0
0
0
s2sdefault
448702524 941990761276343 4427496427352630081 n
ໃນວັນທີ 23-24 ເມສາ 2024 ທີ່ຜ່ານມາ, ທີ່ ໂຮງແຮມ ເສດຖາປາລາສ, ນະຄອນຫຼວງວຽງຈັນ ໂຄງການ ຄສກສ ໄດ້ສົມທົບກັບ ກົມແຜນການ ແລະ ການຮ່ວມມື, ກະຊວງກະສິກໍາ ແລະ ປ່າໄມ້ ຈັດການຝຶກອົບຮົມການເງິນສີຂຽວຂຶ້ນ ໂດຍການເປັນປະທານ ຂອງ ທ່ານ ປອ. ທັດສະກາ ສະພັງທອງ, ຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງກະສິກໍາ ແລະ ປ່າໄມ້.
ໃນການຝຶກອົບຮົມ ນຳທິມຄູຝຶກໂດຍ ທ່ານ ນາງ ເອເລນາ ຢູນາສກາ (Ms. Elena Yunatska), ທີ່ປຶກສາອາວຸໂສດ້ານການເງິນສີຂຽວ, ແລະ ທ່ານ ດາວວັນ ໂຊຕຸກີ, ຜູ້ຊ່ວຍຄູຝຶກ, ໃນນັ້ນ ມີຜູ້ເຂົ້າຮ່ວມຝຶກອົບຮົມທັງໝົດ 29 ທ່ານ, ເພດຍິງ 21 ທ່່ານ, ມາຈາກພາກສ່ວນທະນາຄານ, ສະຖາບັນການເງິນຈຸລະພາກ, ພາກສ່ວນອົງກອນລັດ ແລະ ອື່ນໆ.
ຜູ້ເຂົ້າຮ່ວມໄດ້ຮັບຮູ້ກ່ຽວກັບການເງິນສີຂຽວ ໃນຫົວຂໍ້ ການເເນະນໍາກ່ຽວກັບການເງິນສີຂຽວ ແລະ ການບໍລິຫານຄວາມສ່ຽງດ້ານສິ່ງແວດລ້ອມ ແລະ ສັງຄົມ ເຊິ່ງເປັນຄວາມຮູ້ໃໝ່, ປະສົບການຕົວຈິງ ແລະ ຄວາມຮູ້ສະເພາະໃນດ້ານການເງິນສີຂຽວ
Green Finance Training in Vientiane Capital
Organized by: Climate-Friendly Agribusiness Value Chains Sector Project (CFAVC)
Department of Planning and Cooperation (DOPC)
Granted by: Asian Development Bank (ADB) G0585-LAO
At Vientiane Capital, Date: 23-24 April 2024