0
0
0
s2sdefault

ໃນລະຫວ່າງວັນທີ 23 ມິຖຸນາ ຫາ ວັນທີ 05 ກໍລະກົດ 2024 ທີ່ຜ່ານມາ, ໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກໍາເປັນສິນຄ້າທີ່ເປັນມິດຕໍ່ສິ່ງແວດລ້ອມ (ໂຄງການ ຄສກສ) ໄດ້ຈັດກອງປະຊຸມຕິດຕາມ ແລະ ປະເມີນຜົນໂຄງການ ທີ່ ກົມສົ່ງເສີມກະສິກໍາ ແລະ ສະຫະກອນ, ນະຄອນຫຼວງວຽງຈັນ ພ້ອມທັງ ໄດ້ລົງຕິດຕາມຢ້ຽມຢາມກິດຈະກໍາຕົວຈິງ ຂອງ ກຸ່ມຜະລິດກະສິກໍາ, ໂຮງສີເຂົ້າ, ​ເສັ້ນທາງ, ໜອງນໍ້າ ແລະ ຊົນລະປະທານ ທີ່ເປັນພື້ນທີ່ເປົ້າໝາຍຂອງໂຄງການຢູ່ທີ່ ແຂວງ ສະຫວັນນະເຂດ, ເຊກອງ ແລະ ຈໍາປາສັກ. ໂດຍຈຸດປະສົງ ແມ່ນເພື່ອເປັນການປະເມີນຜົນການຈັດຕັ້ງປະຕິບັດໂຄງການໃນໄລຍະ 6 ເດືອນຕົ້ນປີ 2024.  ເຊີ່ງການປະເມີນຜົນການຈັດຕັ້ງປະຕິບັດໃນຄັ້ງນີ້ ໄດ້ມີໂຕແທນຈາກຜູ້ໃຫ້ທຶນກໍ່ຄືທະນາຄານພັດທະນາອາຊີ(ADB), ກົມສົ່ງເສີມກະສິກຳ ແລະ ສະຫະກອນ, ກົມຊົນລະປະທານ, ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ, ກົມປູກຝັງ, ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ກົມແຜນການ ແລະ ການເງິນ, ຄະນະຊີ້ນຳຂັ້ນແຂວງ, ເມືອງ ແລະ ຊາວກະສິກອນທີ່ນອນໃນພື້ນທີ່ເປົ້າໝາຍຂອງໂຄງການ ກໍ່ໄດ້ເຂົ້າຮ່ວມໃນການລົງຕິດຕາມປະເມີນຜົນໃນຄັ້ງນີ້ດ້ວຍ.

WhatsApp Image 2024 07 25 at 10.12.03 e61b3feeWhatsApp Image 2024 07 25 at 10.12.06 0276f062