0
0
0
s2sdefault

ໃນຕອນເຊົ້າຂອງວັນທີ 02 ພຶດສະພາ 2024 ໄດ້ມີການເປີດພິທີ - ມອບ-ຮັບ ແຜນການນໍາໃຊ້ທີ່ດິນກະສິກໍາ, ໃບຢັ້ງຢືນການນໍາໃຊ້ທີ່ດິນກະສິກໍາ ແລະ ໃບຕາດິນ ໃຫ້ກຸ່ມຜະລິດພຶດຜັກ ບ້ານທົ່ງກາຫຼົງ ເມືອງປາກຊ່ອງ ແຂວງຈໍປາສັກ  ໂດຍການໃຫ້ກຽດເປັນຄະນະປະທານໂດຍທ່ານ ຈັນທະບູນ ສີປະເສີດ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ທ່ານ ປອ ນິວົງ ສີປະເສີດ ຫົວໜ້າກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ, ທ່ານ ຄຳ ນິລະວົງ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແລະ ທ່ານ ຄຳຂອດ ໝື່ນຫຼວງ ຮອງເຈົ້າເມືອງປາກຊ່ອງ,ແຂວງຈຳປາສັກRTK.CHS23

 

RTK.CHS2

ໂດຍໄດ້ຮັບການສະໜັບສະໜູນຈາກໂຄງການ ຄສກສ ໃນການລົງຈັດຕັ້ງປະຕິບັດວຽກງານການວາງແຜນການນຳໃຊ້ທີ່ດິນກະສິກຳແບບມີສ່ວນຮ່ວມ ແລະ ການລົງສຳຫຼວດວັດແທກຕອນດິນກະສິກຳຂອງຊາວກະສິກອນພາຍໃນບ້ານທົ່ງກາຫຼົງ ເພື່ອອອກໃບຢັ້ງຢືນທີ່ດິນກະສິກຳ ໂດຍໄດ້ທຳການວັດແທກທັງໝົດຈໍານວນໃບຢັ້ງຢືນ 150 ຕອນ ແລະ ມອບໃບຕາດິນ 31ຕອນໃຫ້ສະມາຊິກພາຍໃນກູ່ມການຜະລິດພືດຜັກເປັນສິນຄ້າເຊີ່ງເປັນກູ່ມເປົ້າໝາຍຂອງໂຄງການ ຄສກສ.

 

RTK.CHS1

 

ນອກຈາກນັ້ນ, ໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກຳເປັນສິນຄ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ (ຄສກສ) ກໍ່ໄດ້ມີການມອບ-ຮັບ ຊຸດອຸປະກອນການສຳຫຼວດຕອນດິນ ໃຫ້ພະແນກກະສິກຳ ແລະ ປ່າໄມ້ແຂວງ ເພື່ອນຳໃຊ້ເຂົ້າໃນວຽກງານການສຳຫຼວດຕອນດິນຂອງໂຄງການ ເຊີ່ງພິທີການມອບ-ຮັບ ໂດຍທ່ານຄຳປ້ອງ ວົງພະຈັນ ຫົວໜ້າໂຄງການ ຄສກສ ແລະ ທ່ານ ຄຳ ນິລະວົງ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງຈຳປາສັກ.

RTK.SVK21