0
0
0
s2sdefault

ໃນວັນທີ 11 ຕຸລາ 2023 ໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກໍາເປັນສິນຄ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ (ຄສກສ) ໄດ້ເປີດພິທີ ໃນການມອບ-ຮັບ ທຶນສະໜັບສະໜູນຜູ້ຜະລິດກະສິກໍາຂະໜາດນ້ອຍ (SFS) ໃຫ້ແກ່ກຸ່ມຜູ້ຜະລິດພືດຜັກອິນຊີ ບ້ານ ນາສ້າງໃພ ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ ເພື່ອເປັນການຊຸກຍູ້ສາ້ງຄວາມເຂັ້ມແຂງໃນການຜະລິດກະສິກຳເປັນສິນຄ້າ ສາມາດຕອບສະໜອງໃຫ້ຕະຫຼາດທັງພາຍໃນ ແລະ ຕ່າງປະເທດ ຕາມແຜນການຂອງກະຊວງກະສິກຳ ແລະ ປ່າໄມ້ວາງອອກ. ໂດຍ ໂຄງການໄດ້ມອບທຶນໃຫ້ກຸ່ມການຜະລິດພືດຜັກອິນຊີ, ຈໍານວນ 179.415.000 ກີບ/ທຽບເທົ່າ 9.000 ໂດລາສະຫະລັດ ເຊີ່ງທຶນດັ່ງກ່າວແມ່ນໄດ້ຮັບການສະໜັບສະໜູນຈາກທະນາຄານພັດທະນາອາຊີ (ADB)