0
0
0
s2sdefault

ໃນໄລຍະວັນທີ 02-06 ກັນຍາ 2022 ທີ່ຜ່ານມາ ຄະນະປະສານງານໂຄງການ ຄສກສ ຈາກຂະແຫນງປູກຝັງ ໄດ້ລົງສົມທົບ ກັບສູນພັດທະນາກະສິກຳເຊບັ້ງໄຟ, ວິຊາການເມືອງຂອງ 02 ເມືອງເປົ້າໝາຍເພື່ອລົງລົງຕິດຕາມ, ແນະນໍາ ແລະ ນໍາພາຄອບຄົວເຮັດແປງສາທິດໃສ່ຝຸ່ນເລັ່ງ ຄັ້ງທີ02, ການກໍາຈັດສັດຕູພືດ ແລະ ວັດສະພືດໃນແປງສາທິດລະດູຝົນ ປີ2022 ລາຍລະອຽດມີດັ່ງນີ້:

ເມືອງ ໜອງບົກ: ປະກອບມີ 02 ກຸ່ມ ແລະ 06 ຄອບຄົວ ມີເນື້ອທີ່ແປງສາທິດ ຜະລິດແນວພັນເຂົ້າລຸ້ນ3 ທັງໝົດ12.098 ຕາແມັດ ໃນນັ້ນ ມີເນື້ອທີ່ HTDK8 ມີທັງໝົດ 9.369 ຕາແມັດ ແລະ TDK16 ມີເນື້ອທີ່ທັງໝົດ 5.729 ຕາແມັດ.

ເມືອງ ຫິິນບູນ: ປະກອບມີ 03 ກຸ່ມ ແລະ 09 ຄອບຄົວ ມີເນື້ອທີ່ແປງສາທິດ ຜະລິດເຂົ້າເປັນສິນຄ້າ ທັງໝົດ14.232 ຕາແມັດ ໃນນັ້ນ ມີເນື້ອທີ່ HTDK8 ມີທັງໝົດ 6.319 ຕາແມັດ ແລະ XBF4 ມີເນື້ອທີ່ທັງໝົດ 7.913 ຕາແມັດ.

ຜ່ານການລົງຕິດຕາມ ເຫັນວ່າຕົ້ນເຂົ້າມີຄວາມສົມບູນໃນລະດັບດີສົມຄວນ, ບໍ່ມີສັດຕູພືດລຳລາຍ, ວັດສະພືດບໍ່ຫລາຍ ແລະ ສັດຕູພືດມີພຽງເລັກຫນ້ອຍ, ແລະ ການຈະເລີນເຕີບໂຕເຫັນວ່າມີແສງແດດພຽງພໍ, ມີນ້ຳພຽງພໍໃນການຈະເລີນເຕີບໂຕ ແລະ ຄອບຄົວທີ່ເຮັດແປງສາທິດລວມທັງວິຊາການຂັ້ນເມືອງກໍ່ໄດ້ມີຄວາມເອົາໃຈຕໍ່ວຽກງານດັ່ງກ່າວເປັນຢ່າງດີ.