0
0
0
s2sdefault

ໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກຳເປັນສິນຄ້າທີ່ເປັນມິດຕໍ່ສິ່ງແວດ ລ້ອມ ໄດ້ເປີດບັ້ນຝຶກອົບຮົມການນຳໃຊ້ໂປແກມບັນຊີ ແລະ ນຳສະເໜີແຜນງົບປະມານຂອງໂຄງການປະຈຳປີ 2022, ທີ່ໂຮງແຮມພູເທວະດາ, ເມືອງປາກຊ່ອງ, ແຂວງຈຳປາສັກ, ຄັ້ງວັນທີ 13 ຫາ 19 ກຸມພາ 2022,

ໂດຍການເປັນປະທານຂອງ ທ່ານ ສົມໄຊ ສີຊານົນ ຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນ, ມີຜູ້ເຂົ້າຮ່ວມທັງໝົດ 42 ທ່ານ

ຍິງ 20 ທ່ານ ໃນນັ້ນ ມີຜູ້ເຂົ້າຮ່ວມຈາກ ບໍລິສັດ APIS, ຫ້ອງການປະສານງານໂຄງການຂັ້ນສູນກາງ, ບັນດາຫ້ອງການປະສານງານຂັ້ນແຂວງ 5 ແຂວງເປົ້າໝາຍຂອງໂຄງການ.