0
0
0
s2sdefault

ຫ້ອງການປະສານງານໂຄງການ ຄສກສ ແຂວງເຊກອງ ໄດ້ເປີດກອງປະຊຸມເຜີຍແຜ່ດຳລັດວ່າດວ້ຍກຸ່ມ ແລະ ສະຫະກອນສະບັບເລກທີ 606 /ລບ,ລົງວັນທີ 26/11/2020 ແລະ ແນະນຳຄວາມຮູ້ທົ່ວໄປກຽ່ວກັບສະຫະກອນກະສິກໍາ ແລະ ປ່າໄມ້ ໃຫ້ສະມາຊິກກຸ່ມ ເປົ້້າໝາຍຂອງໂຄງການ, ທີ່ຫ້ອງປະຊຸມບ້ານພັກແອນນາ, ເມືອງທ່າແຕງ, ຄັ້ງວັນທີ 17 - 19/10/2022, ໂດຍການເປັນປະທານຮ່ວມໂດຍທ່ານ ບຸນສົ່ງ ລຳມະຍົດ, ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ຜູ້ຊີ້ນຳໂຄງການຂັ້ນແຂວງ, ແລະ ທ່ານ ສຸພົນ ໄຊສະຫງ່າ ຮອງເຈົ້າເມືອງ ເມືອງ ທ່າແຕງ ທັງເປັນຜູ້ຊີ້ນຳໂຄງການ ຄສກສ ຂັ້ນເມືອງ, ກອງປະຊຸມໄດ້ມີຜູ້ເຂົ້າຮ່ວມຈາກຄະນະວິຊາການ ກົມສົ່ງເສີມ ກະສິກຳ ແລະ ສະຫະກອນ, ພະແນກກະສິກຳ ແລະ ປ່າໄມ້ແຂວງ,ໂຄງການ ຄສກສ ຂັ້ນແຂວງ, ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ, ໂຄງການ ຄສກສ ຂັ້ນເມືອງ ,ພະແນກອຸດສະຫະກຳ ແລະ ການຄ້າ,ພະແນກການເງິນ ຫ້ອງການ ອຸດສະຫະກຳ ແລະ ການຄ້າ,ຫ້ອງການການເງິນ ແລະ ອາກອນ ຄະນະບໍລິຫານ ແລະ ສະມາຊິກກຸ່ມ ຈາກ 3 ບ້ານເປົ້າໝາຍ ທີ່ຈະສ້າງເປັນສະຫະກອນຄື : ບ້ານຫຼັກຂາວ, ບ້ານໂກງຕາຢູນ ແລະ ບ້ານຫົວເຊໂດນ ເຊີ່ງມີຈຳນວນຜູ້ເຂົ້າຮ່ວມທັງໝົດ 63 ຍິງ 21 ທ່ານ.

 

Cooperative Serminar2