0
0
0
s2sdefault
ໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກຳເປັນສິນຄ້າທີ່ເປັນມິດຕໍ່ສິ່ງແວດລ້ອມ ເປັນໂຄງການທີ່ໄດ້ຮັບທຶນຊ່ວຍເຫຼືອລ້າຈາກທະນາຄານພັດທະນາອາຊີ ເພື່ອມາຊ່ວຍສະໜັບສະໜູນການຈັດຕັ້ງປະຕິບັດ ແຜນຍຸດທະສາດການພັດທະນາກະສິກຳ ແລະ ປ່າໄມ້ ຂອງລັດຖະບານແຫ່ງ ສປປ ລາວ ແຕ່ນີ້ຫາປີ 2025, ວິໄສທັດ 2030 ແລະ ເປັນໂຄງການທີ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຄໍ້າປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ, ການຜະລິດເປັນສິນຄ້າ, ການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກໃນ ສປປ ລາວ ຕາມທິດສີຂຽວ, ສະອາດ, ປອດໄພ ເປັນມິດກັບສີ່ງແວດລ້ອມ. ພັດທະນາລະບົບຕ່ອງໂສ້ການຜະລິດ, ທຸລະກິດກະສິກຳ, ການສ້າງມູນຄ່າເພີ່ມ, ປັບປຸງເຕັກນິກການຜະລິດ, ປັບປຸງແນວພັນພືດ, ປັບປຸງບັນດາກໍາລັງການຜະລິດ ເພື່ອໃຫ້ຕອບສະໝອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງຕະຫຼາດ ດ້ວຍມາດຕະຖານກະສິກຳອິນຊີ (OA), ກະສິກໍາທີ່ດີ (GAP), ການຄຸ້ມຄອງການຜະລິດທີ່ດີ (GMP) ແລະ ບັນລຸໄດ້ຈຸດວິເຄາະຄ່າຄວາມອັນຕະລາຍຂອງສານເຄມີໃນອາຫານປອດໄພ (HACCP). ເຊີ່ງກິດຈະກຳທີ່ກ່າວນັ້ນ, ໂຄງການໄດ້ໃຫ້ການຊ່ວຍເຫຼືອປະເພດທຸລະກິດກະສິກໍາ ເປັນຕົ້ນ: ໂຮງສີເຂົ້າ, ໂຮງງານຝຸ່ນ,ໂຮງເຮືອນຄັດແຍກ ແລະ ຫຸ້ມຫໍ່ພືດຜັກ ໃນແຂວງເປົ້າໝາຍຂອງໂຄງການ. ສຳລັບການຈັດຕັ້ງປະຕິບັດຢູ່ແຂວງສາລະວັນ ຈໍານວນ 7 ທຸລະກິດ ມີຄື: ໂຮງສີເຂົ້າ ຈຳນວນ 6 ແຫ່ງ ແລະ 1 ໂຮງງານຝຸ່ນຊີວະພາບ. ສຳລັບໂຮງສີເຂົ້າສີແພແດງດໍານໍາໂຊກ ໄດ້ຍື່ນບົດສະເຫນີແນວຄວາມຄິດ ຮອບທີ 1 ເພື່ອລົງທຶນໃນໂຄງລ່າງພື້ນຖານດ້ວຍມູນຄ່າການລົງທຶນ: 67,802 ໂດລາສະຫະລັດ. ຕາມມາດຖານ, ເງື່ອນໄຂຂອງໂຄງການ ສະໜັບສະໜູນໃນຈຳນວນ 60% ຂອງມູນຄ່າ, ສ່ວນອີກ 40% ແມ່ນຜູ້ປະກອບການ ມີສ່ວນຮ່ວມ ແລະ ການຊ່ວຍເຫລືອ ເປັນວັດຖຸອຸປະກອນ. ສໍາລັບອີກ 6 ກິດຈະການ ຢູ່ແຂວງສາລະວັນ ແມ່ນຢູ່ໃນຂັ້ນຕອນການກະກຽມຂຽນແຜນທຸລະກິດ.
ໃນວັນທີ 27 ກັນຍາ 2024 ໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກຳເປັນສິນຄ້າທີ່ເປັນມິດຕໍ່ສິ່ງແວດລ້ອມ ໄດ້ເຊັນສັນຍາໃຫ້ການຊ່ວຍເຫຼືອທຸລະກິດກະສິກຳແບບມີສ່ວນຮ່ວມ (MGS) ໃຫ້ກັບ ໂຮງສີເຂົ້າສີແພແດງດໍານໍາໂຊກ ຢູ່ເມືອງວາປີ ແຂວງສາລະວັນ, ເຊີ່ງໃຫ້ການສະໜັບສະໜູນທຶນມູນຄ່າ 40,682 ໂດລາສະຫະລັດ, ໂດຍການລົງນາມເຊັນຂອງ ທ່ານ ສິນໄຊ ເພັດແພງລາສີ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງ ແລະ ທ່ານ ຄໍາປ້ອງ ວົງພະຈັນ ຫົວໜ້າໂຄງການ ຄສກສ ກັບ ທ່ານ ພູວັນ ແສງສາຍ ເຈົ້າຂອງໂຮງສີເຂົ້າສີແພແດງດໍານໍາໂຊກ ແລະ ຜູ້ປະສານງານໂຄງການຂັ້ນແຂວງ, ໂດຍຊ້ອງໜ້າແຂກເຂົ້າຮ່ວມຈາກພະແນກການ, ຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂິພິຍານ.

ໃນຫວ່າງວັນທີ່ 20-24 ສິງຫາ 2024 ທາງໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກໍາເປັນສິນຄ້າທີ່ເປັນມິດຕໍ່ສິ່ງແວດລ້ອມ (ຄສກສ) ອົງປະກອບ ກສກສ ໄດ້ນໍາພາກຸ່ມປູກພຶດຜັກອີນຊີ ຈາກນະຄອນຫຼວງ ວຽງຈັນມີ, ເມືອງ ໄຊເສດຖາ, ເມືອງ ສີໂຄດຕະບອງ, ເມືອງ ນາຊາຍທອງຈໍານວນ41ທ່ານ, ຍິງ 12 ທ່ານ= 29%,
ທັດສະນະສືກສາເຕັກນິກການປູກຜັກກະສິກຳອິນຊີ (OA) ຢູ່ ບ້ານ ນາຫາດ, ເມືອງ ຄໍາເກີດ, ແຂວງ ບໍລິຄໍາໄຊ ແລກປ່ຽນບົດຮຽນດ້ານເຕັກນິກການປູກຜັກແບບກະສິກຳອິນຊີ ເປັນສິນຄ້າ ໃຫ້ພະນັກງານແຂວງ, ເມືອງ ແລະ ກຸ່ມຜະລິດໄດ້ມາຮຽນຮູ້ ດ້ານເຕັກນິກການຜະລິດຜັກອິນຊີເປັນສິນຄ້າລະດູຝົນ ນຳກຸ່ມທີ່ມີຄວາມເຂັ້ມແຂງ, ກຸ່ມປູກຜັກບ້ານນາຫາດ ເມືອງ ຄໍາເກີດ ແຂວງ ບໍລິຄໍາໄຊ ມີ 40 ຄອບຄົວ , 15ຄອບຄົວ ປູກຜັກອີນຊີ ແລະ 25 ຄອບຄົວ ປູກຜັກກະສິກໍາສະອາດ, ມີເນື້ອທີ່ປູກ3,5 ເຮັກຕາປະເພດຜັກທີປູກ , ຜັກການຊອມ,ຜັກປົ້ງ,ຜັກບົ່ວ,ຜັກສະລັດ,ຜັກບົວລະພາ,ຜັກຫອມປ້ອມ,ຜັກຫົມ, ໝາກຖົ່ວ, ຕະຫຼາດ ແລະ ຮູບແບບການຈຳໜ່າຍ, ພໍ່ຄ້າຄົນກາງ

ຜ່ານການລົງທັດສະນະສຶກສາເຫັນວ່າປັດໃຈພຶ້ນຖານການຕະຫຼາດປະກອບມີ 1, (ຜະລິດຕະພັນ, ລາຄາ, ໂປໂມຊັນ, ສະຖານທີ) 2. ການຄຸ້ມຄອງຫຼັງການເກັບກ່ຽວ(ການເກັບກ່ຽວ, ການຄັດເລືອກຫຼືການຄັດເກດ,ການເກັບຮັກສາ, ການຮັກສາຄວາມເຢັນອຸນະພູມ, ການຫຸ້ມຫໍ່, ການຂົນສົ່ງ), ຕ່ອງໂສ້ການຕະຫຼາດ(ຜູ້ຜະລິດ, ຜູ້ຊື້ຄົນທ້ອງຖີ່ນ, ຕະຫຼາດຂາຍຍົກ, ຕະຫຼາດຂາຍຍ່ອຍ, ຕະຫຼາດຊຸມຊົນ), ຊ່ວງທາງການຕະຫຼາດ(ມີ3 ຊ່ອງທາງ 1. ຜູ້ຜະລິດ-ຜູ້ຂາຍສົ່ງ-ຜູ້ຂາຍຍ່ອຍ-ຜູ້ບໍລິໂພກ, 2.ຜູ້ຜະລິດ-ຜູ້ຂາຍຍ່ອຍ-ຜູ້ບໍລິໂພກ, 3.ຜູ້ຜະລິດ-ຜູ້ບໍລິໂພກ )ກຸ່ມຜະລິດຈະໄດ້ນໍາເອົາບົດຮຽນທີ່ດີ ຈາກການມາທັດຊະນະສືກສາຄັ້ງນີ້ໄປນຳໃຊ້ເຂົ້າໃນການພັດທະນາການຜະລິດຜັກໃນກຸ່ມຂອງຕົນ ເຮັດໃຫ້ກຸ່ມມີຄວາມເຂັ້ມແຂງໄປເທື່ອລະກ້າວ.