0
0
0
s2sdefault
ໃນຕອນເຊົ້າຂອງວັນທີ 02 ພຶດສະພາ 2024 ໄດ້ມີການເປີດພິທີ - ມອບ-ຮັບ ແຜນການນໍາໃຊ້ທີ່ດິນກະສິກໍາ, ໃບຢັ້ງຢືນການນໍາໃຊ້ທີ່ດິນກະສິກໍາ ແລະ ໃບຕາດິນ ໃຫ້ກຸ່ມຜະລິດພຶດຜັກ ບ້ານທົ່ງກາຫຼົງ ເມືອງປາກຊ່ອງ ແຂວງຈໍປາສັກ ໂດຍການໃຫ້ກຽດເປັນຄະນະປະທານໂດຍທ່ານ ຈັນທະບູນ ສີປະເສີດ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ທ່ານ ປອ ນິວົງ ສີປະເສີດ ຫົວໜ້າກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ, ທ່ານ ຄຳ ນິລະວົງ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແລະ ທ່ານ ຄຳຂອດ ໝື່ນຫຼວງ ຮອງເຈົ້າເມືອງປາກຊ່ອງ,ແຂວງຈຳປາສັກ
ໂດຍໄດ້ຮັບການສະໜັບສະໜູນຈາກໂຄງການ ຄສກສ ໃນການລົງຈັດຕັ້ງປະຕິບັດວຽກງານການວາງແຜນການນຳໃຊ້ທີ່ດິນກະສິກຳແບບມີສ່ວນຮ່ວມ ແລະ ການລົງສຳຫຼວດວັດແທກຕອນດິນກະສິກຳຂອງຊາວກະສິກອນພາຍໃນບ້ານທົ່ງກາຫຼົງ ເພື່ອອອກໃບຢັ້ງຢືນທີ່ດິນກະສິກຳ ໂດຍໄດ້ທຳການວັດແທກທັງໝົດຈໍານວນໃບຢັ້ງຢືນ 150 ຕອນ ແລະ ມອບໃບຕາດິນ 31ຕອນໃຫ້ສະມາຊິກພາຍໃນກູ່ມການຜະລິດພືດຜັກເປັນສິນຄ້າເຊີ່ງເປັນກູ່ມເປົ້າໝາຍຂອງໂຄງການ ຄສກສ.
ນອກຈາກນັ້ນ, ໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກຳເປັນສິນຄ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ (ຄສກສ) ກໍ່ໄດ້ມີການມອບ-ຮັບ ຊຸດອຸປະກອນການສຳຫຼວດຕອນດິນ ໃຫ້ພະແນກກະສິກຳ ແລະ ປ່າໄມ້ແຂວງ ເພື່ອນຳໃຊ້ເຂົ້າໃນວຽກງານການສຳຫຼວດຕອນດິນຂອງໂຄງການ ເຊີ່ງພິທີການມອບ-ຮັບ ໂດຍທ່ານຄຳປ້ອງ ວົງພະຈັນ ຫົວໜ້າໂຄງການ ຄສກສ ແລະ ທ່ານ ຄຳ ນິລະວົງ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງຈຳປາສັກ.
ໃນວັນທີ 15 ມັງກອນ 2024 ທີ່ຜ່ານມາ, ທີ່ ພະແນກກະສິກໍາ ແລະ ປ່າໄມ້, ປະຈໍາ ແຂວງ ສາລະວັນ
ໂດຍການເປັນປະທານຂອງ ທ່ານ ວັງປະເສີດ ບຸນເອື້ອວົງສາ, ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ປະຈໍາ ແຂວງ ສາລະວັນ. ໃນກອງປະຊຸມມີຜູ້ເຂົ້້າຮ່ວມທັງໝົດ 30 ທ່ານ ເປັນຍິງ 8 ທ່ານ, ເຊິ່ງປະກອບມີ ບັນດາພະນັກງານຈາກພາກລັດ, ຜູ້ປະສານງານຂັ້ນແຂວງ, ຂັ້ນເມືອງທີ່ກ່ຽວຂ້ອງ. ມີບັນດາຜູ້ປະກອບການທຸລະກິດ ແລະ ທີມງານໂຄງການ ຄສກສ ທີ່ເຂົ້່າຮ່ວມ.
ຈຸດປະສົງຂອງກອງປະຊຸມແມ່ນເພື່ອເຜີຍແຜ່ການເຂົ້າຫາການຊ່ວຍເຫຼືອສໍາລັບທຸລະກິດກະສິກໍາ ຂອງ ໂຄງການ ຄສກສ ພ້ອມທັງ ອະທິບາຍລາຍລະອຽດ ບັນດາເງື່ອນໄຂຕ່າງໆ, ການນໍາໃຊ້ທຶນຊ່ວຍເຫລືອ, ແບບຟອມບົດສະເຫນີແນວຄວາມຄິດ, ການເປີດ-ປິດຮັບບົດສະເຫນີແນວຄວາມຄິດ ແລະ ຂັ້ນຕອນຕ່າງໆຂອງການຊ່ວຍເຫຼືອ (ເຊີ່ງມີ ໂຮງສີເຂົ້າ ແລະ ໂຮງງານຝຸ່ນຊີວະພາບ) ເພື່ອໃຫ້ຜູ້ປະກອບການ ທຸລະກິດກະສິກໍາ ໄດ້ຮັບຮູ້, ເຂົ້າໃຈ, ແລະ ສະຫມັກຂໍການຊ່ວຍເຫລືອດັ່ງກ່າວ. ທຶນການຊ່ວຍເຫຼືອນີ້ ແມ່ນໄດ້ປະກາດຮັບບົດສະເໜີແນວຄວາມຄິດເປັນທີ່ຮຽບຮ້ອຍແລ້ວ ເພື່ອໃຫ້ບັນດາຜູ້ປະກອບການ ໄດ້ຍື່ນບົດສະເໜີແນວຄວາມຄິດເຂົ້າມາ ຍາດແຍ່ງເອົາທຶນຊ່ວຍເຫຼືອຈາກໂຄງການ, ເຊິ່ງຈະປິດຮັບ ວັນທີ 26/02/2024.
ໃນກອງປະຊຸມຄັ້ງນີ້, ທ່ານ ນາງ ພິມມະສອນ ໄຊມົນຕຣີ, ຜູ້ຈັດການ ໂຄງການ ຄສກສ ຂັ້ນສູນກາງ ໄດ້ນຳສະເໜີພາບລວມຂອງໂຄງການ, ຫລັງຈາກນັ້ນ ທ່ານ ສຸລິພອນສິດ ລັດຕະນະມົງຄຸນ ທີ່ປຶກສາດ້ານການຄຸ້ມຄອງການເງິນ (FME) ໄດ້ນໍາສະເໜີ ກ່ຽວກັບພາບລວມຂອງທີ່ປຶກສາຄຸ້ມຄອງການເງິນ ແລະ ການຊ່ວຍເຫລືອ ໃຫ້ແກ່ຜູ້ປະກອບການທຸລະກິດກະສິກຳແບບມີສ່ວນຮ່ວມ (MGS), ໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກໍາເປັນສິນຄ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ (ຄສກສ).
ຈາກນັ້ນ, ທີ່ປຶກສາດ້ານການຄຸ້ມຄອງການເງິນ (FME) ໄດ້ນໍາສະເໜີກ່ຽວກັບເງື່ອນໄຂ, ແບບຟອມ ແລະ ເອກະສານຕ່າງໆທີ່ກ່ຽວຂ້ອງການຊ່ວຍເຫລືອ ໃຫ້ແກ່ຜູ້ປະກອບການທຸລະກິດກະສິກຳ ແລະ ພາກສ່ວນທີ່ກ່ຽວຂ້ອງ.
ພາຍຫລັງ ການນຳສະເໜີ ຜູ້ເຂົ້າຮ່ວມ ກໍໄດ້ປະກອບຄຳຄິດເຫັນກ່ຽວກັບທຶນສະໜັບສະໜູນດັ່ງກ່າວ ເພື່ອໃຫ້ການຈັດຕັ້ງປະຕິບັດກິດຈະກຳຂອງໂຄງການ ຄສກສ ດໍາເນີນໄປໃຫ້ມີປະສິດທິຜົນຢ່າງສູງສຸດ
Matching Grant Scheme Awareness Programme in Saravan
Organized by: Climate-Friendly Agribusiness Value Chains Sector Project (CFAVC)
Department of Agriculture Extension and Cooperatives (DAEC)
Granted by: Asian Development Bank (ADB) G0585-LAO
At Vientiane Capital, Date 15 January 2024
ໃນວັນທີ 13 ມັງກອນ 2024 ທີ່ຜ່ານມາ, ທີ່ ພະແນກກະສິກໍາ ແລະ ປ່າໄມ້, ປະຈໍາ ແຂວງ ເຊກອງ
ໂດຍການເປັນປະທານຂອງ ທ່ານ ບຸນສົງ ລໍາມະຍົດ, ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ປະຈໍາ ແຂວງ ເຊກອງ. ໃນກອງປະຊຸມມີຜູ້ເຂົ້້າຮ່ວມທັງໝົດ 25 ທ່ານ ເປັນຍິງ 4 ທ່ານ, ເຊິ່ງປະກອບມີ ບັນດາພະນັກງານຈາກພາກລັດ, ຜູ້ປະສານງານຂັ້ນແຂວງ, ເມືອງທີ່ກ່ຽວຂ້ອງ. ມີບັນດາສະຫະກອນການຜະລິດກະສິກໍາ, ຜູ້ປະກອບການທຸລະກິດ ແລະ ທີມງານໂຄງການ ຄສກສ ທີ່ເຂົ້່າຮ່ວມ.
ຈຸດປະສົງຂອງກອງປະຊຸມແມ່ນເພື່ອເຜີຍແຜ່ການເຂົ້າຫາການຊ່ວຍເຫຼືອສໍາລັບທຸລະກິດກະສິກໍາ ຂອງ ໂຄງການ ຄສກສ ພ້ອມທັງ ອະທິບາຍລາຍລະອຽດ ບັນດາເງື່ອນໄຂຕ່າງໆ, ການນໍາໃຊ້ທຶນຊ່ວຍເຫລືອ, ແບບຟອມບົດສະເຫນີແນວຄວາມຄິດ, ການເປີດ-ປິດຮັບບົດສະເຫນີແນວຄວາມຄິດ ແລະ ຂັ້ນຕອນຕ່າງໆຂອງການຊ່ວຍເຫຼືອ (ເຊີ່ງມີ ໂຮງເຮືອນ ຄັດແຍກ ແລະ ຫຸ້ມຫໍ່ພືດຜັກ, ໂຮງງານຝຸ່ນຊີວະພາບ) ເພື່ອໃຫ້ ສະຫະກອນ ແລະ ຜູ້ປະກອບການ ທຸລະກິດກະສິກໍາ ໄດ້ຮັບຮູ້, ເຂົ້າໃຈ, ແລະ ກະກຽມເພື່ອສະຫມັກຂໍການຊ່ວຍເຫລືອດັ່ງກ່າວ. ທຶນການຊ່ວຍເຫຼືອນີ້ ແມ່ນໄດ້ປະກາດຮັບບົດສະເໜີແນວຄວາມຄິດເປັນທີ່ຮຽບຮ້ອຍແລ້ວ ເພື່ອໃຫ້ບັນດາຜູ້ປະກອບການ ແລະ ສະຫະກອນການຜະລິດກະສິກໍາ ໄດ້ຍື່ນບົດສະເໜີແນວຄວາມຄິດເຂົ້າມາ ຍາດແຍ່ງເອົາທຶນຊ່ວຍເຫຼືອຈາກໂຄງການ, ເຊິ່ງຈະປິດຮັບ ວັນທີ 26/02/2024
ໃນກອງປະຊຸມຄັ້ງນີ້, ທ່ານ ນາງ ພິມມະສອນ ໄຊມົນຕຣີ, ຜູ້ຈັດການ ໂຄງການ ຄສກສ ຂັ້ນສູນກາງ ໄດ້ນຳສະເໜີພາບລວມຂອງໂຄງການ, ຫລັງຈາກນັ້ນ ທ່ານ ສຸລິພອນສິດ ລັດຕະນະມົງຄຸນ ທີ່ປຶກສາດ້ານການຄຸ້ມຄອງການເງິນ (FME) ໄດ້ນໍາສະເໜີ ກ່ຽວກັບພາບລວມຂອງທີ່ປຶກສາຄຸ້ມຄອງການເງິນ ແລະ ການຊ່ວຍເຫລືອ ໃຫ້ແກ່ຜູ້ປະກອບການທຸລະກິດກະສິກຳແບບມີສ່ວນຮ່ວມ (MGS), ໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກໍາເປັນສິນຄ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ (ຄສກສ).
ຈາກນັ້ນ, ທີ່ປຶກສາດ້ານການຄຸ້ມຄອງການເງິນ (FME) ໄດ້ນໍາສະເໜີກ່ຽວກັບເງື່ອນໄຂ, ແບບຟອມ ແລະ ເອກະສານຕ່າງໆທີ່ກ່ຽວຂ້ອງການຊ່ວຍເຫລືອ ໃຫ້ແກ່ຜູ້ປະກອບການທຸລະກິດກະສິກຳ ແລະ ພາກສ່ວນທີ່ກ່ຽວຂ້ອງ.
ພາຍຫລັງ ການນຳສະເໜີ ຜູ້ເຂົ້າຮ່ວມ ກໍໄດ້ປະກອບຄຳຄິດເຫັນກ່ຽວກັບທຶນສະໜັບສະໜູນດັ່ງກ່າວ ເພື່ອໃຫ້ການຈັດຕັ້ງປະຕິບັດກິດຈະກຳຂອງໂຄງການ ຄສກສ ດໍາເນີນໄປໃຫ້ມີປະສິດທິຜົນຢ່າງສູງສຸດ
Matching Grant Scheme Awareness Programme in Sekong
Organized by: Climate-Friendly Agribusiness Value Chains Sector Project (CFAVC)
Department of Agriculture Extension and Cooperatives (DAEC)
Granted by: Asian Development Bank (ADB) G0585-LAO
At Vientiane Capital, Date 13 January 2024