຍຂອງໂຄງການ

  • ເມືອງ ຈຳພອນ : ກຸ່ມທົ່ງບັກຫຼັກ4, ບ້ານເຫຼົ່າຫົວຄຳ, ບ້ານຍອດຫ້ວຍບັກ ແລະ ບ້ານຄໍ້
  • ເມືອງ ໄຊບູລີ : ກຸ້ມບ້ານຫາດຊາຍສູງ, ບ້ານ ນາຊຽງຄານ, ບ້ານກາງ ແລະ ບ້ານດ້າງສະຫວັນ
  • ເມືອງ ຊົນນະບູລີ : ກຸ່ມບ້ານຊຽງຮົ່ມ2, ບ້ານທ່າຄຳເຫຼື້ອມ1, ບ້ານນາໜອງຜຳ ແລະ ບ້ານໜອງບົວລາວ

         ການລົງປະຕິບັດໃນຄັ້ງນີ້ໄດ້ຮັບການຕິດຕາມ ແລະ ແນະນຳຈາກທີມງານຂັ້ນສູນກາງ ຈາກກົມສົ່ງເສີມ ແລະ ສະຫະກອນຜູ້ຮັບຜິດຊອບວຽກM&E  ແລະ ຊ່ຽວຊານໂຄງການວຽກM&E  ແລະ ທີມງານທີ່ກ່ຽວຂ້ອງຂັ້ນສູນກາງ ຈຳນວນ 6ຄົນ,ຍິງ1ຄົນ; ທີມງານໂຄງການຂັ້ນແຂວງ ຈຳນວນ 3ຄົນ,ຍິງ1ຄົນ, ປະສານງານຂັ້ນເມືອງ ແລະ ວິຊາການ ທີ່ຮັບຜິດຊອບໃນການລົງເກັບຂໍ້ມູນ ທັງໝົດ12 ຄົນ,ຍິງ4ຄົນ, ອຳນາດການປົກຄອງບ້ານຈຳນວນ36ຄົນ ແລະ ຊາວກະສິກອນທີ່ຖືກສຳພາດໃນ12ບ້ານ ທັງໝົດຈຳນວນ240ຄົນ,ຍິງ 64ຄົນ