0
0
0
s2sdefault

ໃນຄັ້ງວັນທີ 14-20 ສິງຫາ 2023 ທີ່ຜ່ານມາ, ທິມງານ ໂຄງການ ຄສກສ ຂັ້ນສູນກາງ, ຂັ້ນແຂວງ ແລະ ຂັ້ນເມືອງ ຮ່ວມກັບ ຄະນະກໍາມະການປະສານງານ ແລະ ຄຸ້ມຄອງທາງດ້ານການເງິນ (PCFC), ເຊິ່ງ ນໍາພາ ໂດຍ ທ່ານ ສົມພອນ ແກ້ວຫາວົງ, ຫົວໜ້າກົມສົ່ງເສີມກະສິກໍາ ແລະ ສະຫະກອນ, ກະຊວງກະສິກໍາ ແລະ ປ່າໄມ້ (ກປ) ພ້ອມທັງເປັນ ຫົວໜ້າຄະນະ PCFC ແລະ ຕາງໜ້າຄະນະPCFC ຈາກ ກົມແຜນການ ແລະ ການຮ່ວມມື (ກປ), ທະນາຄານແຫ່ງ ສປປ ລາວ, ກະຊວງອຸດສະຫະກໍາ ແລະ ການຄ້າ, ກະຊວງແຜນການ ແລະ ການລົງທຶນ ແລະ ກົມພັດທະນາຊົນນະບົດ (ກປ) ໄດ້ລົງຢ້ຽມຢາມ ທຸລະກິດກະສິກໍາ (ໂຮງສີເຂົ້າ ແລະ ໂຮງງານຝຸ່ນຊີວະພາບ) ທີ່ກໍາລັງຂຽນແຜນທຸລະກິດ ເພື່ອຂໍການຊ່ວຍເຫລືອຈາກໂຄງການ ແລະ ກຸ່ມຜູ້ຜະລິດກະສິກໍາ ທີ່ມີທາງແຮງ. ການລົງຢ້ຽມຢາມຄັ້ງນີ້ ແມ່ນຢູ່ໃນ ແຂວງ ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ ແລະ ເຊກອງ.  ເພື່ອໃຫ້ຄະນະກໍາມະການປະສານງານ ແລະ ຄຸ້ມຄອງທາງດ້ານການເງິນ (PCFC) ໄດ້ປຶກສາຫາລືໂດຍກົງກັບ ຜູ້ປະກອບການທຸລະກິດກະສິກໍາ ແລະ ກຸ່ມຜູ້ຜະລິດ ກະສິກໍາ, ໄດ້ເຫັນພາບລວມຂອງ ທຸລະກິດ ແລະ ກຸ່ມການຜະລິດດັ່ງກ່າວ ເພື່ອເປັນຂໍ້ມູນໃນການພິຈາລະນາ ໃຫ້ການຊ່ວຍເຫລືອ.

 

230819_SVK_Atsaphangthong_Khanthong_rice_mill2_1_1.jpg

 230816 Sekong APG Dakcheung3 2 2

 

0
0
0
s2sdefault

ໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກຳເປັນສິນຄ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ ໄດ້ມອບປື້ມຄູ່ມືເຕັກນິກການຜະລິດເຂົ້າ, ປື້ມຄູ່ມື ແລະ ເຄື່ອງມືບັນຊີກອງທຶນກູ່ມຜະລິດກະສິກຳ, ໂປສເຕີ, ແຜ່ນພັບ ໃຫ້ກັບບັນດາແຂວງເປົ້າໝາຍຂອງໂຄງການ 5 ແຂວງ ແລະ ນະຄອນຫຼວງວຽງຈັນ ເພື່ອເປັນເຄື່ອງມືໃນການດຳເນີນການຈັດຕັ້ງປະຕິບັດກິດຈະກຳຂອງໂຄງການ ດັ່ງລາຍລະອຽດລູ່ມນີ້:

# ນະຄອນຫລວງວຽງຈັນ  ຈໍານວນ ຫົວໜ່ວຍ #  ແຂວງ ເຊກອງ ຈໍານວນ ຫົວໜ່ວຍ # ແຂວງຈໍາປາສັກ ຈໍານວນ ຫົວໜ່ວຍ
1 ປື້ມຄູ່ມື ແລະ ເຄື່ອງມືບັນຊີ ກອງທຶນກຸ່ມຜະລິດກະສິກຳ 264 ຫົວ 1 ປື້ມຄູ່ມື ແລະ ເຄື່ອງມືບັນຊີ ກອງທຶນກຸ່ມຜະລິດກະສິກຳ      776 ຫົວ 2 ປື້ມຄູ່ມື ແລະ ເຄື່ອງມືບັນຊີ ກອງທຶນກຸ່ມຜະລິດກະສິກຳ 776 ຫົວ
# ແຂວງຄໍາມ່ວນ ຈໍານວນ ຫົວໜ່ວຍ #  ແຂວງ ສະຫວັນນະເຂດ ຈໍານວນ ຫົວໜ່ວຍ #  ແຂວງ ສາວະວັນ ຈໍານວນ ຫົວໜ່ວຍ
1 ປື້ມຄູ່ມື, ໂປສເຕີ ແລະ ແຜ່ນພັບ ເຕັກນິກການປູກເຂົ້າ: 1 ປື້ມຄູ່ມື, ໂປສເຕີ ແລະ ແຜ່ນພັບ ເຕັກນິກການປູກເຂົ້າ: 1 ປື້ມຄູ່ມື, ໂປສເຕີ ແລະ ແຜ່ນພັບ ເຕັກນິກການປູກເຂົ້າ:
  1/ ປື້ມຄູ່ມື ເຕັກນິກການປູກເຂົ້າ  460 ຫົວ   1/ ປື້ມຄູ່ມື ເຕັກນິກການປູກເຂົ້າ   880 ຫົວ   1/ ປື້ມຄູ່ມື ເຕັກນິກການປູກເຂົ້າ   460 ຫົວ
  2/ ໂປສເຕີ ເຕັກນິກການປູກເຂົ້າ 440 ແຜນ   2/ ໂປສເຕີ ເຕັກນິກການປູກເຂົ້າ 860 ແຜນ   2/ ໂປສເຕີ ເຕັກນິກການປູກເຂົ້າ 440 ແຜນ
  3/ ແຜ່ນພັບ ເຕັກນິກການປູກເຂົ້າ   6,470 ແຜນ   3/ ແຜ່ນພັບ ເຕັກນິກການປູກເຂົ້າ   12,680 ແຜນ   3/ ແຜ່ນພັບ ເຕັກນິກການປູກເຂົ້າ  6,470 ແຜນ
2 ປື້ມຄູ່ມື ແລະ ເຄື່ອງມືບັນຊີ ກອງທຶນກຸ່ມຜະລິດກະສິກຳ 2,056 ຫົວ 2 ປື້ມຄູ່ມື ແລະ ເຄື່ອງມືບັນຊີ ກອງທຶນກຸ່ມຜະລິດກະສິກຳ 1,896 ຫົວ 2 ປື້ມຄູ່ມື ແລະ ເຄື່ອງມືບັນຊີ ກອງທຶນກຸ່ມຜະລິດກະສິກຳ 1,032 ຫົວ

0
0
0
s2sdefault

ໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກຳເປັນສິນຄ້າທີ່ເປັນມິດຕໍ່ສິ່ງແວດລ້ອມ ມີຄວາມຕ້ອງການເພື່ອນຮ່ວມງານໃນຕຳແໜ່ງ ທີ່ປຶກສາຜູ້ຊ່ວຍວຽກການບໍລິຫານ ແລະ ການເງິນ ປະຈຳຫ້ອງການປະສານງານໂຄງການ ແຂວງສະຫວັນນະເຂດ, ທ່ານໃດທີ່ມີຄວາມສົນໃຈກະລຸນາປະກອບເອກະສານຊີວະປະຫວັດ, ຂໍ້ມູນຂອງຜູ້ກ່ຽວ ແລະ ຄວາມຮູ້ຄວາມສາມາດທີ່ກ່ຽວຂ້ອງ ສົ່ງໃຫ້ຫ້ອງການປະສານງານໂຄງການຂັ້ນສູນກາງ, ກົມສົ່ງເສີມກະສິກຳ ແລະ ສະຫະກອນ, ກະຊວງກະສກຳ ແລະ ປ່າໄມ້

ຫ້ອງການປະສານງານໂຄງການຂັ້ນສູນກາງ, ບ້ານດອນຕິ້ວ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ

ໂທລະສັບ: 0304620706

ອີເມວ: This email address is being protected from spambots. You need JavaScript enabled to view it.\ This email address is being protected from spambots. You need JavaScript enabled to view it.

ປິດຮັບສະໝັກເວລາ 16:00 ວັນທີ 15 ສິງຫາ 2022

Request for Expression of Interest for Individual Consultant