0
0
0
s2sdefault

ກອງປະຊຸມຖອດຖອນບົດຮຽນ ການຈັດຕັ້ງປະຕິບັດວຽກງານ CSA ເພື່ອທົບທວນຄືນຄວາມຮູ້ ແລະ ຄວາມເຂົ້າໃຈກ່ຽວກັບໂມດູ່ນ ເຕັກນິກນະວັດຕະກຳກະສິກຳ CSA ຈໍານວນ 21 ໂມດູນ, ຮັບຟັງການລາຍງານຂອງທີມງານໂຄງການຂັ້ນເມືອງ ທີ່ໄດ້ຝືກເຕັກນິກນະວັດຕະກຳກະສິກຳ CSA ໃຫ້ສະມາຊິກກຸ່ມຜະລິດ ແລະ ເຕັກນິກທີ່ຊາວກະສິກອນໄດ້ນໍາໃຊ້ ເຂົ້າໃນການຜະລິດເຂົ້າ ເປັນສິນຄ້າ ໃນໄລຍະຜ່ານມາເຊັ່ນ: ດ້ານການຝືກອົບຮົມເຕັກນິກຕ່າງໆ ໃຫ້ສະມາຊິກກຸ່ມ, ການເຮັດແປງສາທິດເຫັນວ່າມີຫຼາຍເຕັກນິກທີ່ພົ້ນເດັ່ນ ແລະ ການນຳເອົາບົດຮຽນທີ່ດີ ຈາກການເຮັດສາທິດມານຳໃຊ້ໃນການ ສົ່ງເສີມກຸ່ມຜະລິດເປັນສິນຄ້າ ເພື່ອເປັນການຫຼຸດຜ່ອນຕົ້ນທຶນ, ຫຼຸດຜ່ອນແຮງງານ, ປະຢັດເວລາ, ຜົນຜະລິດເພີ່ມຂື້ນ, ເປັນສິນຄ້າອອກສູ່ຕະຫຼາດພາຍໃນ ແລະ ຕ່າງປະເທດ.

ເພື່ອໃຫ້ເຫັນຈຸດແຕກຕ່າງການນໍາໃຊ້ເຕັກນິກ ແລະ ຜົນໄດ້ຮັບໃນການຈັດຕັ້ງປະຕິບັດຄັ້ງນີ້ມີຜູ້ເຂົ້າຮ່ວມຈາກທີມງານຂັ້ນສູນກາງ  17 ທ່ານ, ຍິງ 4 ທ່ານ, ທີມງານ 3 ແຂວງ 11 ທ່ານ, ຍິງ 6 ທ່ານ, ທີມງານ 12 ເມືອງ 25 ທ່ານ, ຍິງ 5 ທ່ານ, ສະມາຊິກກຸ່ມຜະລິດເຂົ້າ ຈຳນວນ 5 ທ່ານ, ຍິງ 1 ທ່ານ, ລວມຜູ້ເຂົ້າຮ່ວມທັງໝົດແມ່ນ  58 ທ່ານ, ຍິງ 16 ທ່ານ= 28%

F 3

 

 

 

F 2