0
0
0
s2sdefault
459197464 1053552180106159 3434903748913116034 n
ພິທີມອບ-ຮັບ ທຶນສະໜັບສະໜູນ ໃຫ້ກຸ່ມຜູ້ຜະລິດພືດຜັກເປັນສິນຄ້າ ຈໍານວນ 5 ກຸ່ມ ທີ່ ເມືອງ ປາກຊ່ອງ, ແຂວງ ຈໍາປາສັກ
460208980 1005872284888190 8356691336901762850 n
ຈຸດປະສົງເພື່ອ ມອບທຶນສະໜັບສະໜູນໃຫ້ແກ່ ກຸ່ມຜູ້ຜະລິດກະສິກໍາຂະໜາດນ້ອຍ (SFS) ຈໍານວນ 5 ກຸ່ມ, ລວມເປັນເງິນຈໍານວນ 2,541,855,000 ກີບ ຫຼື ທຽບເທົ່າ 115,000 ໂດລາສະຫະລັດ, ເຊິ່ງເປັນທຶນຊ່ວຍເຫລືອລ້າຈາກ ທະນາຄານພັດທະນາອາຊີ (ADB) ໃຫ້ແກ່ກຸ່ມຜະລິດພືດຜັດເປັນສິນຄ້າ ບ້ານ ທົ່ງກາຫຼົງ, ບ້ານ ກະຕວດ, ບ້ານ ຫ້ວຍເສັດ, ບ້ານ ກອງຕຸ່ນ ແລະ ບ້ານ ໜອງສູງ, ເຊິ່ງມີຈໍານວນສະມາຊິກກຸ່ມທັງໝົດ 134 ຄອບຄົວ.

460361268 1005873161554769 835055856930783069 n

 
ພິທີດັ່ງກ່າວໄດ້ມີຜູ້ແທນຈາກຫລາຍພາກສ່ວນເຂົ້າຮ່ວມມອບຢ່າງພ້ອມພຽງ ເຊິ່ງມີຕາງໜ້າຈາກ ຫ້ອງການທີ່ກ່ຽວຂ້ອງຂັ້ນເມືອງ ເຊັ່ນ: ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ຫ້ອງການອຸດສາຫະກໍາ ແລະ ການຄ້າ, ຫ້ອງການ ການເງິນ, ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງ, ພາກສ່ວນ ກົມສົ່ງເສີມກະສິກໍາ ແລະ ສະຫະກອນ, ພະແນກກະສິກໍາ ແລະ ປ່າໄມ້ ແຂວງ ຈໍາປາສັກ, ຄະນະໂຄງການ ຄສກສ, ຜູ້ຊ່ຽວຊານປະຈໍາໂຄງການ, ຜູ້ປະສານງານໂຄງການ ຄສກສ ຂັ້ນແຂວງ-ຂັ້ນເມືອງ ຕະຫຼອດເຖີງ ສະມາຊິກກຸ່ມຜະລິດພືດຜັກເປັນສິນຄ້າ ທັງໝົດ 5 ກຸ່ມ