0
0
0
s2sdefault

 

ໃນຕອນເຊົ້າຂອງວັນທີ 5 ຕຸລາ 2022 ນີ້, ໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກໍາເປັນສິນຄ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ (ຄສກສ) ໄດ້ຈັດກອງປະຊຸມປຶກສາຫາລື ແລະ ເເນະນໍາກ່ຽວກັບກ່ຽວກັບການຄຸ້ມຄອງຄວາມສ່ຽງຈາກການປ່ຽນແປງດິນຟ້າອາກາດ ເຊິ່ງກອງປະຊຸມໄດ້ຈັດຂຶ້ນຢູ່ທີ່ໂຮມແຮມຮຸ່ງທິບ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ. ໃຫ້ກຽດເປັນປະທານໂດຍທ່ານ ສູນທະລາ ຕົ້ນພານິດ ຮອງຫົວໜ້າພະແນກກະສິກໍາ ແລະປ່າໄມ້ແຂວງ, ຜູ້ຊີ້ນຳໂຄງການ ຄສກສ ປະຈຳແຂວງສະຫວັນນະເຂດ, ກອງປະຊຸມໄດ້ມີຜູ້ເຂົ້າຮ່ວມຈາກ ໂດຍກອງປະຊຸມໄດ້ມີຜູ້ເຂົ້າຮ່ວມຈາກ ກົມສົ່ງເສີມກະສິກຳ ແລະ ສະຫະກອນ, ກົມຊົນລະປະທານ, ສະຖາບັນຄົນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນບົດ, ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກົມຄຸ້ມຄອງການປ່ຽນແປງດິນຟ້າອາກາດ, ກະຊວງຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມ, ພະແນກກະສິກຳ ແລະ ປ່າໄມ້ແຂວງ 6 ແຂວງ, ຫ້ອງການກະສິກຳ ແລະ ປ່າໄມ້ 7 ເມືອງເປົ້າໝາຍຂອງໂຄງການ, ອົງການຈັດຕັ້ງສາກົນ FAO ແລະ ບັນດາຜູ້ແທນຈາກກຸ່ມຜູ້ນຳໃຊ້ນ້ຳ 6 ກຸ່ມ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ ທັງໝົດຈຳນວນ 80 ທ່ານ, ຍິງ 10 ທ່ານ. ກອງປະຊຸມການປຶກສາຫາລື ແລະ ແນະນຳກ່ຽວກັບການຄຸ້ມຄອງຄວາມສ່ຽງຈາກການປ່ຽນແປງດິນຟ້າອາກາດຄັ້ງນີ້ແມ່ນຈະໄດ້ດໍາເນີນເປັນເວລາ 2 ວັນ, ແຕ່ວັນທີ 5-6/10/2022.                  

 

                   

 

 

0
0
0
s2sdefault

ໃນໄລຍະວັນທີ 17-22 ສິງຫາ 2022 ແຂວງຄໍາມ່ວນ ສໍາເລັດການຈັດຝຶກອົບຮົມເພື່ອສ້າງຄວາມເຂັ້ມແຂງ ໃນຫົວຂໍ້ ນະວັດຕະກຳ ກະສິກຳ ເປັນມິດຕໍ່ສິ່ງແວດລ້ອມ CSA ໃຫ້ແກ່ສະມາຊິກຂອງກຸ່ມຜະລິດເຂົ້າເປັນສິນຄ້າ ຢູ່ 03 ກຸ່ມເປົ້າໝາຍຂອງເມືອງໜອງບົກຄື: ກຸ່ມຜະລິດເຂົ້າບ້ານ ສອກເບາະ, ກຸ່ມຜະລິດເຂົ້າບ້ານ ດົງກະສິນ ແລະ ກຸ່ມຜະລິດເຂົ້າບ້ານ ນ້ຳພຸ; ໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານໂດຍທ່ານ ຄຳສິງ ແສງວຽງໄຊ ຮອງຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງໜອງບົກ ທັງເປັນຜູ້ຊີ້ນຳວຽກງານໂຄງການ ຄສກສ ຂັ້ນເມືອງ ແລະ ມີຜູ້ເຂົ້າຮ່ວມຈາກ ບ້ານ ສອກເບາະຈຳນວນ 28 ທ່ານ ຍິງ 03 ທ່ານ, ບ້ານ ດົງກະສິນ ຈຳນວນ 28 ທ່ານ ຍິງ 11 ທ່ານ ແລະ ບ້ານ ນ້ຳພຸ ຈຳນວນ 30 ທ່ານ ຍິງ 13 ທ່ານ.

0
0
0
s2sdefault

km

ໃນລະຫວ່າງວັນທີ 4-5 ສິງຫາ 2022 ຫ້ອງການປະສານງານໂຄງການ ຄສກສ ແຂວງຄຳມ່ວນ ໂດຍສົມທົບກັບ ກົມສົ່ງເສີມກະສິກຳ ແລະ ສະຫະກອນ ຈັດກອງປະຊຸມທົບທວນຜົນຂອງການເຮັດແປງສາທິດນາຢອດຕົມ ແລະ ການຄຸ້ມຄອງບໍລິຫານກຸ່ມຜະລິດກະສິກຳເປັນສິນຄ້າຂອງ 03 ເມືອງເປົ້າໝາຍຄື: ເມືອງຫິນບູນ, ເມືອງໜອງບົກ ແລະ ເມືອງເຊບັ້ງໄຟ. ຊື່ງພາຍໃຕ້ການເປັນປະທານຂອງທ່ານ ນ ດາລຸນນີ ໄຊຍະບຸດ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແລະ ທ່ານ ໂສພາ ສິດທິໂສມ ຮອງຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນ; ນອກຈາກນັ້ນ ຍັງມີບັນດາທ່ານຈາກຂະແໜງການປິ່ນອ້ອມພະແນກ ແລະ ປະສານງານເມືອງ ພ້ອມດ້ວຍໜ່ວຍງານທີ່ກ່ຽວຂ້ອງ ລວມຜູ້ເຂົ້າຮ່ວມທັງໝົດ 25 ທ່ານ ຍິງ 07 ທ່ານ.

       ຈຸດປະສົງ: ກອງປະຊຸມໃນຄັ້ງນີ້ແມ່ນເພື່ອທົບທວນຄືນຜົນຂອງການເຮັດແປງສາທິດ ຢູ່ບັນດາຄອບຄົວທີ່ເປັນສະມາຊິກຂອງບ້ານເປົ້າໝາຍ ແລະ ການຄຸ້ມຄອງບໍລິຫານກຸ່ມ ຜະລິດກະສິກຳເປັນສິນຄ້າ ຂອງບັນດາບ້ານເປົ້າໝາຍຂອງ 03 ເມືອງ(ເມືອງໜອງບົກ, ເມືອງຫີນບູນ ແລະ ເມືອງເຊບັ້ງໄຟ). 

       ໃນກອງປະຊຸມໄດ້ຮັບຟັງການລາຍງານຈາກຫ້ອງການປະສານງານເມືອງ ໂດຍສະເພາະຈັດຕັ້ງປະຕິບັດວຽກງານຕົວຈິງ ຂອງການເຮັດແປງສາທິດນາຢອດຕົມ ລະດູແລ້ງໃນປີ 2022 ຂອງ 03 ເມືອງຊື່ງມີລາຍລະອຽດດັ່ງນີ້:

 ລ.ດ ກຸ່ມ  ເມືອງ ຈຳນວນ(ຄຄ) ເນື້ອທີ່(ຕາແມັດ)  ສະມັດຕະພາບ(ກລ/ຮຕ) ໝາຍເຫດ 
 ກຸ່ມບ້ານນາວ່າງທົ່ງ ໜອງບົກ 3  6.672  4,940 ກລ/ຮຕ  
 2  ກຸ່ມບ້ານນາພອກ ເຊບັ້ງໄຟ 3   2.161 4,933 ກລ /ຮຕ  
 3  ກຸ່ມບ້ານທ່າຄໍ້ ເຊບັ້ງໄຟ 3  3,805  4,733 ກລ /ຮຕ  
 4  ກຸ່ມບ້ານຍາງໃຫຍ່ ເຊບັ້ງໄຟ 3  3,873   4,267 ກລ /ຮຕ  
 5  ກຸ່ມບ້ານໜອງດົງ ຫີນບູນ  3 3,528  4,354 ກລ /ຮຕ  
6 ກຸ່ມບ້ານນາເຕີຍ ຫີນບູນ 1,835 4,413 ກລ /ຮຕ  
7 ກຸ່ມບ້ານໂພນເໝັ້ນ ຫີນບູນ 3 2,654 4,041 ກລ /ຮຕ  

0
0
0
s2sdefault

ໃນໄລຍະວັນທີ 11-13 ສິງຫາ 2022 ຄະນະປະສານງານໂຄງການ ຄສກສ ແຂວງຄໍາມ່ວນ ສໍາເລັດການຝຶກອົບຮົມ ລະບົບບັນຊີ-ການເງິນໃຫ້ແກ່ ກຸ່ມຜະລິດເຂົ້າເປັນສິນຄ້າ ຢູ່ ບ້ານ ວັງຫົວປາ ເມືອງຫິນບູນ ພາຍໃຕ້ການເປັນປະທານຂອງທ່ານ ເພັດສະໃໝ ພະບໍລິບູນ ຮອງຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ ທັງເປັນຜູ້ຊີ້ນຳວຽກງານໂຄງການ ດັ່ງກ່າວ ໂດຍມີຜູ້ເຂົ້າຮ່ວມຈາກ 03 ກຸ່ມຄື: ກຸ່ມຜະລິດເຂົ້າເປັນສິນຄ້າ ບ້ານດອນດູ່, ກຸ່ມຜະລິດເຂົ້າເປັນສິນຄ້າ ບ້ານ ໜອງດົງ ແລະ ກຸ່ມບ້ານວັງຫົວປາ ລວມຜູ້ເຂົ້າຮ່ວມທັງໝົດ 17 ທ່ານ ຍິງ 03 ທ່ານ.

0
0
0
s2sdefault

ໃນໄລຍະວັນທີ 18-22 ກໍລະກົດ 2022 ທີ່ຫ້ອງປະຊຸມ ຫ້ອງການ ກະສິກຳ ແລະ ປ່າໄມ້ ເມືອງເຊບັ້ງໄຟ ໄດ້ຈັດກອງປະຊຸມຝຶກອົບຮົມ ລະບົບບັນຊີ-ການເງິນ ກອງທຶນກຸ່ມຜະລິດກະສິກຳເປັນສິນຄ້າ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ຈັນໄທ ສີຈັນທິລາດ ຮອງຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ມີຄະນະກຸ່ມ ແລະ ຜູ້ຮັບຜິດຊອບວຽກງານກອງທຶນຈາກກຸ່ມຜະລິດກະສິກຳເປັນຄ້າທັງໝົດຈຳນວນ 7 ກຸ່ມ ຈາກ 6 ບ້ານເປົ້າໝາຍຂອງເມືອງເຊບັ້ງໄຟ ລວມຜູ້ເຂົ້າຮ່ວມທັງໝົດ 23 ທ່ານ 12 ທ່ານ, ກອງເລຂາຮັບຜິດຊອບຂັ້ນແຂວງ ແລະ ເມືອງ ເຂົ້າຮ່ວມຈຳນວນ 05 ທ່ານ ຍິງ 02 ທ່ານ.

ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້: ກໍ່ເພື່ອສ້າງຄວາມເຂັ້ມແຂງໃຫ້ຄະນະບໍລິຫານງານກຸ່ມ ໂດຍສະເພາະຜູ້ຮັບຜິດຊອບວຽກງານກອງທຶນກຸ່ມໃຫ້ມີທັກຊະ, ຍົກລະດັບຄວາມຮູ້, ຄວາມເຂົ້າໃຈໃນລະບົບ ບັນຊີ-ການເງິນ ຂອງກອງທຶນ ພາຍໃຕ້ໂຄງການ ຄສກສ .

Group Training

 

Group Training 3

ບົດຄວາມອື່ນ ໆ...