0
0
0
s2sdefault

ໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກຳເປັນສິນຄ້າທີ່ເປັນມິດຕໍ່ສິ່ງແວດລ້ອມ ໄດ້ຈັດຝຶກອົບຮົມ

ເຕັກນິກວຽກງານສຶກສາສຳຫຼວດ-ອອກແບບ ແລະ ກໍ່ສ້າງໂຄງລ່າງພື້ນຖານ

ດ້ານຊົນລະປະທານ ແລະ ທາງເຂົ້າບ່ອນທຳການຜະລິດ ໃຫແກ່ພະນັກງານຂັ້ນແຂວງ ແລະ ເມືອງເປົ້າໝາຍຂອງໂຄງການ, ທີ່ເມືອງຈຳພອນ, ແຂວງສະຫວັນນະເຂດ ຄັ້ງວັນທີ 7-9/07/2022

     ກອງປະຊຸມ ຝຶກອົບຮົມ ເຕັກນິກວຽກງານສຶກສາສຳຫຼວດ-ອອກແບບ ກໍ່ສ້າງພື້ນຖານໂຄງລ່າງດ້ານຊົນລະປະທານ,ທາງເຂົ້າບ່ອນທຳການຜະລິດ ໄດ້ຈັດຂຶ້ນ ຢ່າງເປັນທາງການ ທີ່ຫ້ອງປະຊຸມສະໂມສອນ ສຶກສາເມືອງ ຈຳພອນ ແຂວງສະຫວັນນະເຂດ, ໃນຕອນເຊົ້າ ເວລາ 08 ໂມງ 30 ນາທີ ຂອງວັນທີ 07 ເດືອນ ກໍລະກົດ 2022 ເຊີ່ງໄດ້ຮັບກຽດເປັນປະທານໂດຍ ທ່ານ ສູນທະລາ ຕົ້ນພານິດ ຮອງຫົວນ້າພະແນກກະສິກຳແລະປ່າໄມ້ (ຄະນະຊີ້ນຳໂຄງການ ຄສກສ ຂັ້ນແຂວງ)

ໂດຍມີບັນດາພາກສວ່ນທີ່ເຂົ້າຮ່ວມໃນການຝຶກຈາກກົມຊົນລະປະທານ, ຫ້ອງການປະສານງານໂຄງການ ຄສກສ ຂັ້ນສູນກາງ, ຫ້ອງການປະສານງານໂຄງການ ຄສກສ ຂັ້ນແຂວງ 3 ແຂວງ(ແຂວງສະຫວັນນະເຂດ, ແຂວງ ຄຳມ່ວນ, ແຂວງ ສາລະວັນ), ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງສະຫວັນນະເຂດ ແລະ ທີມງານໂຄງການ ຄສກສ ຂັ້ນເມືອງ ໃນ 3 ແຂວງເປົ້າໝາຍ ລວມທັງໝົດຂອງຜູ້ເຂົ້າຮ່ວມ 72 ທ່ານ, ຍິງ 10 ທ່ານ.