0
0
0
s2sdefault

ກອງປະຊຸມຄະນະຊີ້ນຳ

ໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກຳເປັນສິນຄ້າທີ່ເປັນມິດຕໍ່ສິ່ງແວດລ້ອມ

ຄັ້ງວັນທີ 09-10 ມິຖຸນາ 2022 ທີ່ໂຮງແຮມແລນມາກລີເວີຊາຍ, ນະຄອນຫຼວງວຽງຈັນ

ກອງປະຊຸມຄະນະຊີ້ນຳໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກໍາເປັນສິນຄ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ ໄດ້ຈັດຂື້ນຢ່າງເປັນທາງການທີ່ຫ້ອງປະຊຸມໂຮງແຮມແລນມາກແມ່ຂອງລີເວີຊາຍ, ນະຄອນຫຼວງວຽງຈັນ, ໃນຕອນເຊົ້າ ເວລາ 08 ໂມງ 30 ນາທີ ຂອງວັນທີ 09 ເດືອນມຸຖຸນາ 2022 ເຊີ່ງໄດ້ຮັບກຽດການເປັນປະທານໂດຍ ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ແລະ ຮັບກຽດຮ່ວມເປັນຄະນະປະທານຈາກ ທ່ານ ປອ ສົມສະອາດ ອຸ່ນສີດາ ຮອງເຈົ້າແຂວງຄຳມ່ວນ, ທ່ານ ນ ຫຼີງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ແລະ ທ່ານ ປອ ສຸກສະຫວັນ ວິໄລວົງ  ຫົວໜ້າພະແນກແຜນການ ແລະ ການຮ່ວມມືແຂວງຈຳປາສັກ ເປັນປະທານຮ່ວມກອງປະຊຸມໃນຄັ້ງນີ້ດ້ວຍ.

ກອງປະຊຸມໄດ້ມີບັນດາ ທ່ານຫົວໜ້າກົມ, ຮອງຫົວໜ້າກົມ,  ຜູ້ຊີ້ນຳອົງປະກອບດ້ານເຕັກນິກກົມ ສົ່ງເສີມສົ່ງເສີມກະສິກຳ ແລະ ສະຫະກອນ,  ກົມຊົນລະປະທານ, ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ,​ ກົມພັດທະນາຊົນນະບົດ, ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ກົມປູກຝັງ,  ກົມແຜນການ ແລະການຮ່ວມມື, ມີບັນດາ ທ່ານຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ 5 ແຂວງ ແລະ 1 ນະຄອນຫຼວງ, ບັນດາ ທ່ານຮອງເຈົ້າເມືອງ ຈາກ 19 ເມືອງເປົ້າໝາຍຂອງໂຄງການ, ມີຕາງໜ້າຈາກກະຊວງກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ, ກະຊວງອຸດສະຫະກຳ ແລະ ການຄ້າ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງເວດລ້ອມ, ມີຜູ້ປະສານງານໂຄງການຂັ້ນສູນກາງ, ຜູ້ປະສານງານໂຄງການຂັ້ນແຂວງ , ຜູ້ປະສານງານຂັ້ນເມືອງ, ຜູ້ປະສານງານຈາກບັນດາກົມອົງປະກອບ, ທີມງານທີ່ປຶກສາດ້ານການຈັດຕັ້ງປະຕິບັດໂຄງການ (PIC) , ທີ່ປຶກສາດ້ານການຄຸ້ມຄອງການເງິນ (FME)  ແລະ ພະນັກງານປະຈຳຫ້ອງການປະສານງານໂຄງການຂັ້ນສູນກາງ ເຊີ່ງມີຜູ້ເຂົ້າຮ່ວມລວມທັງໝົດ 117 ທ່ານ, ຍິງ 40 ທ່ານ.