0
0
0
s2sdefault

ໃນຄັ້ງວັນທີ 14-20 ສິງຫາ 2023 ທີ່ຜ່ານມາ, ທິມງານ ໂຄງການ ຄສກສ ຂັ້ນສູນກາງ, ຂັ້ນແຂວງ ແລະ ຂັ້ນເມືອງ ຮ່ວມກັບ ຄະນະກໍາມະການປະສານງານ ແລະ ຄຸ້ມຄອງທາງດ້ານການເງິນ (PCFC), ເຊິ່ງ ນໍາພາ ໂດຍ ທ່ານ ສົມພອນ ແກ້ວຫາວົງ, ຫົວໜ້າກົມສົ່ງເສີມກະສິກໍາ ແລະ ສະຫະກອນ, ກະຊວງກະສິກໍາ ແລະ ປ່າໄມ້ (ກປ) ພ້ອມທັງເປັນ ຫົວໜ້າຄະນະ PCFC ແລະ ຕາງໜ້າຄະນະPCFC ຈາກ ກົມແຜນການ ແລະ ການຮ່ວມມື (ກປ), ທະນາຄານແຫ່ງ ສປປ ລາວ, ກະຊວງອຸດສະຫະກໍາ ແລະ ການຄ້າ, ກະຊວງແຜນການ ແລະ ການລົງທຶນ ແລະ ກົມພັດທະນາຊົນນະບົດ (ກປ) ໄດ້ລົງຢ້ຽມຢາມ ທຸລະກິດກະສິກໍາ (ໂຮງສີເຂົ້າ ແລະ ໂຮງງານຝຸ່ນຊີວະພາບ) ທີ່ກໍາລັງຂຽນແຜນທຸລະກິດ ເພື່ອຂໍການຊ່ວຍເຫລືອຈາກໂຄງການ ແລະ ກຸ່ມຜູ້ຜະລິດກະສິກໍາ ທີ່ມີທາງແຮງ. ການລົງຢ້ຽມຢາມຄັ້ງນີ້ ແມ່ນຢູ່ໃນ ແຂວງ ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ ແລະ ເຊກອງ.  ເພື່ອໃຫ້ຄະນະກໍາມະການປະສານງານ ແລະ ຄຸ້ມຄອງທາງດ້ານການເງິນ (PCFC) ໄດ້ປຶກສາຫາລືໂດຍກົງກັບ ຜູ້ປະກອບການທຸລະກິດກະສິກໍາ ແລະ ກຸ່ມຜູ້ຜະລິດ ກະສິກໍາ, ໄດ້ເຫັນພາບລວມຂອງ ທຸລະກິດ ແລະ ກຸ່ມການຜະລິດດັ່ງກ່າວ ເພື່ອເປັນຂໍ້ມູນໃນການພິຈາລະນາ ໃຫ້ການຊ່ວຍເຫລືອ.

 

230819_SVK_Atsaphangthong_Khanthong_rice_mill2_1_1.jpg

 230816 Sekong APG Dakcheung3 2 2