0
0
0
s2sdefault

ວຽກງານວາງແຜນນຳໃຊ້ທີ່ດິນກະສິກຳ ແບບມີສ່ວນຮ່ວມຂັ້ນບ້ານ, ການອອກໃບຢັ້ງຢືນທີ່ດິນກະສິກຳ ແມ່ນກິດຈະກຳໜຶ່ງຂອງໂຄງການ ຄສກສ ເຊິ່ງຢູ່ໃນແຂວງສະຫວັນນະເຂດມີເປົ້າໝາຍຢູ່ 2 ເມືອງ ຄືເມືອງໄຊບູລີ ແລະ ເມືອງຈຳພອນ ໃນນັ້ນ ເມືອງໄຊບູລີມີ 8 ບ້ານ, ເມືອງຈຳພອນມີ 8 ບ້ານ.

ສູນສຳຫຼວດ ແລະ ວາງແຜນນຳໃຊ້ທີ່ດິນກະສິກໍາ ທີ່ຂື້ນກັບກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ, ກະຊວງກະສິກໍາ ແລະ ປ່າໄມ້, ໄດ້ຮ່ວມກັບພະແນກກະສິກຳ ແລະ ປ່າໄມ້, ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ຫ້ອງການກ່ຽວຂ້ອງເມືອງ ໄດ້ຈັດຕັ້ງປະຕິບັດ  ວຽກງານວາງແຜນນຳໃຊ້ທີ່ດິນກະສິກຳ ແບບມີສ່ວນຮ່ວມຂັ້ນບ້ານ, ການອອກໃບຢັ້ງຢືນທີ່ດິນກະສິກຳ ພາຍຫຼັງຈັດຕັ້ງປະຕິບັດສຳເລັດແລ້ວ ແມ່ນຈະປະກອບມີລາຍລະອຽດຄື:

  • ມີຄະນະຮັບຜິດຊອບວາງແຜນ, ຄຸ້ມຄອງການນຳໃຊ້ທີ່ດິນກະສິກຳຂັ້ນບ້ານ
  • ມີເຂດຄຸ້ມຄອງບ້ານທີ່ລະອຽດເຊັດເຈນ ແລະ ມີຄວາມເອກະພາບກັນ
  • ມີແຜນໃນການຄຸ້ມຄອງ ແລະ ນຳໃຊ້ທີ່ດິນກະສິກຳ ໂດຍສາມາດຮູ້ໄດ້ເຖີງປະເພດການນຳໃຊ້ທີ່ດິນກະສິກຳ ແລະ ເນື້ອທີ່ການນຳໃຊ້ທີ່ດິນກະສິກຳແຕ່ລະປະເພດພາຍໃນບ້ານ
  • ຮູ້ໄດ້ເຖິງທາດອາຫານ ໃນດິນ ແລະ ອັດຕາຝູນທີ່ຈະໃສ່ໃນການປູກພືດຂອງແຕ່ລະເຂດ
  • ຮູ້ໄດ້ເຖິງຄວາມເໝາະສົມຂອງດິນກັບຊະນິດພືດທີ່ສາມາດປູກໄດ້ໃນແຕ່ລະເຂດການນຳໃຊ້ທີ່ດິນພາຍໃນບ້ານ
  • ມີລະບຽບໃນການຄຸ້ມຄອງ ແລະ ນຳໃຊ້ທີ່ດິນກະສິກຳ
  • ມີແຜນທີທີ່ສະແດງໃຫ້ເຫັນເຖິງສະພາບພື້ນຖານ ແລະ ເຂດຄຸ້ມຄອງຂອງບ້ານ, ການນຳໃຊ້ທີ່ດິນໃນປະຈຸບັນຂອງບ້ານ, ແຜນການນຳໃຊ້ທີ່ດິນກະສິກຳຂອງບ້ານ, ທາດອາຫານ N, P,K, ເນື້ອດິນ, ອິນຊີວັດຖຸໃນດິນ, PH, ອັດຕາຝູ່ນ, ແນະນໍາການນໍາໃຊ້ຝູ່ນ ແລະ ຄວາມເໝາະສົມຂອງດິນຕໍ່ກັບການປູກພືດ.

ຜ່ານການຈັດຕັ້ງປະຕິບັດມາຮອດປະຈຸບັນໄດ້ສໍາເສັດດັ່ງນີ້:

  • ວຽກວາງແຜນນຳໃຊ້ທີ່ດິນກະສິກຳ ແບບມີສ່ວນຮ່ວມສຳເລັດ 6 ບ້ານຄື: ບ້ານຫ້ວຍແຮ່, ບ້ານນາຊຽງຄານ, ບ້ານສີໄຄ, ບ້ານດ້າງສະຫວັນ, ບ້ານກາງ ແລະ ບ້ານບຶງເຊ
  • ວຽກອອກໃບຢັ້ງຢືນທີ່ດິນກະສິກຳສຳເລັດ 1 ບ້ານຄື: ບ້ານນາຊຽງຄານ ມີຈຳນວນ 70 ຄອບຄົວ 104 ຕອນ, ມີເນື້ອທີ່ 111,198 ເຮັກຕາ

0
0
0
s2sdefault