0
0
0
s2sdefault

ກອງປະຊຸມຄະນະຊີ້ນຳໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກໍາເປັນສິນຄ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ ປະຈຳປີ 2022 ໄດ້ຈັດຂື້ນຢ່າງເປັນທາງການທີ່ຫ້ອງປະຊຸມໂຮງແຮມດອນຈັນພາເລດ, ນະຄອນຫຼວງວຽງຈັນ, ໃນຕອນເຊົ້າ ເວລາ 08 ໂມງ 30 ນາທີ ຂອງວັນທີ 29 ເດືອນ ມິຖຸນາ 2023 ເຊີ່ງໄດ້ຮັບກຽດການເປັນປະທານໂດຍ ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ແລະ ຮັບກຽດຮ່ວມເປັນຄະນະປະທານຈາກ ທ່ານ ພູໂຂງ ບັນນາວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ປອ ສົມສະອາດ ອຸ່ນສີດາ ຮອງເຈົ້າແຂວງຄຳມ່ວນ, ທ່ານ ສົມບູນ ຮອງວົງສາ ຮອງເຈົ້າແຂວງຈຳປາສັກ, ທ່ານ ພູທົງ ຄຳມະນີວົງ ຮອງເຈົ້າແຂວງສາລະວັນ, ທ່ານ ຂັນຕີ ສີລະວົງ ຮອງເຈົ້າແຂວງເຊກອງ ເປັນປະທານຮ່ວມກອງປະຊຸມໃນຄັ້ງນີ້ດ້ວຍ. ກອງປະຊຸມໄດ້ມີບັນດາ ທ່ານຫົວໜ້າກົມ, ຮອງຫົວໜ້າກົມ,  ຜູ້ຊີ້ນຳອົງປະກອບດ້ານເຕັກນິກກົມ ສົ່ງເສີມສົ່ງເສີມກະສິກຳ ແລະ ສະຫະກອນ,  ກົມຊົນລະປະທານ, ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ,​ ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ, ກົມປູກຝັງ,  ກົມແຜນການ ແລະການຮ່ວມມື, ມີບັນດາ ທ່ານຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ 5 ແຂວງ ແລະ 1 ນະຄອນຫຼວງ, ບັນດາ ທ່ານຮອງເຈົ້າເມືອງ ຈາກ 19 ເມືອງເປົ້າໝາຍຂອງໂຄງການ, ມີຕາງໜ້າຈາກກະຊວງກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ, ກະຊວງອຸດສະຫະກຳ ແລະ ການຄ້າ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງເວດລ້ອມ, ມີຜູ້ປະສານງານໂຄງການຂັ້ນສູນກາງ, ຜູ້ປະສານງານໂຄງການຂັ້ນແຂວງ , ຜູ້ປະສານງານຂັ້ນເມືອງ, ຜູ້ປະສານງານຈາກບັນດາກົມອົງປະກອບ, ທີມງານທີ່ປຶກສາດ້ານການຈັດຕັ້ງປະຕິບັດໂຄງການ (PIC) , ທີ່ປຶກສາດ້ານການຄຸ້ມຄອງການເງິນ (FME)  ແລະ ພະນັກງານປະຈຳຫ້ອງການປະສານງານໂຄງການຂັ້ນສູນກາງ ເຊີ່ງມີຜູ້ເຂົ້າຮ່ວມລວມທັງໝົດ 127 ທ່ານ, ຍິງ 24 ທ່ານ.