0
0
0
s2sdefault

ໃນໂອກາດເຂົ້າຮ່ວມ ກອງປະຊຸມຖອດຖອນບົດຮຽນດ້ານເຕັກນິກການປູກພຶດຜັກແບບເຕັກນິກນະວັດຕະກຳຕະກຳກະສິກຳເພື່ອເພີ່ມຜົນຜະລິດ,ລາຍຮັບ ແລະ ສາມາດເຂົ້າສູ່ຕະຫຼາດພາຍໃນ ແລະ ສາກົນທີ່ໄດ້ຈັດຂຶ້ນໃນລະຫວ່າງວັນທີ 24-28 ກັນຍາ 2024 ນີ້ທີ່ໂຮງແຮມແອນນາເມືອງທ່າແຕງແຂວງເຊກອງ,ທ່ານ ພອນ ວິໄລ ຫວງຄຳຫານ ຮອງຫົວໜ້າກົມສົາງເສີມກະສິກຳ ແລະສະຫະກອນພ້ອມຄະນະໄດ້ຖືໂອກາດດັ່ງກາດລົງຢ້ຽມຢາມຄອບຄົວຕົບແບບປູກຜືດຜັກເປັນສິນຄ້າຄື ຄອບຄົວ ຂອງ ທ່ານ ຄຳເສີຍ ຈຳປາແກ້ວມະນີ ທັງເປັນປະທານສະຫະກອນແບບໃໝ່ໃສ່ໃຈກະສິກຳບ້ານຫຼັກຂ່າວ ເມືອງທ່າແຕງ ແຂວງເຊກອງ.
ທ່ານ ພ້ອມຄະນະໄດ້ຮັບການລາຍງານຫຍໍ້ກ່ຽວກັບປະຫວັດຄວາມເປັນມາໃນການເຮັດກະສິກຳຈາກຄອບຄົວຕົບແບບປູກຜືດຜັກເປັນສິນຄ້າຄື: ຄອບຄົວ ຂອງ ທ່ານ ຄຳເສີຍ ຈຳປາແກ້ວມະນີ ວ່າ: ເລີ່ມຕົ້ນເຮັດກະສິກຳເປັນຕົ້ນແມ່ນປູກຜັກກະລຳປີຫຼືເອີນຊື່ອີກວ່າຜັກຊູ ແລະ ຜັກກາດຂາຍມາແຕ່ປີ 2006 ເບື້ອງຕົ້ນໃນເນື້ອທີ່ 0,5 ເຮັກຕາ,ພໍເຫັນໄດ້ວ່າມີລາຍຮັບດີຂຶ້ນຈີງໄດ້ຂະຫຍາຍພື້ນທີ່ປູກຕື່ມອີກ 1 ເຮັດຕາ,ໃນປີ 2007-2008 ໄດ້ຊື້ດິນຕື່ມອີກລວມດິນທັງໝົດມີ 4,5 ເຮັດຕາ,ມີແຮງງານໃນຄອບຄົວ 8 ຄົນ,ຍິງ 4 ຄົນ,ແຮງງານຕົ້ນຕໍ່ 6 ຄົນ,ຍິງ 3 ຄົນ,ກ່ອນບໍມີໂຄງການເຂົ້າມາການປູກຜັກກາງແຈ້ງແມ່ນເຫັນວ່າຜົນຜະລິດຕຳ່,ຕົ້ນທຶນສູງ ຍ້ອນທຳມະຊາດບໍ່ອຳນວຍ,ແຕ່ພໍມີໂຄງການເຂົ້າມາແລ້ວຈີງເກີດມີແນວຄວາມຄິດປູກຜັກໃນເຮືອນຮົ່ມປູກປະສົມກັບການປູກກາງແຈ້ງ,ແຕ້ເຮັດກາງແຈ້ງເປັນຊ້ວງບໍຕໍ່ເນືອງ ແຕ່ ຢູ່ເຮືອນຮົ່ມແມ່ນປູກຕໍ່ເນືອງປັດຈຸບັນມີເຮືອນຮົ່ມທັງໝົດ 14 ຫຼັງ,ຜືດຜັກທີ່ປູກໃນເຮືອນຮົ່ມມີຜັກຕັ້ງສ້າຍ,ຜັກສະຫຼັດ,ຜັກບົ່ວ ແລະ ການບໍລິການກ້າເບ້ຍເພື່ອຈຳນາຍໃຫ້ປະຊາຊົນ,ເບ້ຍທີນຳມາກ້າມີ: ເບ້ຍກະລຳປີ,ເບ້ຍຜັກກາດຂາວ,ເບ້ຍໝາກເຂືອ,ສ່ວນຢູ່ກາງແຈ້ງຈະເຮັດໃນທ້າຍລະດູຝົນ ແລະ ຕົ້ນລະດູໜາວ ໂດຍສະເພາະແມ່ນປູກຜັກກະລຳປີ,ຜັກກາດຂາວ,ຜັກກາດຕີນໝີ,ປູກໃນເນື້ອທີ່ 3 ເຮັກ,ຕາສາມາດເກັບກ່ຽວຜົນຜະລິດໄດ້ທັງໝົດ 1 ຮ້ອຍກວ່າໂຕນຕໍ່ປີ,ຂາຍໄດ້ 7 ຮ້ອຍກວ່າລ້ານກີບຕໍ່ປີ. ທ່ານໃຫ້ຮູ້ອີກວ່າ: ດ້ານການຕະຫຼາດແມ່ນຂາຍກັບທີ່ໃຫ້ແມ່ຄ້າຢູ່ພາຍໃນແຂວງ ແລະ ຕ່າງແຂວງເຊັ່ນ: ແຂວງ ສະຫວັນນະເຂດ,ແຂວງ ສາລະວັນ, ແຂວງ ອັດຕະປື,ນະຄອນຫຼວງວຽງຈັນ.ພ້ອມນີ້ຍັງໄດ້ສົນທະນາແລກປ່ຽນບົດຮຽນ,ປະສົບການຕົວຈິງໃນການ ປູກ,ການບົວລະບັດຮັກສາ,ການຈັດການ ເພື່ອເຮັດໃຫ້ໄດ້ຜົນຜະລິດສູງຂຶ້ນກວ່າເກົ່າ ແລະ ໄດ້ລົງເບິ່ງເຮຶອນຮົ່ມການປູກຜຶດຜັກຊະນິດຕ່າງໆຕື່ມອີກ.

 

 

F 1