0
0
0
s2sdefault

ໃນໄລຍະວັນທີ 15-21 ສິງຫາ 2022 ທິມງານໂຄງການ ຄສກສ ຂັ້ນສູນກາງ ໂດຍສົມທົບກັບຫ້ອງການປະສານງານຂັ້ນແຂວງ, ເມືອງ ແລະ ອົງການປົກຄອງບ້ານ ເພື່ອລົງເຄື່ອນໄຫວວຽກໃນການ ຈັບຈຸດພິກັດ ແລະ ແຕ້ມແຜນວາດ ບັນດາໂຄງການຍ່ອຍພາຍໃຕ້ໂຄງການ ຄສກສ ໃນນັ້ນປະກອບມີ: ເສັ້ນທາງເຂົ້າສູ່ເຂດການຜະລິດ, ໜອງເກັບນ້ຳຝົນ ແລະ ຊົນລະປະທານ ເພື່ອນຳໄປປະກອບເຂົ້າໃນການປະເມີນຜົນກະທົບດ້ານສິ່ງແວດລ້ອມIEE ຢູ່ 03 ເມືອງ ແລະ 21 ເປົ້າໝາຍຂອງໂຄງການຄື: ເມືອງຫິນບູນ ມິຈຳນວນ 09 ບ້ານ, ເມືອງໜອງບົກ ມີຈຳນວນ 08 ບ້ານ ແລະ ເມືອງເຊບັ້ງໄຟ ມີ 04 ບ້ານ.