ໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກຳເປັນສິນຄ້າທີ່ເປັນມິດຕໍ່ສິ່ງແວດລ້ອມ (ຄສກສ), ທີ່ປຶກສາຄຸ້ມຄອງການເງິນ (FME) ຍິນ​ດີ​ເຊີນ​ທ່ານ​ ສະເຫນີແນວຄວາມຄິດ​ເພື່ອເປັນ​ຄູ່​ຮ່ວມ​ງານ ​​ກັບ​ໂຄງການ​ດັ່ງກ່າວ ດັ່ງ​ນີ້:

ເປົ້າ​ໝາຍ​ຂອງບົດສະເຫນີແນວຄວາມຄິດ

ໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກໍາເປັນສີນຄ້າທີ່ເປັນມິດກັບສິ່ງແວດລ້ອມ (ຄສກສ) ແມ່ນໂຄງການຊ່ວຍເຫລືອລ້າຈາກທະນາຄານພັດທະນາອາຊີ (ADB) ໃຫ້ກັບ ລັດຖະບານ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ).

ໂຄງການຈະດຳເນີນການຈັດຕັ້ງປະຕິບັດເປັນໄລຍະເວລາ 6 ປີ ຈົນເຖິງເດືອນກັນຍາ 2024, ການດໍາເນີນງານຕາມຍຸດທະສາດການພັດນາກະສິກຳຂອງລັດຖະບານ ຮອດປີ 2025 (ADS) ໂດຍການເພີ່ມຂີດຄວາມສາມາດໃນການແຂ່ງຂັນຕ່ອງໂສ້ການຜະລິດເຂົ້າ ໃນແຂວງ ຄຳມ່ວນ,​ ສາລະວັນ ແລະ ສະຫວັນນະເຂດ, ແລະ ຕ່ອງໂສ້ການຜະລິດພືດຜັກໃນນະຄອນຫລວງວຽງຈັນ, ຈຳປາສັກ ແລະ ເຊກອງ1. ໂຄງການນີ້ຈະຊ່ວຍປັບປຸງສະພາບອາກາດ ທີ່ແທດເໝາະຕໍ່ພື້ນຖານໂຄງລ່າງດ້ານກະສິກຳ ແລະ ເພີ່ມສະມັດຕະພາບການຜະລິດພືດ, ຄວາມຫລາກຫລາຍ ແລະ ການຄ້າຂາຍ.​

ມັນຈະຊ່ວຍປັບປຸງຄວາມອາດສາມາດໃນການເກັບຮັກສາ, ການປຸງແຕ່ງ, ຄຸນນະພາບ ແລະ ການທົດສອບຄວາມປອດໄພ ແລະ ສົ່ງເສີມການນຳໃຊ້ປຸຍຊີວະພາບ ແລະ ກະສິກຳອິນຊີ. ຈະສ້າງຂີດຄວາມສາມາດຂອງຊາວກະສິກອນ ແລະ ທຸລະກິດກະສິກຳ ເພື່ອນະວັດຕະກຳກະສິກຳທີ່ເປັນມິດຕໍ່ສິ່ງແວດລ້ອມ ແລະ ສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ທຸລະກິດກະສິກຳທີ່ເປັນມິດຕໍ່ສິ່ງແວດລ້ອມ ເພື່ອສົ່ງເສີມຄວາມຍືນຍົງຕາມຕ່ອງໂສ້ດັ່ງກ່າວ. ປະຈຸບັນໂຄງການ ຄສກສ ແມ່ນພາຍໃຕ້ການຊີ້ນຳຂອງກະຊວງກະສິກຳ ແລະ ປ່າໄມ້, ກົມສົ່ງເສີມກະສິກໍາ ແລະ ສະຫະກອນ.

ໂຄງການ ຄສກສ ປະກອບມີ 2 ອົງປະກອບຄື:

  1. ອົງປະກອບ ການຈັດຕັ້ງປະຕິບັດ ໂຄງການ (PIC) 
  2. ອົງປະກອບ ການຄຸ້ມຄອງການເງິນ (FME).

ໃນເວລານີ້ ຄສກສ ມີຈຸດປະສົງທີ່ຈະປະກາດເຖິງຜູ້ທີ່ມີຄວາມສົນໃຈເຂົ້າຮ່ວມການປະມູນໂດຍການສະເຫນີແນວຄວາມຄິດ ເພື່ອຍາດແຍ່ງເອົາການຊ່ວຍເຫລືອຈາກ ໂຄງການ, ທີ່ປຶກສາ ຄຸ້ມຄອງການເງິນ (FME) -​ ການຊ່ວຍເຫລືອ ທຸລະກິດກະສິກໍາ ແບບມີສ່ວນຮ່ວມເພື່ອ:

  • ຍົກລະດັບໂຄງລ່າງພື້ນຖານຂອງໂຮງສີເຂົ້າຂະໜາດນ້ອຍ ແລະ ກາງ ເພື່ອຍົກສູງສະມັດຕະພາບ ແລະ ຄຸນນະພາບຂອງການຜະລິດ, ການສ້າງຄວາມເຊື່ອມໂຍ່ງກັບກຸ່ມຊາວກະສິກອນຜູ້ຜະລິດເຂົ້າ, ອຸປະກອນ ຫລື ສະຖານທີ່ໆຕິດພັນກັບການຜະລິດ,​ ການຝຶກອົບຮົມ, ການແລກປ່ຽນບົດຮຽນຂອງເຄື່ອຂ່າຍຂອງກຸ່ມຜູ້ຜະລິດແມ່ນມີສິດໄດ້ຮັບການຊ່ວຍເຫລືອ, ຍົກເວັ້ນທຶນຫມູນວຽນ ແລະ ພາຫະນະຮັບໄຊ້.
  • ກຸ່ມຜູ້ຜະລິດພືດຜັກ ຫລື ສະຫະກອນ ທີ່ຕ້ອງການກໍ່ສ້າງ ຫຼື ຍົກລະດັບອາຄານສູນເກັບຜັກ ແລະ ອາຄານຫຸ້ມຫໍ່ ນອກຈາກນັ້ນກໍມີສາງເຢັນ, ເຄື່ອງລ້າງຜັກ, ເຄື່ອງຄັດເກດ, ເຄື່ອງປັບອາກາດ, ລົດບັນທຸກທີ່ຕິດຕູ້ເຢັນ ແລະ ບໍ່ຕິດຕູ້ເຢັນ, ການປັບປຸງການເຊື່ອມໂຍງກັບທຸລະກິດ ກະສິກຳ ທັງຫມົດແມ່ນມີສິດໄດ້ຮັບການຊ່ວຍເຫລືອ
  • ປັບປຸງ, ຍົກລະດັບໂຮງງານຝຸ່ນຊີວະພາບ ໃຫ້ມີປະສິດຕິພາບ, ການສະໜອງການບໍລິການ ແລະ ການສົ່ງເສີມກຸ່ມຜູ້ຜະລິດໃຫ້ນໍາໃຊ້ຝຸ່ນຊີວະພາບ, ອຸປະກອນ ຫລື ສະຖານທີ່ໆຕິດພັນກັບການຜະລິດເຊັ່ນ: ສາງເກັບມ້ຽນວັດຖຸດິບ, ສ້າງເກັບມ້ຽນຜົນຜະລິດ, ອຸປະກອນການຜະລິດ, ລົດບັນທຸກ, ຫ້ອງວິໃຈ,​ ການຝຶກອົບຮົມ,​ ແລກປ່ຽນບົດຮຽນຂອງເຄື່ອຂ່າຍຂອງກຸ່ມຜູ້ຜະລິດແມ່ນມີສິດໄດ້ຮັບການຊ່ວຍເຫລືອ, ຍົກເວັ້ນທຶນຫມູນວຽນ ແລະ ພາຫະນະຮັບໄຊ້. ແລະ ອື່ນໆ)

​ເງື່ອນ​ໄຂ​ຂອງ​ຜູ້​ເຂົ້າ​ຮ່ວ​ມປະມູນ ສະເຫນີແນວຄວາມຄິດ

​ໂຄງການ ຄສກສ - ທີ່ປຶກສາຄຸ້ມຄອງການເງິນ (FME) ​​ເຊີນທ່ານຜູ້ປະກອບການທີ່ມີຄວາມສົນໃຈ ຢື່ນປະມູນບົດສະເຫນີແນວຄວາມຄິດ, ​ຜູ້ປະກອບການທີ່ສາມາດຮ່ວມປະມູນໃນຄັ້ງນີ້ປະກອບດ້ວຍທຸລະກິດກະສິກໍາ​ດັ່ງ​ນີ້: 

  1. ຜູ້ປະກອບການໂຮງສີເຂົ້າ;
  2. ກຸ່ມຜູ້ຜະລິດພືດຜັກ ຫລື ສະຫະກອນ ທີ່ຕ້ອງການ ໂຮງເຮືອນຄັດແຍກ ແລະ ຫຸ້ມຫໍ່ພືດຜັກ ແລະ;
  3. ຜູ້ປະກອບການ ໂຮງງານຝຸ່ນຊີວະພາບ.

ລາຍລະອຽດເງື່ອນໄຂອື່ນໆຂອງທຸລະກິດແຕ່ລະປະເພດ ແລະ ການນໍາໃຊ້ທຶນຊ່ວຍເຫລືອ ແມ່ນທ່ານສາມາດດາວໂຫລດໄດ້ນໍາເວບໄຊສ (website): https://cfavc.daec-laos.org

ຜູ້ປະກອບການໃດ​ຫາກ​ພະຍາຍາມ​ແຊກ​ແຊງ​ຕໍ່ຂະບວນການ​ຄັດ​ເລືອກພາຍໃນຂອງໂຄງການ ຄສກສ - FME ​ຜູ້ປະກອບການ​ດັ່ງກ່າວ​ຈະ​ຖືກ​ຕັດ​ສິດ​ໃນການ​ເຂົ້າ​ຮ່ວມ​ປະມູນ​ທັນທີ.

ຜູ້ປະກອບການ​ທີ່​ຮ້ອງ​ຂໍ​ການ​ຊ່ວຍ​ເຫຼືອ​ທີ່​ນອກ​ເໜືອ​ຈາກໂຄງການ ຄສກສ - FME ໄດ້​ກຳນົດ​ໄວ້​ແມ່ນ​ຈະ​ບໍ່​ໄດ້​ຮັບ​ການ​ພິຈາລະນາ.

ຕາຕະລາງຕໍ່ໄປນີ້ສະແດງເຖິງເຫດການ ແລະໄລຍະເວລາທີ່ສຳຄັນໃນການດໍາເນີນກິດຈະກຳບົດສະເຫນີແນວຄວາມຄິດ:

/

ກິດຈະກໍາທີ່ສໍາຄັນ

ວັນທີ

1

ເປີດຮັບບົດສະເຫນີແນວຄວາມຄິດຢ່າງເປັນທາງການ

09/02/2022

2

ມື້ສຸດທ້າຍຂອງການສົ່ງຄຳຖາມຢ່າງເປັນລາຍລັກອັກສອນໂດຍຜູ້ສະຫມັກຕໍ່ ຂໍ້ຂ້ອງໃຈ ຫລື ຄໍາອະທິບາຍເພີ້ມເຕີມຂອງແບບຟອມບົດສະເຫນີແນວຄວາມຄິດ

16/02/2022

3

ຕອບຄໍາຖາມຂອງຜູ້ສະຫມັກໂດຍທີ່ປຶກສາຄຸ້ມຄອງການເງິນ (FME)

18/02/2022

4

ມື້ສຸດທ້າຍສຳລັບການສົ່ງເອກະສານບົດສະເຫນີແນວຄວາມຄິດ

11/03/2022

5

ປະກາດຢ່າງເປັນທາງການຜູ້ທີ່ໄດ້ຮັບການຄັດເລືອກ(ຜ່ານບົດສະເຫນີແນວຄວາມຄິດ)

25/04/2022

ເອກະສານບົດສະເຫນີແນວຄວາມຄິດ

ຜູ້ປະກອບການທ່ານໃດສົນໃຈກະລຸນາສົ່ງອີເມວໄປທີ່ ໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກຳເປັນສິນ ຄ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ(ຄສກສ) - ທີ່ປຶກສາຄຸ້ມຄອງການເງິນ (FME) , Email This email address is being protected from spambots. You need JavaScript enabled to view it.">to: This email address is being protected from spambots. You need JavaScript enabled to view it. ເພື່ອຮັບລາຍລະອຽດຂອງຂໍ້ມູນ ແລະ ແບບຟອມບົດສະເຫນີແນວຄວາມຄິດໂຄງການ https://docs.google.com/document/d/1iTr54hGsdf7GIWFHXlkgnBHxd-fCPVyo3cxjn4vJ6Mw/edit?usp=sharing ຫລື ທ່ານສາມາດເຂົ້າເບິ່ງໃນເວບໄຊທ໌ (website):https://cfavc.daec-laos.org ຜູ້ປະກອບການທ່ານໃດຕ້ອງການເຂົ້າຮ່ວມໃນຂະບວນການແມ່ນຈໍາເປັນຕ້ອງປະກອບແບບຟອມບົດສະເຫນີແນວຄວາມຄິດ. ບັນດາ​ບໍລິສັດ (ຜູ້ປະກອບການ)​ຈະ​ຕ້ອງ​ກວດຄືນບັນດາຄຳ​​ແນະນຳ ​ເງື່ອນ​ໄຂ ​ແລະ ຂໍ້ກຳນົດ​ ​ແລະ ລາຍລະອຽດຂອງ ບົດສະເຫນີແນວຄວາມຄິດຢ່າງລະອຽດ. ການ​ທີ່​ບໍ່​ສາມາດ​ປະກອບ​ຂໍ້​ມູນ​ເຂົ້າ​ໃນ​ແບບ​ຟອມຢ່າງ​ຄົບ​ຖ້ວນ​ແມ່ນ​ຈະ​ມີ​ຄວາມ​ສ່ຽງ​ໃຫ້​ແກ່​ບໍລິສັດ​ຜູ້​ປະມູນ​ເອງ ​ເຊິ່ງອາດ​ຈະ​ນຳ​ມາສູ່​ການ​ປະຕິ​ເສດ​ຮັບ​ແບບ​ຟອມ​ເຂົ້າ​ຮ່ວ​ມການ​ປະມູນ. ຂໍ້​ມູນ​ທີ່​ທ່ານປະກອບ​ມາ​ຈະຖືກນໍາໃຊ້ເພື່ອພິຈາ ລະນາເຖິງຄວາມເຫມາະສົມຂອງ​ບໍລິສັດຂອງ​ທ່ານ​ວ່າ​ມີຄຸນສົມບັດພຽງພໍທີ່ຈະເຊີນ​ເຂົ້າ​ຮ່ວມການ​ປະມູນ​.

 

ວັນທີປິດ ບົດເຫນີແນວຄວາມຄິດ

ວັນທີປິດຮັບບົດສະເຫນີແນວຄວາມຄິດແມ່ນ 5:00 ໂມງແລງຕາມເວລາທ້ອງຖິ່ນ, ວັນທີ 11 ເດືອນ ມິນາ ປີ 2022. ເອກະສານຕ້ອງຖືກສົ່ງໄປໃນຊອງຈົດໝາຍ ທີ່ມີຫົວຂໍ້ວ່າ “ ຄສກສ-FME” ຕາມທີ່ຢູ່ດັ່ງລຸ່ມນີ້:

ກົມສົ່ງເສີມກະສິກໍາ ແລະ ສະຫະກອນ

ໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກຳເປັນສິນຄ້າທີ່ເປັນມິດຕໍ່ສິ່ງແວດລ້ອມ (ຄສກສ), ທີ່ປຶກສາຄຸ້ມຄອງການເງິນ (FME)

ຕູ້ໄປສະນີ: 1888

ນະຄອນຫລວງວຽງຈັນ, ສປປ ລາວ

ໂທລະສັບ: 030 5046363

ຫລື ສົ່ງທາງອີເມວ (e-mail)%This email address is being protected from spambots. You need JavaScript enabled to view it.">: This email address is being protected from spambots. You need JavaScript enabled to view it.

ບົດສະເຫນີແນວຄວາມຄິດ ທີ່ໄດ້ຮັບຫລັງວັນເວລາທີ່ກຳນົດເວລາຂ້າງເທິງນີ້ຈະບໍ່ຖືກພິຈາລະນາ.

ບົດສະເຫນີແນວຄວາມຄິດ ນີ້ບໍ່ໄດ້ໝາຍເຖິງຂໍ້ຜູກມັດຂອງໂຄງການ ຄສກສ - ທີ່ປຶກສາຄຸ້ມຄອງການເງິນ(FME) ຫຼື ອື່ນໆ. ຄສກສ - FME ຂໍສະຫງວນສິດໃນການຍອມຮັບ ຫຼື ປະຕິເສດຂໍ້ສະເໜີ ໃດຫນຶ່ງ ຫລື ທັງຫມົດ ໂດຍບໍ່ມີຂໍ້ຜູກມັດໃດໆໃນການແຈ້ງໃຫ້ຜູ້ສະໝັກທີ່ໄດ້ຮັບຜົນກະທົບຮັບຊາບເຖິງເຫດຜົນຂອງການຍອມຮັບ ຫຼື ປະຕິເສດ.

MGS will provide funding support to:

  • Upgrade selected small to medium size rice mills
  • Construct or upgrade pack houses for vegetable collection and marketing clusters
  • Upgrade biofertilizer production factories.

The matching grants available is a proportion of the project investment cost (up to 60%, and will be provided to agribusinesses, or farmer groups (also referred to as Agricultural Production Groups/APGs) (which will manage the packhouses), with, with the remainder provided by the beneficiary.

The grant budget for the MGS for agribusinesses is $7.48 million with a target of supporting qualifying small to medium rice mills (allocated budget of approximately $4.48 million), as allocated as; for constructing or upgrading pack houses for vegetable collection and marketing clusters (allocated budget of approximately $2.35 million, and upgrading biofertilizer production factories (allocated budget of approximately $0.65 million). The budget allocations are only indicative. During implementation, financial support for these types of agribusinesses will be drawn from a pooled budget. The grant will leverage additional private sector finance of $4.99 million resulting in a total investment of $12.46 million.