0
0
0
s2sdefault

km

ໃນລະຫວ່າງວັນທີ 4-5 ສິງຫາ 2022 ຫ້ອງການປະສານງານໂຄງການ ຄສກສ ແຂວງຄຳມ່ວນ ໂດຍສົມທົບກັບ ກົມສົ່ງເສີມກະສິກຳ ແລະ ສະຫະກອນ ຈັດກອງປະຊຸມທົບທວນຜົນຂອງການເຮັດແປງສາທິດນາຢອດຕົມ ແລະ ການຄຸ້ມຄອງບໍລິຫານກຸ່ມຜະລິດກະສິກຳເປັນສິນຄ້າຂອງ 03 ເມືອງເປົ້າໝາຍຄື: ເມືອງຫິນບູນ, ເມືອງໜອງບົກ ແລະ ເມືອງເຊບັ້ງໄຟ. ຊື່ງພາຍໃຕ້ການເປັນປະທານຂອງທ່ານ ນ ດາລຸນນີ ໄຊຍະບຸດ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແລະ ທ່ານ ໂສພາ ສິດທິໂສມ ຮອງຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນ; ນອກຈາກນັ້ນ ຍັງມີບັນດາທ່ານຈາກຂະແໜງການປິ່ນອ້ອມພະແນກ ແລະ ປະສານງານເມືອງ ພ້ອມດ້ວຍໜ່ວຍງານທີ່ກ່ຽວຂ້ອງ ລວມຜູ້ເຂົ້າຮ່ວມທັງໝົດ 25 ທ່ານ ຍິງ 07 ທ່ານ.

       ຈຸດປະສົງ: ກອງປະຊຸມໃນຄັ້ງນີ້ແມ່ນເພື່ອທົບທວນຄືນຜົນຂອງການເຮັດແປງສາທິດ ຢູ່ບັນດາຄອບຄົວທີ່ເປັນສະມາຊິກຂອງບ້ານເປົ້າໝາຍ ແລະ ການຄຸ້ມຄອງບໍລິຫານກຸ່ມ ຜະລິດກະສິກຳເປັນສິນຄ້າ ຂອງບັນດາບ້ານເປົ້າໝາຍຂອງ 03 ເມືອງ(ເມືອງໜອງບົກ, ເມືອງຫີນບູນ ແລະ ເມືອງເຊບັ້ງໄຟ). 

       ໃນກອງປະຊຸມໄດ້ຮັບຟັງການລາຍງານຈາກຫ້ອງການປະສານງານເມືອງ ໂດຍສະເພາະຈັດຕັ້ງປະຕິບັດວຽກງານຕົວຈິງ ຂອງການເຮັດແປງສາທິດນາຢອດຕົມ ລະດູແລ້ງໃນປີ 2022 ຂອງ 03 ເມືອງຊື່ງມີລາຍລະອຽດດັ່ງນີ້:

 ລ.ດ ກຸ່ມ  ເມືອງ ຈຳນວນ(ຄຄ) ເນື້ອທີ່(ຕາແມັດ)  ສະມັດຕະພາບ(ກລ/ຮຕ) ໝາຍເຫດ 
 ກຸ່ມບ້ານນາວ່າງທົ່ງ ໜອງບົກ 3  6.672  4,940 ກລ/ຮຕ  
 2  ກຸ່ມບ້ານນາພອກ ເຊບັ້ງໄຟ 3   2.161 4,933 ກລ /ຮຕ  
 3  ກຸ່ມບ້ານທ່າຄໍ້ ເຊບັ້ງໄຟ 3  3,805  4,733 ກລ /ຮຕ  
 4  ກຸ່ມບ້ານຍາງໃຫຍ່ ເຊບັ້ງໄຟ 3  3,873   4,267 ກລ /ຮຕ  
 5  ກຸ່ມບ້ານໜອງດົງ ຫີນບູນ  3 3,528  4,354 ກລ /ຮຕ  
6 ກຸ່ມບ້ານນາເຕີຍ ຫີນບູນ 1,835 4,413 ກລ /ຮຕ  
7 ກຸ່ມບ້ານໂພນເໝັ້ນ ຫີນບູນ 3 2,654 4,041 ກລ /ຮຕ