MGS - Matching Grant Scheme ແມ່ນ ທຶນຊ່ວຍເຫຼືອໃນການການສະຫນັບສະຫນູນທຸລະກິດກະສິກໍາແບບມີສ່ວນຮ່ວມ, ເຊິ່ງໂຄງການໃຫ້ການສະໜັບສະນຸນສໍາລັບ:
- ຍົກລະດັບພື້ນຖານໂຄງລ່າງໃນໂຮງສີເຂົ້າຂະໜາດນ້ອຍ ແລະ ກາງ ພ້ອມການສະໜອງການບໍລິການ, ຊຸກຍຸ້ສົ່ງເສີມຊາວກະສິກອນ;
- ກຸ່ມຜູ້ຜະລິດກະສິກໍາ, ສະຫະກອນ ແລະ ຫົວຫນ່ວຍທຸລະກິດ ເອກະຊົນ ທີ່ຕ້ອງການກໍ່ສ້າງ ຫຼື ຍົກລະດັບອາຄານ ໂຮງເຮືອນຄັດແຍກ ແລະ ຫຸ້ມຫໍ່ພືດຜັກ
- ປັບປຸງ, ຍົກລະດັບໂຮງງານຝຸ່ນຊີວະພາບໃຫ້ມີສະມັດຕະພາບ, ມີຄຸນນະພາບ ແລະ ພ້ອມ ໃນການສະໜອງການບໍລິການໃຫ້ແກ່ຊາວກະສິກອນ;
ແລະ ມີຫລັກການພື້ນຖານຄືດັ່ງລຸ່ມນີ້:
- ໂຄງການສະຫນັບສະຫນູນ, ຊ່ວຍເຫລືອ 50% – 60% ຂອງມູນຄ່າການລົງທຶນທັງໝົດ
- ຜູ້ປະກອບການສົມທົບທຶນ10% ເປັນຢ່າງຕໍ່າ, ແຕ່ຖ້າມີຄວາມເຂັ້ມແຂງທາງດ້ານການເງິນ ສາມາດປະກອບຫລາຍແມ່ນຈະເປັນການດີ.
- ຜູ້ປະກອບການກູ້ຢືມນໍາທະນາຄານ 30%

ຫມາຍເຫດ:
ການປະກອບທຶນສົມທົບຕ້ອງເປັນເງິນທີ່ຝາກໄວ້ນໍາສະຖາບັນການເງິນເທົ່ານັ້ນ.

ໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກຳເປັນສິນຄ້າທີ່ເປັນມິດຕໍ່ສິ່ງແວດລ້ອມ (ຄສກສ), ທີ່ປຶກສາຄຸ້ມຄອງການເງິນ (FME) ຍິນ​ດີ​ເຊີນ​ທ່ານ​ ສະເຫນີແນວຄວາມຄິດ​ເພື່ອເປັນ​ຄູ່​ຮ່ວມ​ງານ ​​ກັບ​ໂຄງການ​ດັ່ງກ່າວ ດັ່ງ​ນີ້:

ເປົ້າ​ໝາຍ​ຂອງບົດສະເຫນີແນວຄວາມຄິດ

ໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກໍາເປັນສີນຄ້າທີ່ເປັນມິດກັບສິ່ງແວດລ້ອມ (ຄສກສ) ແມ່ນໂຄງການຊ່ວຍເຫລືອລ້າຈາກທະນາຄານພັດທະນາອາຊີ (ADB) ໃຫ້ກັບ ລັດຖະບານ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ).

ໂຄງການຈະດຳເນີນການຈັດຕັ້ງປະຕິບັດເປັນໄລຍະເວລາ 6 ປີ ຈົນເຖິງເດືອນກັນຍາ 2024, ການດໍາເນີນງານຕາມຍຸດທະສາດການພັດນາກະສິກຳຂອງລັດຖະບານ ຮອດປີ 2025 (ADS) ໂດຍການເພີ່ມຂີດຄວາມສາມາດໃນການແຂ່ງຂັນຕ່ອງໂສ້ການຜະລິດເຂົ້າ ໃນແຂວງ ຄຳມ່ວນ,​ ສາລະວັນ ແລະ ສະຫວັນນະເຂດ, ແລະ ຕ່ອງໂສ້ການຜະລິດພືດຜັກໃນນະຄອນຫລວງວຽງຈັນ, ຈຳປາສັກ ແລະ ເຊກອງ1. ໂຄງການນີ້ຈະຊ່ວຍປັບປຸງສະພາບອາກາດ ທີ່ແທດເໝາະຕໍ່ພື້ນຖານໂຄງລ່າງດ້ານກະສິກຳ ແລະ ເພີ່ມສະມັດຕະພາບການຜະລິດພືດ, ຄວາມຫລາກຫລາຍ ແລະ ການຄ້າຂາຍ.​

ມັນຈະຊ່ວຍປັບປຸງຄວາມອາດສາມາດໃນການເກັບຮັກສາ, ການປຸງແຕ່ງ, ຄຸນນະພາບ ແລະ ການທົດສອບຄວາມປອດໄພ ແລະ ສົ່ງເສີມການນຳໃຊ້ປຸຍຊີວະພາບ ແລະ ກະສິກຳອິນຊີ. ຈະສ້າງຂີດຄວາມສາມາດຂອງຊາວກະສິກອນ ແລະ ທຸລະກິດກະສິກຳ ເພື່ອນະວັດຕະກຳກະສິກຳທີ່ເປັນມິດຕໍ່ສິ່ງແວດລ້ອມ ແລະ ສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ທຸລະກິດກະສິກຳທີ່ເປັນມິດຕໍ່ສິ່ງແວດລ້ອມ ເພື່ອສົ່ງເສີມຄວາມຍືນຍົງຕາມຕ່ອງໂສ້ດັ່ງກ່າວ. ປະຈຸບັນໂຄງການ ຄສກສ ແມ່ນພາຍໃຕ້ການຊີ້ນຳຂອງກະຊວງກະສິກຳ ແລະ ປ່າໄມ້, ກົມສົ່ງເສີມກະສິກໍາ ແລະ ສະຫະກອນ.

ໂຄງການ ຄສກສ ປະກອບມີ 2 ອົງປະກອບຄື:

  1. ອົງປະກອບ ການຈັດຕັ້ງປະຕິບັດ ໂຄງການ (PIC) 
  2. ອົງປະກອບ ການຄຸ້ມຄອງການເງິນ (FME).

ໃນເວລານີ້ ຄສກສ ມີຈຸດປະສົງທີ່ຈະປະກາດເຖິງຜູ້ທີ່ມີຄວາມສົນໃຈເຂົ້າຮ່ວມການປະມູນໂດຍການສະເຫນີແນວຄວາມຄິດ ເພື່ອຍາດແຍ່ງເອົາການຊ່ວຍເຫລືອຈາກ ໂຄງການ, ທີ່ປຶກສາ ຄຸ້ມຄອງການເງິນ (FME) -​ ການຊ່ວຍເຫລືອ ທຸລະກິດກະສິກໍາ ແບບມີສ່ວນຮ່ວມເພື່ອ:

  • ຍົກລະດັບໂຄງລ່າງພື້ນຖານຂອງໂຮງສີເຂົ້າຂະໜາດນ້ອຍ ແລະ ກາງ ເພື່ອຍົກສູງສະມັດຕະພາບ ແລະ ຄຸນນະພາບຂອງການຜະລິດ, ການສ້າງຄວາມເຊື່ອມໂຍ່ງກັບກຸ່ມຊາວກະສິກອນຜູ້ຜະລິດເຂົ້າ, ອຸປະກອນ ຫລື ສະຖານທີ່ໆຕິດພັນກັບການຜະລິດ,​ ການຝຶກອົບຮົມ, ການແລກປ່ຽນບົດຮຽນຂອງເຄື່ອຂ່າຍຂອງກຸ່ມຜູ້ຜະລິດແມ່ນມີສິດໄດ້ຮັບການຊ່ວຍເຫລືອ, ຍົກເວັ້ນທຶນຫມູນວຽນ ແລະ ພາຫະນະຮັບໄຊ້.
  • ກຸ່ມຜູ້ຜະລິດພືດຜັກ ຫລື ສະຫະກອນ ທີ່ຕ້ອງການກໍ່ສ້າງ ຫຼື ຍົກລະດັບອາຄານສູນເກັບຜັກ ແລະ ອາຄານຫຸ້ມຫໍ່ ນອກຈາກນັ້ນກໍມີສາງເຢັນ, ເຄື່ອງລ້າງຜັກ, ເຄື່ອງຄັດເກດ, ເຄື່ອງປັບອາກາດ, ລົດບັນທຸກທີ່ຕິດຕູ້ເຢັນ ແລະ ບໍ່ຕິດຕູ້ເຢັນ, ການປັບປຸງການເຊື່ອມໂຍງກັບທຸລະກິດ ກະສິກຳ ທັງຫມົດແມ່ນມີສິດໄດ້ຮັບການຊ່ວຍເຫລືອ
  • ປັບປຸງ, ຍົກລະດັບໂຮງງານຝຸ່ນຊີວະພາບ ໃຫ້ມີປະສິດຕິພາບ, ການສະໜອງການບໍລິການ ແລະ ການສົ່ງເສີມກຸ່ມຜູ້ຜະລິດໃຫ້ນໍາໃຊ້ຝຸ່ນຊີວະພາບ, ອຸປະກອນ ຫລື ສະຖານທີ່ໆຕິດພັນກັບການຜະລິດເຊັ່ນ: ສາງເກັບມ້ຽນວັດຖຸດິບ, ສ້າງເກັບມ້ຽນຜົນຜະລິດ, ອຸປະກອນການຜະລິດ, ລົດບັນທຸກ, ຫ້ອງວິໃຈ,​ ການຝຶກອົບຮົມ,​ ແລກປ່ຽນບົດຮຽນຂອງເຄື່ອຂ່າຍຂອງກຸ່ມຜູ້ຜະລິດແມ່ນມີສິດໄດ້ຮັບການຊ່ວຍເຫລືອ, ຍົກເວັ້ນທຶນຫມູນວຽນ ແລະ ພາຫະນະຮັບໄຊ້. ແລະ ອື່ນໆ)

​ເງື່ອນ​ໄຂ​ຂອງ​ຜູ້​ເຂົ້າ​ຮ່ວ​ມປະມູນ ສະເຫນີແນວຄວາມຄິດ

​ໂຄງການ ຄສກສ - ທີ່ປຶກສາຄຸ້ມຄອງການເງິນ (FME) ​​ເຊີນທ່ານຜູ້ປະກອບການທີ່ມີຄວາມສົນໃຈ ຢື່ນປະມູນບົດສະເຫນີແນວຄວາມຄິດ, ​ຜູ້ປະກອບການທີ່ສາມາດຮ່ວມປະມູນໃນຄັ້ງນີ້ປະກອບດ້ວຍທຸລະກິດກະສິກໍາ​ດັ່ງ​ນີ້: 

  1. ຜູ້ປະກອບການໂຮງສີເຂົ້າ;
  2. ກຸ່ມຜູ້ຜະລິດພືດຜັກ ຫລື ສະຫະກອນ ທີ່ຕ້ອງການ ໂຮງເຮືອນຄັດແຍກ ແລະ ຫຸ້ມຫໍ່ພືດຜັກ ແລະ;
  3. ຜູ້ປະກອບການ ໂຮງງານຝຸ່ນຊີວະພາບ.

ລາຍລະອຽດເງື່ອນໄຂອື່ນໆຂອງທຸລະກິດແຕ່ລະປະເພດ ແລະ ການນໍາໃຊ້ທຶນຊ່ວຍເຫລືອ ແມ່ນທ່ານສາມາດດາວໂຫລດໄດ້ນໍາເວບໄຊສ (website): https://cfavc.daec-laos.org

ຜູ້ປະກອບການໃດ​ຫາກ​ພະຍາຍາມ​ແຊກ​ແຊງ​ຕໍ່ຂະບວນການ​ຄັດ​ເລືອກພາຍໃນຂອງໂຄງການ ຄສກສ - FME ​ຜູ້ປະກອບການ​ດັ່ງກ່າວ​ຈະ​ຖືກ​ຕັດ​ສິດ​ໃນການ​ເຂົ້າ​ຮ່ວມ​ປະມູນ​ທັນທີ.

ຜູ້ປະກອບການ​ທີ່​ຮ້ອງ​ຂໍ​ການ​ຊ່ວຍ​ເຫຼືອ​ທີ່​ນອກ​ເໜືອ​ຈາກໂຄງການ ຄສກສ - FME ໄດ້​ກຳນົດ​ໄວ້​ແມ່ນ​ຈະ​ບໍ່​ໄດ້​ຮັບ​ການ​ພິຈາລະນາ.

ຕາຕະລາງຕໍ່ໄປນີ້ສະແດງເຖິງເຫດການ ແລະໄລຍະເວລາທີ່ສຳຄັນໃນການດໍາເນີນກິດຈະກຳບົດສະເຫນີແນວຄວາມຄິດ:

/

ກິດຈະກໍາທີ່ສໍາຄັນ

ວັນທີ

1

ເປີດຮັບບົດສະເຫນີແນວຄວາມຄິດຢ່າງເປັນທາງການ

09/02/2022

2

ມື້ສຸດທ້າຍຂອງການສົ່ງຄຳຖາມຢ່າງເປັນລາຍລັກອັກສອນໂດຍຜູ້ສະຫມັກຕໍ່ ຂໍ້ຂ້ອງໃຈ ຫລື ຄໍາອະທິບາຍເພີ້ມເຕີມຂອງແບບຟອມບົດສະເຫນີແນວຄວາມຄິດ

16/02/2022

3

ຕອບຄໍາຖາມຂອງຜູ້ສະຫມັກໂດຍທີ່ປຶກສາຄຸ້ມຄອງການເງິນ (FME)

18/02/2022

4

ມື້ສຸດທ້າຍສຳລັບການສົ່ງເອກະສານບົດສະເຫນີແນວຄວາມຄິດ

11/03/2022

5

ປະກາດຢ່າງເປັນທາງການຜູ້ທີ່ໄດ້ຮັບການຄັດເລືອກ(ຜ່ານບົດສະເຫນີແນວຄວາມຄິດ)

25/04/2022

ເອກະສານບົດສະເຫນີແນວຄວາມຄິດ

ຜູ້ປະກອບການທ່ານໃດສົນໃຈກະລຸນາສົ່ງອີເມວໄປທີ່ ໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກຳເປັນສິນ ຄ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ(ຄສກສ) - ທີ່ປຶກສາຄຸ້ມຄອງການເງິນ (FME) , Email This email address is being protected from spambots. You need JavaScript enabled to view it.">to: This email address is being protected from spambots. You need JavaScript enabled to view it. ເພື່ອຮັບລາຍລະອຽດຂອງຂໍ້ມູນ ແລະ ແບບຟອມບົດສະເຫນີແນວຄວາມຄິດໂຄງການ https://docs.google.com/document/d/1iTr54hGsdf7GIWFHXlkgnBHxd-fCPVyo3cxjn4vJ6Mw/edit?usp=sharing ຫລື ທ່ານສາມາດເຂົ້າເບິ່ງໃນເວບໄຊທ໌ (website):https://cfavc.daec-laos.org ຜູ້ປະກອບການທ່ານໃດຕ້ອງການເຂົ້າຮ່ວມໃນຂະບວນການແມ່ນຈໍາເປັນຕ້ອງປະກອບແບບຟອມບົດສະເຫນີແນວຄວາມຄິດ. ບັນດາ​ບໍລິສັດ (ຜູ້ປະກອບການ)​ຈະ​ຕ້ອງ​ກວດຄືນບັນດາຄຳ​​ແນະນຳ ​ເງື່ອນ​ໄຂ ​ແລະ ຂໍ້ກຳນົດ​ ​ແລະ ລາຍລະອຽດຂອງ ບົດສະເຫນີແນວຄວາມຄິດຢ່າງລະອຽດ. ການ​ທີ່​ບໍ່​ສາມາດ​ປະກອບ​ຂໍ້​ມູນ​ເຂົ້າ​ໃນ​ແບບ​ຟອມຢ່າງ​ຄົບ​ຖ້ວນ​ແມ່ນ​ຈະ​ມີ​ຄວາມ​ສ່ຽງ​ໃຫ້​ແກ່​ບໍລິສັດ​ຜູ້​ປະມູນ​ເອງ ​ເຊິ່ງອາດ​ຈະ​ນຳ​ມາສູ່​ການ​ປະຕິ​ເສດ​ຮັບ​ແບບ​ຟອມ​ເຂົ້າ​ຮ່ວ​ມການ​ປະມູນ. ຂໍ້​ມູນ​ທີ່​ທ່ານປະກອບ​ມາ​ຈະຖືກນໍາໃຊ້ເພື່ອພິຈາ ລະນາເຖິງຄວາມເຫມາະສົມຂອງ​ບໍລິສັດຂອງ​ທ່ານ​ວ່າ​ມີຄຸນສົມບັດພຽງພໍທີ່ຈະເຊີນ​ເຂົ້າ​ຮ່ວມການ​ປະມູນ​.

 

ວັນທີປິດ ບົດເຫນີແນວຄວາມຄິດ

ວັນທີປິດຮັບບົດສະເຫນີແນວຄວາມຄິດແມ່ນ 5:00 ໂມງແລງຕາມເວລາທ້ອງຖິ່ນ, ວັນທີ 11 ເດືອນ ມິນາ ປີ 2022. ເອກະສານຕ້ອງຖືກສົ່ງໄປໃນຊອງຈົດໝາຍ ທີ່ມີຫົວຂໍ້ວ່າ “ ຄສກສ-FME” ຕາມທີ່ຢູ່ດັ່ງລຸ່ມນີ້:

ກົມສົ່ງເສີມກະສິກໍາ ແລະ ສະຫະກອນ

ໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກຳເປັນສິນຄ້າທີ່ເປັນມິດຕໍ່ສິ່ງແວດລ້ອມ (ຄສກສ), ທີ່ປຶກສາຄຸ້ມຄອງການເງິນ (FME)

ຕູ້ໄປສະນີ: 1888

ນະຄອນຫລວງວຽງຈັນ, ສປປ ລາວ

ໂທລະສັບ: 030 5046363

ຫລື ສົ່ງທາງອີເມວ (e-mail)%This email address is being protected from spambots. You need JavaScript enabled to view it.">: This email address is being protected from spambots. You need JavaScript enabled to view it.

ບົດສະເຫນີແນວຄວາມຄິດ ທີ່ໄດ້ຮັບຫລັງວັນເວລາທີ່ກຳນົດເວລາຂ້າງເທິງນີ້ຈະບໍ່ຖືກພິຈາລະນາ.

ບົດສະເຫນີແນວຄວາມຄິດ ນີ້ບໍ່ໄດ້ໝາຍເຖິງຂໍ້ຜູກມັດຂອງໂຄງການ ຄສກສ - ທີ່ປຶກສາຄຸ້ມຄອງການເງິນ(FME) ຫຼື ອື່ນໆ. ຄສກສ - FME ຂໍສະຫງວນສິດໃນການຍອມຮັບ ຫຼື ປະຕິເສດຂໍ້ສະເໜີ ໃດຫນຶ່ງ ຫລື ທັງຫມົດ ໂດຍບໍ່ມີຂໍ້ຜູກມັດໃດໆໃນການແຈ້ງໃຫ້ຜູ້ສະໝັກທີ່ໄດ້ຮັບຜົນກະທົບຮັບຊາບເຖິງເຫດຜົນຂອງການຍອມຮັບ ຫຼື ປະຕິເສດ.

Matching Grant Scheme (MGS) ການຊ່ວຍເຫຼືອສໍາລັບທຸລະກິດ ກະສິກໍາ ແບບມີສ່ວນຮ່ວມ ແມ່ນມີດັ່ງລຸ່ມນີ້:

1. ເງື່ອນໄຂຂອງ ໂຮງສີເຂົ້າ ທີ່ຈະໄດ້ຮັບການຊ່ວຍເຫລືອຈາກ MGS (ການຊ່ວຍເຫລືອ ສໍາລັບທຸລະກິດ ກະສິກໍາ ແບບມີສ່ວນຮ່ວມ):

  • ບົດສະເຫນີການລົງທຶນແມ່ນມີຄວາມເຫມາະສົມ;
  • ມີໃບອະຍາດດໍາເນີນທຸລະກິດ (ການຄ້າ, ອາກອນ)ທີ່ສາມາດໄຊ້ໄດ້;
  • ເປັນສະມາຊິກຂອງກຸ່ມໂຮງສີເຂົ້າ ຫລື ສະຫະກອນ ຫລື ໃນກໍລະນີ ກຸ່ມດັ່ງກ່າວບໍ່ມີການເຄື່ອນໄຫວ ຕ້ອງມີການຢັ້ງຢືນວ່າ ໂຮງສີທ່ານຍັງດຳເນີນການ ເຄື່ອນໄຫວ, ຕ້ອງແມ່ນຄົນລາວເປັນຜູ້ຖືຮຸ້ນລາຍໃຫຍ່;
  • ພ້ອມທີ່ຈະປະກອບສ່ວນເຂົ້າໃນການລົງທຶນ (40%) ຕາມນະໂຍບາຍຂອງ MGS, ຢ່າງໜ້ອຍ 10% ແມ່ນການປະກອບໂດຍທຶນຂອງຕົນເອງ;
  • ສັນຍາວ່າຈະສະຫນັບສະຫນູນຊຸມຊົນ (ກຸ່ມຜູ້ຜະລິດກະສິກໍາ “ປູກເຂົ້າ”), ແລະ ຈັດຕັ້ງກະກຽມການຜະລິດ (ການຈັດຫາປັດໃຈການຜະລິດ,​ ສິນເຊື່ອ, ການຮັບປະກັນລາຄາຂັ້ນຕໍ່າ, ການສົ່ງເສີມ ແລະ ອື່ນໆ) ໃຫ້ກັບກຸ່ມຜູ້ຜະລິດກະສິກໍາເພື່ອດຳເນີນງານຢ່າງມີປະສິດທິພາບ ແລະ ດຳເນີນງານພາຍໃນຂອບເຂດທຸລະກິດທີ່ວາງແຜນໄວ້ຂອງໂຮງສີເຂົ້າຂະຫນາດນ້ອຍ ແລະ ຂະໜາດກາງພາຍໃນເຄືອຂ່າຍກຸ່ມໂຮງສີເຂົ້າທີ່ຈົດທະບຽນ -
  • ໂຮງສີເຂົ້າຂະໜາດກາງ ສັນຍາວ່າຈະເສີມຂະຫຍາຍຄວາມສາມາດໃນການຜະລິດຂອງໂຮງສີເຂົ້າຂະໜາດນ້ອຍໃນເຄືອຂ່າຍຂອງຕົນເອງ ໂດຍການຖ່າຍທອດຄວາມຮູ້ ແລະ ທັກສະ, ວິທີການ;
  • ສັນຍາຢ່າງເປັນລາຍລັກອັກສອນ ທີ່ຈະໃຊ້ຊັບພະຍາກອນຢ່າງມີປະສິດທິພາບໃນເລື້ອງຂອງການປະຢັດນໍ້າ ແລະການປະຢັດພະລັງງານ;
  • ມີນະໂຍບາຍກ່ຽວກັບນະວັດຕະກຳກະສິກຳທີ່ເປັນມິດກັບສິ່ງແວດລ້ອມ “CSA” (ປ່ຽນແປງຈາກສິ່ງເກົ່າໄປສູ່ສິ່ງໃຫມ່) ແລະ ນະໂຍບາຍການປະຢັດພະລັງງານສີຂຽວ, ຫລື ຖ້າບໍ່ມີ ແມ່ນມີຄວາມມຸ້ງຫມັ້ນທີ່ຈະເຮັດ;
  • ຜູ້ທີ່ໄດ້ຮັບຜົນປະໂຫຍດຈະເປັນຜູ້ຮັບຜິດຊອບຕໍ່ການດຳເນີນງານ ແລະ ການ ບໍາລຸງຮັກສາ (O&M) ຂອງພື້ນຖານໂຄງລ່າງທີ່ສະຫນອງໃຫ້ພາຍໃຕ້ໂຄງການ ທັງຢຸ່ໃນລະຫວ່າງທີ່ໂຄງການ ຍັງດຳເນີນງານຢູ່ ແລະ ຫຼັງໂຄງການ, ແລະ ກ່ອນທີ່ຈະເລີ່ມຕົ້ນ ພວກເຂົາຕ້ອງໄດ້ໃຫ້ຄໍາຫມັ້ນສັນຍາກ່ຽວກັບ O&M; ແລະ
  • ຄວາມປອດໄພຕໍ່ສັງຄົມ ແລະ ສິ່ງແວດລ້ອມ ທີ່ຍອມຮັບໄດ້.

2. ເງື່ອນໄຂຂອງ ໂຮງງານຝຸ່ນຊີວະພາບ ທີ່ຈະໄດ້ຮັບການຊ່ວຍເຫລືອຈາກ MGS (ການຊ່ວຍເຫລືອທຸລະກິດກະສິກໍາແບບມີສ່ວນຮ່ວມ)

  • ບົດສະເຫນີການລົງທຶນແມ່ນມີຄວາມເຫມາະສົມ;
  • ມີໃບອະຍາດດໍາເນີນທຸລະກິດ (ການຄ້າ, ອາກອນ) ແລະ ໃບອະນຸຍາດຈາກພາກ ສ່ວນທີ່ກ່ຽວຂ້ອງທີ່ສາມາດໃຊ້ໄດ້;
  • ຄົນລາວເປັນຜູ້ຖືຮຸ້ນລາຍໃຫຍ່;
  • ພ້ອມທີ່ຈະປະກອບກ່ວນເຂົ້າໃນການລົງທຶນ (40%) ຕາມນະໂຍບາຍຂອງ MGS, ຢ່າງໜ້ອຍ 10% ແມ່ນການປະກອບໂດຍທຶນຂອງຕົນເອງ;
  • ຕ້ອງມີສັນຍາຜູກພັນ, ຕ້ອງສະຫນັບສະຫນູນກຸ່ມຜູ້ຜະລິດກະສິກໍາທີ່ນອນໃນເປົ້າຫມາຍໂຄງການ, ກຸ່ມຜູ້ຜະລິດທີ່ໄດ້ຮັບການຊ່ວຍເຫລືອຈາກໂຄງການ, ຖ້າມີການສະຫນັບສະຫນູນກຸ່ມອື່ນໆອີກ ກໍຈະເປັນການດີ
  • ສັນຍາຢ່າງເປັນລາຍລັກອັກສອນ ທີ່ຈະໃຊ້ຊັບພະຍາກອນຢ່າງມີປະສິດທິພາບໃນເລື້ອງຂອງການປະຢັດນໍ້າ ແລະການປະຢັດພະລັງງານ;
  • ນະໂຍບາຍກ່ຽວກັບນະວັດຕະກຳກະສິກຳທີ່ເປັນມິດກັບສິ່ງແວດລ້ອມ “CSA” (ປ່ຽນແປງຈາກສິ່ງເກົ່າໄປສູ່ສິ່ງໃຫມ່) ແລະ ນະໂຍບາຍການປະຢັດພະລັງງານສີຂຽວ, ຫລື ຖ້າບໍ່ມີ ແມ່ນມີຄວາມມຸ້ງຫມັ້ນທີ່ຈະເຮັດ;
  • ຜູ້ທີ່ໄດ້ຮັບຜົນປະໂຫຍດຈະເປັນຜູ້ຮັບຜິດຊອບຕໍ່ການດຳເນີນງານ ແລະ ການບໍາລຸງຮັກສາ (O&M) ຂອງພື້ນຖານໂຄງລ່າງທີ່ສະຫນອງໃຫ້ພາຍໃຕ້ໂຄງການ ທັງຢຸ່ໃນລະຫວ່າງທີ່ໂຄງການຍັງດຳເນີນງານຢູ່ ແລະ ຫຼັງໂຄງການ, ແລະ ກ່ອນທີ່ຈະເລີ່ມຕົ້ນ ຜູ້ປະກອບການຕ້ອງສັນຍາກ່ຽວກັບ O&M; ແລະ;
  • ຄວາມປອດໄພຕໍ່ສັງຄົມ ແລະ ສິ່ງແວດລ້ອມ ທີ່ຍອມຮັບໄດ້.

3. ເງື່ອນໄຂຂອງ ໂຮງເຮືອນ ຄັດແຍກ ແລະ ຫຸ້ມຫໍ່ພືດຜັກ ທີ່ຈະໄດ້ຮັບການຊ່ວຍເຫລືອຈາກ MGS (ການຊ່ວຍເຫລືອທຸລະກິດກະສິກໍາແບບມີສ່ວນຮ່ວມ)

  • ບົດສະເຫນີການລົງທຶນມີຄວາມເຫມາະສົມ;
  • ລົງທະບຽນ/ຈົດທະບຽນກັບ PAFO ໃນຖານະເປັນກຸ່ມ ແລະ ສະຫະກອນ ທີ່ໄດ້ປະຕິບັດຕາມຂໍ້ຕົກລົງເລກທີ 2984 ແລະ 2983 ລົງວັນທີ 25 ກັນຍາ 2014 ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ວ່າດ້ວຍການສ້າງຕັ້ງ ແລະ ຄຸ້ມຄອງກຸ່ມຜູ້ຜະລິດກະສິກໍາ; ແລະ ສະຫະກອນຜະລິດກະສິກຳ ຫລື ດໍາລັດ ເລກທີ 606, ລົງວັນທີ 26 ພະຈິກ 2020 ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ວ່າດ້ວຍກຸ່ມ ແລະ ສະຫະກອນ, ຫລື ຫົວຫນ່ວຍທຸລະກິດ ເອກະຊົນ ທີ່ມີໃບທະບຽນວິສາຫະກິດ, ອາກອນທີ່ປະຈຸບັນຍັງສືບຕໍ່ດໍາເນີນທຸລະກິດ.
  • ສະມາຊິກ ຜູ້ຜະລິດ ກະສິກໍາ (APG) ຕ້ອງມີສ່ວນຮ່ວມໃນການປູກຜັກເປັນຫລັກ;
  • ສຳລັບທຸລະກິດ ເອກະຊົນຕ້ອງມີສັນຍາຜູກພັນ, ຕ້ອງສະຫນັບສະຫນູນກຸ່ມຜູ້ຜະລິດກະສິກໍາທີ່ນອນໃນເປົ້າຫມາຍໂຄງການ, ກຸ່ມຜູ້ຜະລິດທີ່ໄດ້ຮັບການຊ່ວຍເຫລືອຈາກໂຄງການ, ຖ້າມີການສະຫນັບສະຫນູນກຸ່ມອື່ນໆອີກ ກໍຈະເປັນການດີ
  • ພ້ອມທີ່ຈະປະກອບກ່ວນເຂົ້າໃນການລົງທຶນ (40%) ຕາມນະໂຍບາຍຂອງ MGS, ຢ່າງໜ້ອຍ 10% ແມ່ນການປະກອບໂດຍທຶນຂອງຕົນເອງ;
  • ຜູ້ທີ່ໄດ້ຮັບຜົນປະໂຫຍດຈະເປັນຜູ້ຮັບຜິດຊອບຕໍ່ການດຳເນີນງານ ແລະ ການ ບໍາລຸງຮັກສາ (O&M) ຂອງພື້ນຖານໂຄງລ່າງທີ່ສະຫນອງໃຫ້ພາຍໃຕ້ໂຄງ ການ ທັງຢຸ່ໃນລະຫວ່າງທີ່ໂຄງການຍັງດຳເນີນງານຢູ່ ແລະ ຫຼັງໂຄງການ, ແລະ ກ່ອນທີ່ຈະເລີ່ມຕົ້ນ ຜູ້ປະກອບການຕ້ອງສັນຍາກ່ຽວກັບ O&M; ແລະ
  • ຄວາມປອດໄພຕໍ່ສັງຄົມ ແລະ ສິ່ງແວດລ້ອມ ທີ່ຍອມຮັບໄດ້.
  1. ການໂຄສະນາປະຊາສໍາພັນເຜີຍແຜ່ການຊ່ວຍເຫຼືອ
  2. ເປີດການຊ່ວຍເຫຼືອຢ່າງເປັນທາງການ
  3. Workshop ບົດສະເໜີແນວຄວາມຄິດ
  4. ຍື່ນບົດສະເໜີແນວຄວາມຄິດ
  5. ລົງຢ້ຽມຢາມທຸລະກິດ
  6. ພິຈາລະນາ, ຖ້າຜ່ານແມ່ນ ຂັ້ນຕອນ ຂຽນແຜນທຸລະກິດ
  7. ລົງຢ້ຽມຢາມ ແລະ ພິຈາລະນາແຜນທຸລະກິດ
  8. ພິຈາລະນາ,​ຖ້າຜ່ານແມ່ນ ເຂົ້າສູ່ຂັ້ນຕອນເຊັນສັນຍາ