0
0
0
s2sdefault
ພິທີປິດ ກອງປະຊຸມ ການຈັດຕັ້ງປະຕິບັດວຽກງານໂຄງການ ຄສກສ ຮ່ວມກັບ ADB mission ໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກຳເປັນສິນຄ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ ທີ່ ຫ້ອງປະຊຸມ ສູນຝຶກອົບຮົມ ເຕັກນິກກະສິກຳ ແລະ ພັດທະນາຊົນນະບົດ ລາວ-ເກົາຫຼີ ຄັ້ງວັນທີ 20 ພະຈິກ 2025.
ໃນຕອນເຊົ້າວັນທີ 20 ພະຈິກ 2025, ທີ່ຫ້ອງປະຊຸມ ສູນຝຶກອົບຮົມ ເຕັກນິກກະສິກຳ ແລະ ພັດທະນາຊົນນະບົດ ລາວ-ເກົາຫຼີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຄະນະກົມສົ່ງເສີມກະສິກຳ ແລະ ສະຫະກອນ ພ້ອມດ້ວຍຄະນະທີມງານໂຄງການ ຂອງ ADB ແລະ ບັນດາແຂວງ ແຂວງຄໍາມ່ວນ, ແຂວງສະຫວັນນະເຂດ, ແຂວງສາລະວັນ, ແຂວງເຊກອງ ແລະ ແຂວງຈໍາປາສັກ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໂດຍການເປັນປະທານຂອງ ທ່ານ ປອ. ນາງ ຈັນທະຄອນ ບົວລະພັນ ຮອງ ລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ຜູ້ຊີ້ນໍາໂຄງການ (ຄສກສ).
ຈຸດປະສົງ ແມ່ນລາຍງານຜົນສຳເລັດ ແລະ ຄວາມຄືບໜ້າການຈັດຕັ້ງປະຕິບັດວຽກງານຂອງໂຄງການຂັ້ນແຂວງ ລາຍງານການຈັດຕັ້ງປະຕິບັດ ແລະ ການຄຸ້ມຄອງນຳໃຊ້ທຶນ ໃນໄລຍະ 10 ເດືອນ ປີ 2025 ມາຮອດປະຈຸບັນໂຄງການຍ່ອຍ ສຳລັບການປັບປຸງກໍ່ສ້າງເສັ້ນທາງ, ຄອງ ,ຂົວຂ້າມຄອງໄປຫາສູນ ສາງເກັບເມັດພັນ ແມ່ນໄດ້ສຳເລັດ 100%,ກວດກາ 95,2% ແລະ ມອບຮັບໃຫ້ບ້ານດູແລຮັກສາຊົ່ວຄາວ ສຳລັບໜອງເກັບນ້ຳຝົນບ້ານດົງໜາກບ້າ ແມ່ນສຳເລັດພຽງ 85.50%ຄາດຄະແນວ່າຈະສຳເລັດ 100% ໃນເດືອນພະຈີກ ປີ 2025 ນີ້. ມູນຄ່າການກໍ່ສ້າງທັງໝົດ 448,139.16 ໂດລາສະຫະລັດ ແລະ ທິດທາງແຜນການ 3 ເດືອນ ທ້າຍປີ 2025
ລົງຕິດຕາມກວດກາເຕັກນິກ ການປັບປຸງ ວຽກພື້ນຖານໂຄງລ່າງ, ຊົນລະປະທານ, ທາງ, ຂົວ, ສາງເກັບເມັດພັນ, ໜອງເກັບນໍ້າຝົນ ບ້ານນາພອກ,ບ້ານດົງໝາກບ້າ ແລະ ທີ່ສູນພັດທະນາ ກະສິກຳ ເຊບັ້ງໄຟ, ຝຶກອົບຮົມວຽກງານຄຸ້ມຄອງນໍາໃຊ້ນໍ້າ, ຊົນລະປະທານ, ທາງ, ຂົວ, ໜອງເກັບນໍ້າຝົນ ໃຫ້ກຸ່ມຄະນະກຸ່ມຜູ້ນໍາໃຊ້ນໍ້າວຽກງານໂຄງລ່າງບ້ານໃນໂຄງການຍ່ອຍ ພູດທີ່ II ໃຫ້ແກ່ ບ້ານ ເປົ້າໝາຍຂອງໂຄງການ ຄສກສ ທີ່ ເມືອງເຊບັ້ງໄຟ, ເມືອງ ໜອງບົກ, ເມືອງ ຫີນບູນ, ແຂວງ ຄໍາມວນ, ສືບຕໍ່ຕິດຕາມການກໍ່ສ້າງວຽກງານໂຄງລ່າງພຶ້ນຖານພູດທີ II ສົມທົບກັບປະສານງານຂັ້ນເມືອງປະເມີນຜົນຜະລິດ ເຂົ້າ ໃນ 5 ສາຍພັນ ທີ່ໄດ້ທົດລອງປູກ ເຊິ່ງເປັນເຂົ້າທີ່ຫຼາດຕ້ອງການ, ເພື່ອສົມທຽບຄວາມແຕກຕ່າງ ກັບເຂົ້າທີ່ປູກໃນພື້ນທີ່ທົ່ວໄປ, ເພື່ອເປັນແນວທາງໃນການສືບຕໍ່ສົ່ງເສີມ ແລ້ວລາຍງານສູນ.

0
0
0
s2sdefault
ກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດ ວຽກງານໂຄງການ ຄສກສ ຮ່ວມກັບ
ADB Mission 6 ເດືອນ ທ້າຍປີ 2025 ໃນລະຫວ່າງວັນທີ 10-15 ພະຈິກ 2025
ໃນວັນທີ 14 ພະຈິກ 2025, ທີ່ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ແຂວງຄຳມ່ວນ ຄະນະທີມງານກົມສົ່ງເສີມກະສິກຳ ແລະ ສິ່ງແວດລ້ອມ ພ້ອມດ້ວຍຄະນະທີມງານໂຄງການ ຂອງ ADB ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ປະຊຸມ ແລະ ປຶກສາຫາລື ແລກປ່ຽນຄຳຄິດເຫັນ ໃນກອງປະຊຸມຕິດຕາມວຽກງານໂຄງການ (ຄສກສ) ຮ່ວມກັບ ADB Mission 6 ເດືອນ ທ້າຍປີ 2025 ໂດຍເປັນປະທານຮ່ວມຂອງ ທ່ານ ອານົງສອນ ພົມມະຈັນ ຫົວໜ້າກົມສົ່ງເສີມກະສິກໍາ ແລະ ສະຫະກອນ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທ່ານ ນາງ ດາລຸນນີ ໄຊຍະບຸດ ຮອງພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງ ຄຳມ່ວນ, ພ້ອມດ້ວຍຄະນະທີມງານໂຄງການ ADB ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

0
0
0
s2sdefault
ທ່ານຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ລົງເຄື່ອນໄຫວເຮັດວຽກທີ່ແຂວງຈຳປາສັກ
ໃນວັນທີ 10 ພະຈິກ 2025 ທີ່ຜ່ານມາ ຢູ່ທີ່ຫ້ອງວ່າການແຂວງຈຳປາສັກ, ທ່ານ ຈັນທະເນດ ບົວລະພາ, ຮອງລັດຖະມົນຕີ ກະຊວງ ກະສິກຳ ແລະ ສິ່ງແວດລ້ອມ ພ້ອມດ້ວຍຄະນະ ທີມງານໂຄງການ ADB ໄດ້ເຂົ້າພົບປະກັບ ທ່ານ ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາພັກແຂວງ ແຂວງຈຳປາສັກ ເພື່ອແຈ້ງຈຸດປະສົງໃນການເຄື່ອນໄຫວວຽກງານໃນຄັ້ງນີ້ ເພື່ອປຶກສາຫາລື ແລະ ລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານ ສົ່ງເສີມລະບົບຕ່ອງໂສ້ ການຜະລິດກະສິກຳເປັນສີນຄ້ທີ່ເປັນມິດຕໍ່ສິ່ງແວດລ້ອມ ແລະ ໄດ້ໃຫ້ຄວາມຮູ້ດ້ານເຕັກນິກວິຊາການດ້ານນະວັດຕະກຳກະສິກຳທີ່ທັນສະໄໝ (CSA); ດ້ານການຜະລິດກະສິກໍາ ທີ່ດີ (GAP); ດ້ານການຜະລິດກະສິກຳ ອິນຊີ (OA) ໂຄງການ ຊົນລະປະທານ ແລະ ທາງ ທີ່ແຂວງຈຳປາສັກ.
 

0
0
0
s2sdefault

ປ້າມຸ່ຍ ເປັນປະຊາຊົນບ້ານ ຈຳປາ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ ອາຍຸ 73 ປີ ເຊິ່ງເປັນອາດີດພະນັກງານບຳນານມີສະມາຊິກຄອບຄົວທັງໝົດ 6 ຄົນ, ຍິງ 4 ຄົນ ປ້າມຸ່ຍ ຍັງມັກຮັກໃນການປູກ ແລະ ລ້ຽງສັດ ເພາະວ່າມີມູນເຊື້ອສືບທອດມາແຕ່ລຸ້ນພໍ່ແມ່ປູ່ຍ່າຕາຍາຍ ສະນັ້ນ ປ້າມຸ່ຍຈຶ່ງມີແນວຄວາມຄິດລິເລີ່ມປູກໝາກສີດາ ເປັນອາຊີບຫຼັກຂອງເພິ່ນ ເພື່ອສ້າງລາຍຮັບແກ່ຄອບຄົວຂຶ້ນຕື່ມ ໃນການປູກ, ຂະຫຍາຍ ແລະ ຂາຍຜະລິດຜົນສູ່ຄອບຄົວບໍ່ໜ້ອຍ ສີດາ 15,000 ກີບ - 20,000 ກີບ/ກິໂລ ສະເລ່ຍປີໜຶ່ງຂາຍໄດ້ປະມານ 15,000,000 ລ້ານ/ປີ.

          ປ້າມຸ່ຍ ເລີ່ມເຮັດສວນປູກໝາກສີດາ ປີ 2019 ມີເນື້ອທີດິນທັງໝົດ 2 ໄລ່ ເລີ່ມລົງທຶນແມ່ນ ທໍາອິດເປັນເງິນ 8,000,000 – 9,000,000 ກີບ ປ້າມຸ່ຍ ເລີ່ມປູກສີດາ 90 – 100 ຕົ້ນ, ໃນນັ້ນ ມີ 3 ແນວພັນ: ກິມຈຸ, ຫົງເປົາຊື ແລະ ສີດາໃຈແດງ ແນວພັນຕອນເລີ່ມປູກແມ່ນ ເພິ່ນໄດ້ໄປຊື້ຢູູ່ຮ້ານຂາຍເບ້ຍໄມ້ທົ່ວໄປ ແລະ ຈໍານວນໜຶ່ງແມ່ນເພິ່ນໄປຊື້ຢູ່ປະເທດເພື່ອນບ້ານ ( ປະເທດໄທ )ລາຄາຊື້ຢູູ່ໄທແມ່ນ 150 ບາດ/ຕົ້ນ. ສ່ວນວິທີປູກ ແລະ ເຕັກນິກ ເພິ່ນກະເບິ່ງຕາມສື່ອອນລາຍ ຢູ່ທູບ ແລະ ແບບວິທີພື້ນບ້ານຕາມທໍາມະຊາດ , ແລ່ນທໍ່ນໍ້າເຮັດນໍ້າຢົດ, ໃສ່ຝຸ່ນຂີ້ໄກ່ທີ່ຕົນລ້ຽງເອງ ບົວລະບັດມາເລື່ອຍໆຈົນຮອດປີ 2021 ໝາກສີດາເລີ່ມອອກໝາກຜົນ ເພິ່ນກະຂາຍຢູ່ບ້ານໃຜມາຊື້ເພິ່ນກໍຂາຍ ແລະ ຂາຍຕາມຕະຫຼາດແຖວຊຸມຊົນ ຕໍ່ມາມີແມ່ຄ້າໄປຮັບເອົາຢູ່ສວນມາຂາຍຢູ່ຕະຫຼາດລາວ ເຊິ່ງຈັດເປັນໝາກໄມ້ປອດສານພິດ ຕົກມາຕົ້ນປີ 2023 ໄດ້ມີໂຄງການ ສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກໍາ ເປັນສິນຄ້າທີ່ເປັນມິດຕໍ່ສິ່ງແວລ້ອມ ຄສກສ ເຂົ້າມາເພິ່ນ ໄດ້ຮັບທຶນຊ່ວຍເຫຼືອ  ເປັນເງິນຈຳນວນ 1,000 ໂດລາຄິດໄລ່ເປັນເງິນກີບ ຕອນນັ້ນ ແມ່ນ 19,795,000 ລ້ານ. ນອກຈາກທາງໂຄງການ ສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກໍາເປັນສິນຄ້າທີ່ເປັນມິດຕໍ່ສິ່ງແວລ້ອມ ຄສກສ ໄດ້ສະໜັບສະໜູນທຶນເປັນເງິນແລ້ວ ທາງໂຄງການຍັງໄດ້ມີບັນດາເຕັກນິກຕ່າງໆ ແລະ ວິຊາການສະເພາະດ້ານລົງຈັດຝຶກອົບຮົມສອນໃຫ້ຕື່ມອີກ ບວກໃສ່ປະສົບການທີ່ຕົນເຄີຍປູກ ຈຶ່ງຮຽນເຮັດແຕ່ງກິ່ງເອງເພື່ອໃຫ້ເກີດໄດ້ຮັບຂຶ້ນຕື່ມ ຈາກ 100 ຕົ້ນ ມາເປັນ 170 ຕົ້ນ. ຫຼັງຈາກໄດ້ຮັບທຶນ ແລະ ໄດ້ຮຽນຮູຈາກເຕັກນິກຕ່າງໆ ກໍໄດ້ຮັບຜົນລະລິດເພີ່ມຂຶ້ນຕື່ມ ແລະ ອີງຕາມລາຄາສິນຄ້າຕາມທ້ອງຕະຫຼາດມີການປັບຂຶ້ນ ຮອດປະຈຸບັນນີ້ ເພິ່ນກໍຂາຍ 25,000 – 30,000/ກີບ/ກິໂລ ສະເລ່ຍປີໜຶ່ງ 25,000,000 -30,000,000/ປີ. ການປູກໝາກສີດາ ມີສິ່ງທ້າທ້າຍ ແລະ ພົບຄວາມຫຍຸ້ງ ຍາກດັ່ງນີ້:

1.ການປູກສີດາເພື່ອໄວ້ກິນ ແລະ ຂາຍເພື່ອສ້າງລາຍຮັບໃຫ້ແກ່ຄອບຄົວ.

2.ການປູກໝາກສີດາເປັນອາຊີບແລ້ວ ແລະ ຍັງໄດ້ຮຽນຮູ້ເຕັກນິກຕ່າງໆ ເພື່ອໄວ້ສອນຄົນລຸ້ນຕໍ່ໄປ.

3.ການປູກສີດາພົບຄາມຫຍຸ້ງຍາກຫຼາຍດ້ານເຊັ່ນ: ທຳອິດຍ້ອນຄວາມດຸໝັ່ນ ແລະ ຄວາມມັກຮັກໃນການປູກການລ້ຽງ ເລີຍລອງຜິດລອງຖືກປູກແບບທຳມະຊາດ ພໍປູກໄປໄລຍະໜຶ່ງຈຶງພົບບັນຫາຫຼາຍຢ່າງ ໝາກສີດາ ເປັນໝາກນ້ອຍ ໜາກໃຫ່ຍ ແລະ ເນົ່າເປັນແມງ  ແຕ່ປ້າມຸ່ຍກໍມີຄວາມພະຍາຍາມຮຽນຮູ້ຈາກສື່ອອນລາຍ ແລະ ອີກທາງໜຶ່ງແມ່ນທາງໂຄງການ ສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກໍາເປັນສິນຄ້າທີ່ເປັນມິດຕໍ່ສິ່ງແວລ້ອມ ຄສກສ ເພິ່ນໃຫ້ທຶນຊ່ວຍເຫຼືອ ເປັນເງິນ, ແລະ ເຕັກນິກຕ່າງໆເຂົ້້າມາຊ່ວຍ.

          ນອກຈາກນັ້ນ, ຍ້ອນຄວາມດຸໝັ່ນ ແລະ ຄວາມມັກຮັກໃນການປູກການລ້ຽງ ປ້າມຸ່ຍເພິ່ນກໍຍັງປູກໄມ້ກິນໝາກປະສົມປະສານໃສ່ນຳເຊັ່ນ: ໝາກອາໂວກາໂດ້, ໝາກມ່ວງ, ໝາກນາວ, ໝາກກ້ວຍ ນອກນັ້ນ ເຮັດສວນຄົວປູກພືດຜັກແລະ ລ້ຽງເປັດ, ລ້ຽງໄກ່ ເພື່ອໄວ້ກິນ ແລະ ຂາຍໄປນຳ.

          ທ້າຍນີ້ ປ້າ ມຸ່ຍ ໄດ້ກ່າວວ່າ ແຜນຕໍ່ໜ້າ ອາດຈະຂະຫຍາຍພື້ນທີ່ປູກເພີ່ມຕື່ມ ແລະ ຈະບົວລະບັດຮັກສາ ຜົນລະປູກທີ່ມີຢູ ແລະ ຮຽນຮູ້ປັບປຸງພັດທະນາໄປເລື່ອຍໆ ເພື່ອໃຫ້ຜົນລະປູກໄດ້ຮັບຜົນເພີ່ມຂຶ້ນ ເພື່ອສະໜອງໃຫ້ຕະຫຼາດເພີ່ມຂຶ້ນໄປເລື້ອຍໆ.