0
0
0
s2sdefault

ໃນວັນທີ 26 ທັນວາ 2023 ທີ່ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ (LNCCI) ນະຄອນຫລວງວຽງຈັນ
ໂດຍການເປັນປະທານຂອງ ທ່ານ ສົມພອນ ແກ້ວຫາວົງ, ຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນ, ແລະ ການເປັນປະທານຮ່ວມໂດຍ ທ່ານ ບຸນທ່ຽງ ລັດຕະນະວົງ, ປະທານສະມາຄົມຜະລິດ ແລະ ປຸງແຕ່ງກະສິກໍາລາວ. ໃນກອງປະຊຸມມີຜູ້ເຂົ້້າຮ່ວມທັງໝົດ 45 ທ່ານ ເປັນຍິງ 16 ທ່ານ, ເຊິ່ງປະກອບມີ ບັນດາພະນັກງານຈາກພາກລັດ, ຜູ້ປະສານງານຂັ້ນແຂວງ, ເມືອງທີ່ກ່ຽວຂ້ອງ. ມີບັນດາບໍລິສັດດ້ານທຸລະກິດກະສິກຳ, ສະຫະກອນການຜະລິດ, ກຸ່ມຜູ້ຜະລິດກະສິກໍາ ແລະ ທີມງານໂຄງການ ຄສກສ ເຂົ້່າຮ່ວມ.
ຈຸດປະສົງຂອງກອງປະຊຸມແມ່ນເພື່ອເຜີຍແຜ່ ບັນດາເງື່ອນໄຂຕ່າງໆ, ການນໍາໃຊ້ທຶນຊ່ວຍປະຊຸມ 3ປະທານເຫລືອ, ແບບຟອມບົດສະ ເຫນີແນວຄວາມຄິດ, ການເປີດ-ປິດຮັບບົດສະເຫນີແນວຄວາມຄິດ ແລະ ຂັ້ນຕອນຕ່າງໆຂອງການຊ່ວຍເຫລືອແກ່ທຸລະກິດ ກະສິກໍາ (ໂຮງເຮືອນ ຄັດແຍກ ແລະ ຫຸ້ມຫໍ່ພືດຜັກ, ໂຮງງານຝຸ່ນຊີວະພາບ) ເພື່ອໃຫ້ຜູ້ປະກອບການ ທຸລະກິດ ກະສິກໍາ ຮັບຮູ້, ເຂົ້າໃຈ ແລະ ກະກຽມຄວາມພ້ອມເພື່ອທີ່ສະຫມັກຂໍການຊ່ວຍເຫລືອດັ່ງກ່າວ
ໃນກອງປະຊຸມຄັ້ງນີ້, ທ່ານ ຄຳປ້ອງ ວົງພະຈັນ ຜູ້ປະສານງານ ໂຄງການ ຄສກສ ຂັ້ນສູນກາງ ໄດ້ນຳສະເໜີພາບລວມຂອງໂຄງການ, ຫລັງຈາກນັ້ນ ທ່ານ ສຸລິພອນສິດ ລັດຕະນະມົງຄຸນ ທີ່ປຶກສາດ້ານການຄຸ້ມຄອງການເງິນ (FME) ໄດ້ນໍາສະເໜີ ກ່ຽວກັບພາບລວມຂອງທີ່ປຶກສາຄຸ້ມຄອງການເງິນ ແລະ ການຊ່ວຍເຫລືອ ໃຫ້ແກ່ຜູ້ປະກອບການທຸລະກິດກະສິກຳແບບມີສ່ວນຮ່ວມ (MGS), ໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກໍາເປັນສິນຄ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ (ຄສກສ).
ຈາກນັ້ນ, ທີ່ປຶກສາດ້ານການຄຸ້ມຄອງການເງິນ (FME) ໄດ້ນໍາສະເໜີກ່ຽວກັບເງື່ອນໄຂ, ແບບຟອມ ແລະ ເອກະສານຕ່າງໆທີ່ກ່ຽວຂ້ອງການຊ່ວຍເຫລືອ ໃຫ້ແກ່ຜູ້ປະກອບການທຸລະກິດກະສິກຳ ແລະ ພາກສ່ວນທີ່ກ່ຽວຂ້ອງ.
ພາຍຫລັງ ການນຳສະເໜີ ຜູ້ເຂົ້າຮ່ວມ ກໍໄດ້ປະກອບຄຳຄິດເຫັນກ່ຽວກັບທຶນສະໜັບສະໜູນດັ່ງກ່າວ ເພື່ອໃຫ້ການຈັດຕັ້ງປະຕິບັດກິດຈະກຳຂອງໂຄງການ ຄສກສ ດໍາເນີນໄປໃຫ້ມີປະສິດທິຜົນຢ່າງສູງສຸດ
Matching Grant Scheme Awareness Programme
Organized by: Climate-Friendly Agribusiness Value Chains Sector Project (CFAVC)
Department of Agriculture Extension and Cooperatives (DAEC)
Granted by: Asian Development Bank (ADB) G0585-LAO
At Vientiane Capital, Date 26 December 2023