0
0
0
s2sdefault

 

ໃນຕອນເຊົ້າຂອງວັນທີ 5 ຕຸລາ 2022 ນີ້, ໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກໍາເປັນສິນຄ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ (ຄສກສ) ໄດ້ຈັດກອງປະຊຸມປຶກສາຫາລື ແລະ ເເນະນໍາກ່ຽວກັບກ່ຽວກັບການຄຸ້ມຄອງຄວາມສ່ຽງຈາກການປ່ຽນແປງດິນຟ້າອາກາດ ເຊິ່ງກອງປະຊຸມໄດ້ຈັດຂຶ້ນຢູ່ທີ່ໂຮມແຮມຮຸ່ງທິບ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ. ໃຫ້ກຽດເປັນປະທານໂດຍທ່ານ ສູນທະລາ ຕົ້ນພານິດ ຮອງຫົວໜ້າພະແນກກະສິກໍາ ແລະປ່າໄມ້ແຂວງ, ຜູ້ຊີ້ນຳໂຄງການ ຄສກສ ປະຈຳແຂວງສະຫວັນນະເຂດ, ກອງປະຊຸມໄດ້ມີຜູ້ເຂົ້າຮ່ວມຈາກ ໂດຍກອງປະຊຸມໄດ້ມີຜູ້ເຂົ້າຮ່ວມຈາກ ກົມສົ່ງເສີມກະສິກຳ ແລະ ສະຫະກອນ, ກົມຊົນລະປະທານ, ສະຖາບັນຄົນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນບົດ, ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກົມຄຸ້ມຄອງການປ່ຽນແປງດິນຟ້າອາກາດ, ກະຊວງຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມ, ພະແນກກະສິກຳ ແລະ ປ່າໄມ້ແຂວງ 6 ແຂວງ, ຫ້ອງການກະສິກຳ ແລະ ປ່າໄມ້ 7 ເມືອງເປົ້າໝາຍຂອງໂຄງການ, ອົງການຈັດຕັ້ງສາກົນ FAO ແລະ ບັນດາຜູ້ແທນຈາກກຸ່ມຜູ້ນຳໃຊ້ນ້ຳ 6 ກຸ່ມ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ ທັງໝົດຈຳນວນ 80 ທ່ານ, ຍິງ 10 ທ່ານ. ກອງປະຊຸມການປຶກສາຫາລື ແລະ ແນະນຳກ່ຽວກັບການຄຸ້ມຄອງຄວາມສ່ຽງຈາກການປ່ຽນແປງດິນຟ້າອາກາດຄັ້ງນີ້ແມ່ນຈະໄດ້ດໍາເນີນເປັນເວລາ 2 ວັນ, ແຕ່ວັນທີ 5-6/10/2022.