0
0
0
s2sdefault

ໃນວັນທີ 12 ມັງກອນ 2024 ທີ່ຜ່ານມາ, ທີ່ຫອ້ງການພະແນກກະສິກໍາ ແລະ ປ່າໄມ້, ແຂວງ ຈໍາປາສັກ

ໂດຍການເປັນປະທານຂອງ ທ່ານ ຄໍາ ນີລາວົງ, ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງ ຈໍາປາສັກ. ໃນກອງປະຊຸມມີຜູ້ເຂົ້້າຮ່ວມທັງໝົດ 24 ທ່ານ ເປັນຍິງ 5 ທ່ານ, ເຊິ່ງປະກອບມີ ບັນດາພະນັກງານຈາກພາກລັດ, ຜູ້ປະສານງານຂັ້ນແຂວງ, ເມືອງທີ່ກ່ຽວຂ້ອງ. ມີບັນດາສະຫະກອນການຜະລິດກະສິກໍາ, ຜູ້ປະກອບການທຸລະກິດ ແລະ ທີມງານໂຄງການ ຄສກສ ທີ່ເຂົ້່າຮ່ວມ.

ຈຸດປະສົງຂອງກອງປະຊຸມແມ່ນເພື່ອເຜີຍແຜ່ການເຂົ້າຫາການຊ່ວຍເຫຼືອສໍາລັບທຸລະກິດກະສິກໍາ ຂອງ ໂຄງການ ຄສກສ ພ້ອມທັງ ອະທິບາຍລາຍລະອຽດ ບັນດາເງື່ອນໄຂຕ່າງໆ, ການນໍາໃຊ້ທຶນຊ່ວຍເຫລືອ, ແບບຟອມບົດສະເຫນີແນວຄວາມຄິດ, ການເປີດ-ປິດຮັບບົດສະເຫນີແນວຄວາມຄິດ ແລະ ຂັ້ນຕອນຕ່າງໆຂອງການຊ່ວຍເຫຼືອ (ເຊີ່ງມີ ໂຮງເຮືອນ ຄັດແຍກ ແລະ ຫຸ້ມຫໍ່ພືດຜັກ, ໂຮງງານຝຸ່ນຊີວະພາບ) ເພື່ອໃຫ້ ສະຫະກອນ ແລະ ຜູ້ປະກອບການ ທຸລະກິດກະສິກໍາ ໄດ້ຮັບຮູ້, ເຂົ້າໃຈ, ແລະ ກະກຽມເພື່ອສະຫມັກຂໍການຊ່ວຍເຫລືອດັ່ງກ່າວ. ທຶນການຊ່ວຍເຫຼືອນີ້ ແມ່ນໄດ້ປະກາດຮັບບົດສະເໜີແນວຄວາມຄິດເປັນທີ່ຮຽບຮ້ອຍແລ້ວ ເພື່ອໃຫ້ບັນດາຜູ້ປະກອບການ ແລະ ສະຫະກອນການຜະລິດກະສິກໍາ ໄດ້ຍື່ນບົດສະເໜີແນວຄວາມຄິດເຂົ້າມາ ຍາດແຍ່ງເອົາທຶນຊ່ວຍເຫຼືອຈາກໂຄງການ, ເຊິ່ງຈະປິດຮັບ ວັນທີ 26/02/2024

ໃນກອງປະຊຸມຄັ້ງນີ້, ທ່ານ ນາງ ພິມມະສອນ ໄຊມົນຕຣີ, ຜູ້ຈັດການ ໂຄງການ ຄສກສ ຂັ້ນສູນກາງ ໄດ້ນຳສະເໜີພາບລວມຂອງໂຄງການ, ຫລັງຈາກນັ້ນ ທ່ານ ສຸລິພອນສິດ ລັດຕະນະມົງຄຸນ ທີ່ປຶກສາດ້ານການຄຸ້ມຄອງການເງິນ (FME)  ໄດ້ນໍາສະເໜີ ກ່ຽວກັບພາບລວມຂອງທີ່ປຶກສາຄຸ້ມຄອງການເງິນ ແລະ ການຊ່ວຍເຫລືອ ໃຫ້ແກ່ຜູ້ປະກອບການທຸລະກິດກະສິກຳແບບມີສ່ວນຮ່ວມ (MGS), ໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກໍາເປັນສິນຄ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ (ຄສກສ).

ຈາກນັ້ນ, ທີ່ປຶກສາດ້ານການຄຸ້ມຄອງການເງິນ (FME)  ໄດ້ນໍາສະເໜີກ່ຽວກັບເງື່ອນໄຂ, ແບບຟອມ ແລະ ເອກະສານຕ່າງໆທີ່ກ່ຽວຂ້ອງການຊ່ວຍເຫລືອ ໃຫ້ແກ່ຜູ້ປະກອບການທຸລະກິດກະສິກຳ ແລະ ພາກສ່ວນທີ່ກ່ຽວຂ້ອງ.

ພາຍຫລັງ ການນຳສະເໜີ ຜູ້ເຂົ້າຮ່ວມ ກໍໄດ້ປະກອບຄຳຄິດເຫັນກ່ຽວກັບທຶນສະໜັບສະໜູນດັ່ງກ່າວ ເພື່ອໃຫ້ການຈັດຕັ້ງປະຕິບັດກິດຈະກຳຂອງໂຄງການ ຄສກສ ດໍາເນີນໄປໃຫ້ມີປະສິດທິຜົນຢ່າງສູງສຸດ

Matching Grant Scheme Awareness Programme in Champasak

Organized by: Climate-Friendly Agribusiness Value Chains Sector Project (CFAVC)

Department of Agriculture Extension and Cooperatives (DAEC)

Granted by: Asian Development Bank (ADB) G0585-LAO

At Vientiane Capital, Date 12 January 2024