0
0
0
s2sdefault

ໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກຳເປັນສິນຄ້າທີ່ເປັນມິດຕໍ່ສິ່ງແວດລ້ອມ ໄດ້ເປີດພິທີຝຶກອົບຮົມການນຳໃຊ້ລະບົບຂໍ້ມູນພູມມິສາດ(QGIS) ເຂົ້າໃນວຽກງານການສ້າງແຜນທີ່ຕອນດິນນຳເຂົ້າຂໍ້ມູນການອອກໃບຢັ້ງຢືນທີ່ດິນກະສິກຳ ແລະ ການອອກໃບຕາດິນ ໄດ້ຈັດຂື້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 18 ກໍລະກົດ 2022 ທີ່ຂະແໜງປ່າໄມ້, ພະແນກກະສິກຳ ແລະ ປ່າໄມ້ແຂວງສະຫວັນນະເຂດ, ໂດຍການເປັນປະທານໂດຍ ທ່ານ ສູນທະລາ ຕົ້ນພານິດ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້, ເຊີ່ງມີຜູ້ເຂົ້າຮ່ວມຈາກ 2 ແຂວງຄື ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ, ໃນນັ້ນມີພາກສ່ວນຈາກ ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ, ພະແນກກະສິກຳ ແລະ ປ່າໄມ້ແຂວງ, ຂະແໜງຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ, ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃນນັ້ນມີ ຫ້ອງການກະສິກຳ ແລະ ປ່າໄມ້, ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ 3 ເມືອງເຂົ້າຮ່ວມຄື ເມືອງໄຊບູລີ, ເມືອງຈຳພອນ ແລະ ເມືອງປາກຊ່ອງ, ໂດຍມີຜູ້ເຂົ້າຮ່ວມທັງໝົດ 32 ທ່ານ, ຍິງ 0 ທ່ານ, ການຝຶກອົບຮົມດັ່ງກ່າວແມ່ນເພື່ອຮັບໃຊ້ເຂົ້າໃນວຽກງານການວາງແຜນນຳໃຊ້ທີ່ດິນກະສິກຳແບບມີສ່ວນຮ່ວມ, ການອອກໃບຢັ້ງຢືນທີ່ດິນກະສິກຳ ແລະ ອອກໃບຕາດິນ ທີ່ບາ້ນເປົ້າໝາຍຂອງໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກຳເປັນສິນຄ້າທີ່ເປັນມິດຕໍ່ສິ່ງແວດລ້ອມ.

Training room 

 

RTK Practic