0
0
0
s2sdefault
460218501 1006877888120963 1760427123320343519 nພິທີມອບ-ຮັບ ທຶນສະໜັບສະໜູນ ໃຫ້ກຸ່ມຜູ້ຜະລິດພືດຜັກເປັນສິນຄ້າ ຈໍານວນ 2 ກຸ່ມ ທີ່ ເມືອງ ສຸຂຸມາ, ແຂວງ ຈໍາປາສັກ
 
ໃນວັນທີ 13/09/2024 ທີ່ຜ່ານມາ, ໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກໍາເປັນສິນຄ້າທີ່ເປັນມິດຕໍ່ສົ່ງແວດລ້ອມ (ຄສກສ) ຂອງ ກົມສົ່ງເສີມກະສິກໍາ ແລະ ສະຫະກອນ, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດພິທີມອບ-ຮັບ ທຶນສະໜັບສະໜູນ ໃຫ້ແກ່ ກຸ່ມຜູ້ຜະລິດກະສິກໍາຂະໜາດນ້ອຍ (SFS) ຈໍານວນ 2 ກຸ່ມ ທີ່ ເມືອງ ສຸຂຸມາ, ແຂວງ ຈໍາປາສັກ, ໂດຍການເປັນປະທານ ຂອງ ທ່ານ ສົມພອນ ແກ້ວຫາວົງ ຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນ ກະຊວງກະສິກໍາ ແລະ ປ່າໄມ້, ທ່ານ ສົມສະໜິດ ສີສັງວອນ ຮອງເຈົ້າເມືອງໆສຸຂຸມາ ປະທານຄະນະຊີ້ນຳໂຄງການ ຄສກສ ຂັ້ນເມືອງ.
ຈຸດປະສົງເພື່ອ ມອບທຶນສະໜັບສະໜູນໃຫ້ແກ່ ກຸ່ມຜູ້ຜະລິດກະສິກໍາຂະໜາດນ້ອຍ (SFS) ຈໍານວນ 2 ກຸ່ມ, ລວມເປັນເງິນຈໍານວນ 905,997,000 ກີບ ຫຼື ທຽບເທົ່າ 41,000 ໂດລາສະຫະລັດ, ເຊິ່ງເປັນທຶນຊ່ວຍເຫລືອລ້າຈາກ ທະນາຄານພັດທະນາອາຊີ (ADB) ໃຫ້ແກ່ ກຸ່ມຜະລິດໝາກຖົ່ວດິນເປັນສິນຄ້າ ແລະ ກຸ່ມຜະລິດໝາກເຜັດເປັນສິນຄ້າ ບ້ານ ຫ້ວຍແຫ່, ເຊິ່ງມີຈໍານວນສະມາຊິກກຸ່ມທັງໝົດ 41 ຄອບຄົວ.