0
0
0
s2sdefault
460989740 1010767837731968 8289068815099600700 n
ໃນວັນທີ 16-19 ກັນຍາ 2024, ໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກໍາເປັນສິນຄ້າ ທີ່ເປັນມິດຕໍ່ສົ່ງແວດລ້ອມ (ຄສກສ) ຂອງ ກົມສົ່ງເສີມກະສິກໍາ ແລະ ສະຫະກອນ, ກະຊວງກະສິກໍາ ແລະ ປ່າໄມ້, ພະແນກກະສິກໍາ ແລະ ປ່າໄມ້ ແຂວງ ສະຫວັນນະເຂດ ໄດ້ຈັດພິທີມອບ-ຮັບ ທຶນສະໜັບສະໜູນໃຫ້ກຸ່ມຜູ້ຜະລິດກະສິກໍາຂະໜາດນ້ອຍ / Smallholder Financing Scheme (SFS) ຈໍານວນ 11 ກຸ່ມຂື້ນ ທີ່ ເມືອງ ອາດສະພັງທອງ, ເມືອງ ຈໍາພອນ, ເມືອງ ຊົນນະບູລີ, ເມືອງ ໄຊພູທອງ, ເມືອງ ສອງຄອນ ແລະ ເມືອງ ໄຊບູລີ, ແຂວງ ສະຫວັນນະເຂດ, ເຊິ່ງເປັນປະທານໂດຍ:
ທ່ານ ອຸ່ນຫລ້າ ພູວົງນິນທາ ຮອງເຈົ້າເມືອງໆ ອາດສະພັງທອງ
ທ່ານ ຄໍາຕາ ສິນທະສອນ ຮອງເຈົ້າເມືອງໆ ຈໍາພອນ
ທ່ານ ຄໍາໃສ ບຸບຜາພັນ ຮອງເຈົ້າເມືອງໆ ຊົນນະບູລີ
ທ່ານ ເພີນ ທາມອນຕີ ຮອງເຈົ້າເມືອງໆ ໄຊພູທອງ
ທ່ານ ປທ ລິນທອງ ບຸນທະມາລີ ຮອງເຈົ້າເມືອງໆ ສອງຄອນ
ທ່ານ ພູເງິນ ຈັນທະສອນ ຮອງເຈົ້າເມືອງໆ ໄຊບູລີ
ທ່ານ ຄໍາມອນ ທິລາວົງ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງ ສະຫວັນນະເຂດ
ທ່ານ ຄໍາປ້ອງ ວົງພະຈັນ ຫົວໜ້າໂຄງການ ຄສກສ, ກົມສົ່ງເສີມກະສິກໍາ ແລະ ສະຫະກອນ.
461147419 1010769404398478 8940255813334983290 n
 
ທຶນດັ່ງກ່າວເປັນເງິນຊ່ວຍເຫລືອລ້າຈາກທະນາຄານພັດທະນາອາຊີ (ADB) ມອບໃຫ້ແກ່ກຸ່ມຜະລິດແນວພັນເຂົົ້າລຸ້ນ3 ເປັນສິນຄ້າ ບ້ານປົ່ງນາ ເມືອງ ອາດສະພັງທອງ; ກຸ່ມຜະລິດແນວພັນເຂົົ້າລຸ້ນ 3 ເປັນສິນຄ້າ ບ້ານ ພະແລງ, ກຸ່ມຜູ້ລິດເຂົ້າ GAP ເປັນສິນຄ້າ ບ້ານ ທວດ ເມືອງ ຈໍາພອນ; ກຸ່ມຜະລິດແນວພັນເຂົົ້າລຸ້ນ3 ເປັນສິນຄ້າ ບ້ານ ກອງປະທຸມວັນ, ກຸ່ມຜູ້ລິດເຂົ້າເປັນສິນຄ້າ ບ້ານ ທ່າຄໍາເຫຼື່ອມ ເມືອງ ຊົນນະບູລີ; ກຸ່ມຜະລິດເຂົ້າຄຸນນະພາບດີປັນສິນຄ້າ ບ້ານ ຄັນທ່າຈານ ເມືອງ ໄຊພູທອງ; ກຸ່ມຜະລິດເຂົ້າປັນສິນຄ້າ ບ້ານ ໜອງເດີ່ນທົ່ງ, ບ້ານ ດົງສະຫວ່າງ ເມືອງ ສອງຄອນ; ກຸ່ມຜະລິດເຂົ້າປັນສິນຄ້າ ບ້ານ ບຶງເຊ, ບ້ານ ຫາດຊາຍສູງ, ບ້ານ ກ້າງປາ-ໂພນທັນ ເມືອງ ໄຊບູລີ, ແຂວງ ສະຫວັນນະເຂດ ເຊິ່ງມີຈໍານວນສະມາຊິກກຸ່ມທັງໝົດ 261 ຄອບຄົວ.
461186112 1010770087731743 2458690607795193865 n
 
ຈຸດປະສົງຂອງການນໍາໃຊ້ທຶນແມ່ນ: (1) ເພື່ອເປັນທຶນໝູນວຽນໃນການຊື້ປັດໃຈການຜະລິດເຂົ້າ ແລະ ແນວພັນເຂົ້າເປັນສິນຄ້າ ຂອງສະມາຊິກພາຍໃນກຸ່ມ, (2) ເພື່ອຊື້ພາຫະນະກົນຈັກໃຫຍ່ເຊັ່ນ:ລົດໄຖນາໃຫຍ່ 50 ແຮງມ້າ ເປັນຊັບສິນສ່ວນລວມພາຍໃນກຸ່ມ ຮັບໃຊ້ບໍລິການສະມາຊິກພາຍໃນກຸ່ມ ຫລື ນອກກຸ່ມໃນການກະກຽມດິນນາປູກເຂົ້າ.