0
0
0
s2sdefault

ໂຄງ​ການ​ສົ່ງເສີມລະບົບຕ່ອງໂສ້ການຜະລິດກະ​ສິ​ກຳເປັນສິນຄ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ ໄດ້ຈັດກອງປະຊຸມຝຶກອົບຮົມ ແນະນຳການໃຊ້ແບບຟອມ ການສຳຫຼວດຂໍ້ມູນທຽບຖານຂອງໂຄງການ (Baseline Survey)           ໃຫ້ພະນັກງານ M&E, DPIUs PPIUs ຂອງ 6 ແຂວງ ເປົ້າໝາຍ ໂຄງ​ການ​ສົ່ງເສີມລະບົບຕ່ອງໂສ້ການຜະລິດກະ​ສິ​ກຳເປັນສິນຄ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ ໃນລະຫ່ວາງວັນທີ  18-21/07/2022 ສະຖານທີ່ ຫ້ອງປະຊຸມ ຂອງພະແນກກະສິກຳ ແລະ ປ່າໄມ້ ແຂວງ ສະຫວັນນະເຂດ ໂດຍການເປັນປະທານ ຂອງທ່ານ ສູນທະລາ ຕົ້ນພານິດ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງ ສະຫວັນນະເຂດ (ຜູ້ຊີ້ນຳໂຄງການ ຄສກສ ຂັ້ນແຂວງ).

ເຊິ່ງມີຜູ້ເຂົ້າຮ່ວມ ຈາກພາກສ່ວນຄື: ຫ້ອງການປະສານງານສູນກາງ, ນະຄອນຫຼວງວຽງຈັນ, 5 ແຂວງເປົ້າ  ໝາຍໂຄງການ (ຫ້ອງການປະສານງານແຂວງ) ເມືອງເປົ້າໝາຍ ເມືອງ 19  (ຫ້ອງການປະສານງານເມືອງ) ແລະ ທີມງານທີ່ປຶກສາຈາກບໍລິສັດ PIC ແລະ AFC ມີຜູ້ເຂົ້າຮວ່ມ 65 ທ່ານ ຍິງ 14 ທ່ານ.

PHOTOGROUP.jpg

0
0
0
s2sdefault

ໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກຳເປັນສິນຄ້າທີ່ເປັນມິດຕໍ່ສິ່ງແວດລ້ອມ ໄດ້ເປີດພິທີຝຶກອົບຮົມການນຳໃຊ້ລະບົບຂໍ້ມູນພູມມິສາດ(QGIS) ເຂົ້າໃນວຽກງານການສ້າງແຜນທີ່ຕອນດິນນຳເຂົ້າຂໍ້ມູນການອອກໃບຢັ້ງຢືນທີ່ດິນກະສິກຳ ແລະ ການອອກໃບຕາດິນ ໄດ້ຈັດຂື້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 18 ກໍລະກົດ 2022 ທີ່ຂະແໜງປ່າໄມ້, ພະແນກກະສິກຳ ແລະ ປ່າໄມ້ແຂວງສະຫວັນນະເຂດ, ໂດຍການເປັນປະທານໂດຍ ທ່ານ ສູນທະລາ ຕົ້ນພານິດ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້, ເຊີ່ງມີຜູ້ເຂົ້າຮ່ວມຈາກ 2 ແຂວງຄື ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ, ໃນນັ້ນມີພາກສ່ວນຈາກ ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ, ພະແນກກະສິກຳ ແລະ ປ່າໄມ້ແຂວງ, ຂະແໜງຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ, ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃນນັ້ນມີ ຫ້ອງການກະສິກຳ ແລະ ປ່າໄມ້, ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ 3 ເມືອງເຂົ້າຮ່ວມຄື ເມືອງໄຊບູລີ, ເມືອງຈຳພອນ ແລະ ເມືອງປາກຊ່ອງ, ໂດຍມີຜູ້ເຂົ້າຮ່ວມທັງໝົດ 32 ທ່ານ, ຍິງ 0 ທ່ານ, ການຝຶກອົບຮົມດັ່ງກ່າວແມ່ນເພື່ອຮັບໃຊ້ເຂົ້າໃນວຽກງານການວາງແຜນນຳໃຊ້ທີ່ດິນກະສິກຳແບບມີສ່ວນຮ່ວມ, ການອອກໃບຢັ້ງຢືນທີ່ດິນກະສິກຳ ແລະ ອອກໃບຕາດິນ ທີ່ບາ້ນເປົ້າໝາຍຂອງໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກຳເປັນສິນຄ້າທີ່ເປັນມິດຕໍ່ສິ່ງແວດລ້ອມ.

Training room 

 

RTK Practic

 

 

0
0
0
s2sdefault

ກອງປະຊຸມວິຊາການກ່ຽວກັບການສ້າງດຳລັດວ່າດ້ວຍກະສິກຳສະອາດຄັ້ງທີ່ III ຂອງກົມປູກຝັງ, ໄດ້ຈັດຂື້ນຢູ່ກົມປູກຝັງ, ກະຊວງກະສິກຳ ແລະ ປ່າໄມ້ ໃນຄັ້ງວັນທີ 11 ຫາ 15 ກໍລະກົດ 2022 , ຈຸດປະສົງຂອງກອງປະຊຸມແມ່ນເພື່ອຄົ້ນຄວ້າເນື້ອໃນຂອງດຳລັດວ່າດ້ວຍກະສິກຳສະອາດ. ກອງປະຊຸມໄດ້ມີຜູ້ເຂົ້າຮ່ວມຈາກຄະນະສ້າງດຳລັດວ່າດ້ວຍກະສິກຳສະອາດຂອງກົມປູກຝັງ ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງພາຍໃນກົມ ໂດຍມີຜູ້ເຂົ້າຮ່ວມທັງໝົດ 20 ທ່ານ, ໃນນັ້ນມີເພດຍິງ 09 ທ່ານ. Policy Meeting

Discussion

 

0
0
0
s2sdefault

ໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກຳເປັນສິນຄ້າທີ່ເປັນມິດຕໍ່ສິ່ງແວດລ້ອມ ໄດ້ຈັດຝຶກອົບຮົມ

ເຕັກນິກວຽກງານສຶກສາສຳຫຼວດ-ອອກແບບ ແລະ ກໍ່ສ້າງໂຄງລ່າງພື້ນຖານ

ດ້ານຊົນລະປະທານ ແລະ ທາງເຂົ້າບ່ອນທຳການຜະລິດ ໃຫແກ່ພະນັກງານຂັ້ນແຂວງ ແລະ ເມືອງເປົ້າໝາຍຂອງໂຄງການ, ທີ່ເມືອງຈຳພອນ, ແຂວງສະຫວັນນະເຂດ ຄັ້ງວັນທີ 7-9/07/2022

     ກອງປະຊຸມ ຝຶກອົບຮົມ ເຕັກນິກວຽກງານສຶກສາສຳຫຼວດ-ອອກແບບ ກໍ່ສ້າງພື້ນຖານໂຄງລ່າງດ້ານຊົນລະປະທານ,ທາງເຂົ້າບ່ອນທຳການຜະລິດ ໄດ້ຈັດຂຶ້ນ ຢ່າງເປັນທາງການ ທີ່ຫ້ອງປະຊຸມສະໂມສອນ ສຶກສາເມືອງ ຈຳພອນ ແຂວງສະຫວັນນະເຂດ, ໃນຕອນເຊົ້າ ເວລາ 08 ໂມງ 30 ນາທີ ຂອງວັນທີ 07 ເດືອນ ກໍລະກົດ 2022 ເຊີ່ງໄດ້ຮັບກຽດເປັນປະທານໂດຍ ທ່ານ ສູນທະລາ ຕົ້ນພານິດ ຮອງຫົວນ້າພະແນກກະສິກຳແລະປ່າໄມ້ (ຄະນະຊີ້ນຳໂຄງການ ຄສກສ ຂັ້ນແຂວງ)

ອ່ານເພີ່ມເຕີມ: ຝຶກອົບຮົມເຕັກນິກວຽກງານສຶກສາສຳຫຼວດ-ອອກແບບ ແລະ ກໍ່ສ້າງໂຄງລ່າງພື້ນຖານ ດ້ານຊົນລະປະທານ ແລະ...

0
0
0
s2sdefault

ກອງປະຊຸມຄະນະຊີ້ນຳ

ໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກຳເປັນສິນຄ້າທີ່ເປັນມິດຕໍ່ສິ່ງແວດລ້ອມ

ຄັ້ງວັນທີ 09-10 ມິຖຸນາ 2022 ທີ່ໂຮງແຮມແລນມາກລີເວີຊາຍ, ນະຄອນຫຼວງວຽງຈັນ

ກອງປະຊຸມຄະນະຊີ້ນຳໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກໍາເປັນສິນຄ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ ໄດ້ຈັດຂື້ນຢ່າງເປັນທາງການທີ່ຫ້ອງປະຊຸມໂຮງແຮມແລນມາກແມ່ຂອງລີເວີຊາຍ, ນະຄອນຫຼວງວຽງຈັນ, ໃນຕອນເຊົ້າ ເວລາ 08 ໂມງ 30 ນາທີ ຂອງວັນທີ 09 ເດືອນມຸຖຸນາ 2022 ເຊີ່ງໄດ້ຮັບກຽດການເປັນປະທານໂດຍ ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ແລະ ຮັບກຽດຮ່ວມເປັນຄະນະປະທານຈາກ ທ່ານ ປອ ສົມສະອາດ ອຸ່ນສີດາ ຮອງເຈົ້າແຂວງຄຳມ່ວນ, ທ່ານ ນ ຫຼີງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ແລະ ທ່ານ ປອ ສຸກສະຫວັນ ວິໄລວົງ  ຫົວໜ້າພະແນກແຜນການ ແລະ ການຮ່ວມມືແຂວງຈຳປາສັກ ເປັນປະທານຮ່ວມກອງປະຊຸມໃນຄັ້ງນີ້ດ້ວຍ.

ອ່ານເພີ່ມເຕີມ: ກອງປະຊຸມ ຄະນະຊີ້ນຳໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກຳເປັນສິນຄ້າທີ່ເປັນມິດຕໍ່ສິ່ງແວດລ້ອມ...