0
0
0
s2sdefault
 
ໃນວັນທີ 27 ມີນາ 2026 ຜ່ານມານີ້ ທ່ານ ມະຊະໂຕະ ຄັນດະ ປະທານທະນາຄານພັດທະນາອາຊີ (ADB) ພ້ອມດວ້ຍຄະນະ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃຫ້ກຽດຕ້ອນຮັບໂດຍ ທ່ານ ປອ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ທ່ານ ພົງສະຫວັນ ສີສຸລາດ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ໂພຄໍາ ໄຊຍະສອນ ຮອງປະທານປົກຄອງນະຄອຫຼວງວຽງຈັນ, ທ່ານ ປອ ອານົງສອນ ພົມມະຈັນ ຫົວໜ້າກົມສົ່ງເສີມກະສິກໍາ ແລະ ສະຫະກອນ. ມີຜູ້ເຂົ້າຮ່ວມ ຈາກບັນດາຫ້ອງຫານ, ກົມທີ່ກ່ຽວຂ້ອງຈາກ 3 ກະຊວງ, ອຳນາດການ ປົກຄອງ ຈາກນະຄອນຫລວງວຽງຈັນ ແລະ ເມືອງສີໂຄດຕະ ບອງ, ບັນດາກຸ່ມປູກ-ກຸ່ມຜະລິດ ຂອງບ້ານດອນຊິງຊູ້, ບ້ານໃຫມ່, ບ້ານຈຳປາ, ບ້ານໂນນແກ້ວ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນໂອກາດດັ່ງກ່າວນີ້ ທ່ານ ສໍາລານ ປະເສີດຄໍາຫຼ້າ ຜູ້ປະສານງານໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກໍາເປັນສິນຄ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ ຂັ້ນສູນກາງ ໄດ້ລາຍງານໃຫ້ຮູ້ວ່າ: ກຸ່ມປຸກພືດຜັກເປັນສິນຄ້າ ຂອງດອນຊີງຊູ້ນີ້ ກໍເປັນກຸ່ມການຜະລິດໜຶ່ງຂອງຫລາຍໆກຸ່ມ ທີ່ໄດ້ຮັບທຶນສະໜັບສະ ໜູນຈາກໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກຳເປັນສິນຄ້າທີ່ເປັນມິດຕໍ່ສິ່ງແວດລ້ອມ, ຊື່ງເປັນທຶນຊ່ວຍເຫຼືອລ້າ ຈາກທະນາຄານພັດທະນາອາຊີ, ເພື່ອຊຸກຍູ້ສົ່ງເສີມສ້າງຄວາມເຂັ້ມແຂງໃຫ້ກຸ່ມ, ສະຫະກອນ ແລະ ທຸລະກິດກະສິກໍາ ໃນການຜະລິດເຂົ້າ ແລະ ພືດຜັກເປັນສິນຄ້າ ຢູ່ໃນນະຄອນ ຫລວງວຽງຈັນ, ນັບແຕ່ເດືອນກັນຍາ 2023 ຮອດປະຈຸບັນ ບັນດາກຸ່ມຜະລິດໃນນະຄອນຫລວງວຽງຈັນ ໄດ້ຮັບເງິນສະ ໜັບສະໜູນດັ່ງນີ້: ກຸ່ມຜະລິດກະສິກໍາສະອາດ ບ້ານດອນຊີງຊູ້ ໄດ້ຮັບ 25,000 ໂດລາສະຫະລັດ, ກຸ່ມຜະລິດກະສິກໍາສະ ອາດບ້ານໃຫມ່ ໄດ້ຮັບ 22.000 ໂດລາສະຫະລັດ, ກຸ່ມຜະລິດກະສິກໍາອິນຊີ ບ້ານຈໍາປາ ໄດ້ຮັບ 14.000 ໂດລາສະຫະລັດ, ກຸ່ມຜະລິດກະສິກໍາອິນຊີ ບ້ານໜອງດາ ໄດ້ຮັບ 14.000 ໂດລາສະຫະລັດ, ກຸ່ມຜະລິດກະ ສິກໍາອິນຊີ ບ້ານໂພນແກ້ວ ໄດ້ຮັບ 9.000 ໂດລາສະຫະລັດ, ກຸ່ມຜະລິດກະສິກໍາອິນຊີ ບ້ານຊຽງດາ ໄດ້ຮັບ 17.000 ໂດລາສະຫະລັດ ແລະ ກຸ່ມຜະລິດກະສິກໍາອິນຊີ ບ້ານບ້ານນາສ້າງໄຜ່ ໄດ້ຮັບ 9.000 ໂດລາສະຫະລັດ.
ທ່ານ ປອ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ກ່າວວ່າ: ປະຈຸບັນ ຂະແໜງການກະ ສິກໍາ ແລະ ສິ່ງແວດລ້ອມ ພວມສຸມໃສ່ການຈັດຕັ້ງປະຕິດບັດແຜນພັດທະນາຂະແໜງການ 2026-2030 ແລະ ວິໄສທັດ 2050. ຍົກສູງການພັດທະນາ ແລະ ຍົກສູງຄວາມສາມາດຂອງບຸກຄະລາກອນ, ການປູກ, ການລ້ຽງ, ການປຸງແຕ່ງ, ການຄົ້ນຄວ້າ-ທົດລອງ, ວຽກງານສຸຂານາໄມ ແລະ ສຸຂານາພືດ ແລະ ອື່ນໆ ເພື່ອໃຫ້ໄດ້ຕາມມາດຕະຖານສາກົນ ແລະ ສາມາດເຊື່ອມໂຍງໄດ້ກັບພາກພື້ນ ແລະ ສາກົນ ສະນັ້ນ, ຈຶ່ງຂໍສະເໜີ ທ່ານປະທານທະນາຄານພັດທະນາອາຊີ ເພື່ອພິຈາລະ ນາ ໃຫ້ການສະໜັບສະໜູນຊຸກຍູ້ ແລະ ສະໜອງທຶນ ໃຫ້ພວກເຮົາເພີ່ມຕື່ມອີກ ໃນຊຸມປີຕໍ່ໜ້າ.
ທ່ານ ມະຊະໂຕະ ຄັນດະ ປະທານທະນາຄານພັດທະນາອາຊີ ໄດ້ກ່າວໃນພິທີວ່າ: ການທີ່ມາຮ່ວມກັນຢູ່ທີ່ນີ້ ເພື່ອຮ່ວມສະ ເຫຼີມສະຫຼອງຄົບຮອບ 60 ປີ ຂອງການຮ່ວມມື ລະຫວ່າງ ທະ ນາຄານພັດທະນາອາຊີ (ADB) ແລະ ສປປ ລາວ, ບໍ່ແມ່ນພຽງແຕ່ສະເຫຼີມສະຫຼອງປະຫວັດສາດ ແຕ່ມາເພື່ອເບິ່ງຜົນ ສຳເລັດທີ່ເກີດຂື້ນຕົວຈິງ. ມີຄວາມຍິນດີເປັນຢ່າງຍິ່ງທີ່ໄດ້ມາຢູ່ທີ່ນີ້ໃນມື້ນີ້ ເພື່ອເປັນພະຍານຜົນສຳເລັດຢ່າງໃກ້ຊິດຂອງການ ຮ່ວມມືລະຫວ່າງ ADB ແລະ ກະຊວງກະສິກຳ ແລະ ສິ່ງແວດ ລ້ອມ. ພ້ອມກັນຂັບເຄື່ອນການເຕີບໂຕທີ່ມີຄວາມຢືນຢຸ່ນ ແລະ ຄອບຄຸມທຸກພາກສ່ວນ, ທະນາຄານພັດທະນາອາຊີ ມີຄວາມພາກພູມໃຈທີ່ໄດ້ນຳເງິນທຶນມາຊ່ວຍຢ່າງເກີດຜົນ.
 
May be an image of text that says "AD5"May be an image of dais and text
 

May be an image of one or more people, chard and spring greensMay be an image of grass