0
0
0
s2sdefault

ວັນທີ 17 ສິງຫາ 2022 ເມືອງຫິນບູນ ສຳເລັດການນຳພາຊາວນາກຸ່ມຜະລິດເຂົ້າເປັນສິນຄ້າຈຳນວນ 02 ບ້ານຄື:ກຸ່ມ ບ້ານ ດອນດູ່ ແລະ ກຸ່ມ ບ້ານ ວັງຫົວປາ ລົງຢ້ຽມຢາມແລກປ່ຽນບົດຮຽນການເຮັດແປງສາທິດ ປູກເຂົ້າລະດູຝົນຢູ່ ກຸ່ມຜະລິດເຂົ້າເປັນສິນຄ້າ ບ້ານ ຫົວນາ ເມືອງຫິນບູນ, ນຳພາຄະນະດັ່ງກ່າວ ໂດຍ ທ່ານ ເພັດສະໃໝ ພະບໍລິບູນ  ຮອງຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ທັງເປັນຜູ້ປະສານງານໂຄງການຄສກສ ຂັ້ນເມືອງ ຊື່ງລວມຜູ້ເຂົ້າຮ່ວມທັງໝົດຈຳນວນ 41ທ່ານ, ຍິງ 10 ທ່ານ ໃນນັ້ນກວມເອົາຜູ້ເຂົ້າຮ່ວມຈາກ ກຸ່ມບ້ານຫົວນາຈຳນວນ 30 ທ່ານ ຍິງ 08 ທ່ານ.

ການລົງຢ້ຽມຢາມ ໃນຄັ້ງນີ້ ກໍ່ເພື່ອເປັນການເປີດໂອກາດໃຫ້ກຸ່ມຊາວນາດ້ວຍກັນ ໄດ້ພົບປະ ແລກປ່ຽນ ຖອດຖອນບົດຮຽນນຳກັນ ໂດຍສະເພາະການຈັດຕັ້ງປະຕິບັດ ເຮັດແປງສາທິດການປູກເຂົ້າເປັນສິນຄ້າ ໃນໄລຍະຜ່ານມາກໍ່ຄືປະຈຸບັນ ວ່າມີຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ຂັ້ນການບົວລະບັດຮັກສາຄືແນວໃດເພື່ອໃຫ້ມີສະມັດຕະພາບທີ່ດີ, ນອກຈາກນັ້ນ ຍັງເພື່ອເປັນການຖອດຖອນບົດຮຽນເພື່ອນຳໄປຈັດຕັ້ງຜັນຂະຫຍາຍໃນແປງສາທິດຂອງກຸ່ມບ້ານຕົນ.