0
0
0
s2sdefault

ໂຄງການສົ່ງເສີມລະບົບຕ່ອງໂສ້ງການຜະລິດກະສິກຳເປັນສີນຄ້າ ທີ່ເປັນມິດຕໍ່ສີ່ງແວດລ້ອມ ໄດ້ເປີດກອງປະຊຸມຜ່ານຮ່າງບົດການສຶກສາເບື້ອງຕົ້ນກ່ຽວກັບການປະເມີນຜົນກະທົບຕໍ່ສີ່ງແວດລ້ອມ IEE , ທີ່ແຂວງສາລະວັນ. 

0
0
0
s2sdefault

ໃນຕອນເຊົ້າຂອງວັນທີ 5 ຕຸລາ 2022 ນີ້, ໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກໍາເປັນສິນຄ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ (ຄສກສ) ໄດ້ຈັດກອງປະຊຸມປຶກສາຫາລື ແລະ ເເນະນໍາກ່ຽວກັບກ່ຽວກັບການຄຸ້ມຄອງຄວາມສ່ຽງຈາກການປ່ຽນແປງດິນຟ້າອາກາດ ເຊິ່ງກອງປະຊຸມໄດ້ຈັດຂຶ້ນຢູ່ທີ່ໂຮມແຮມຮຸ່ງທິບ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ. ໃຫ້ກຽດເປັນປະທານໂດຍທ່ານ ສູນທະລາ ຕົ້ນພານິດ ຮອງຫົວໜ້າພະແນກກະສິກໍາ ແລະປ່າໄມ້ແຂວງ, ຜູ້ຊີ້ນຳໂຄງການ ຄສກສ ປະຈຳແຂວງສະຫວັນນະເຂດ, ກອງປະຊຸມໄດ້ມີຜູ້ເຂົ້າຮ່ວມຈາກ ໂດຍກອງປະຊຸມໄດ້ມີຜູ້ເຂົ້າຮ່ວມຈາກ ກົມສົ່ງເສີມກະສິກຳ ແລະ ສະຫະກອນ, ກົມຊົນລະປະທານ, ສະຖາບັນຄົນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນບົດ, ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກົມຄຸ້ມຄອງການປ່ຽນແປງດິນຟ້າອາກາດ, ກະຊວງຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມ, ພະແນກກະສິກຳ ແລະ ປ່າໄມ້ແຂວງ 6 ແຂວງ, ຫ້ອງການກະສິກຳ ແລະ ປ່າໄມ້ 7 ເມືອງເປົ້າໝາຍຂອງໂຄງການ, ອົງການຈັດຕັ້ງສາກົນ FAO ແລະ ບັນດາຜູ້ແທນຈາກກຸ່ມຜູ້ນຳໃຊ້ນ້ຳ 6 ກຸ່ມ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ ທັງໝົດຈຳນວນ 80 ທ່ານ, ຍິງ 10 ທ່ານ. ກອງປະຊຸມການປຶກສາຫາລື ແລະ ແນະນຳກ່ຽວກັບການຄຸ້ມຄອງຄວາມສ່ຽງຈາກການປ່ຽນແປງດິນຟ້າອາກາດຄັ້ງນີ້ແມ່ນຈະໄດ້ດໍາເນີນເປັນເວລາ 2 ວັນ, ແຕ່ວັນທີ 5-6/10/2022. ຈຸດປະສົງ:. ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ຜູ້ຮ່ວມຈັດຕັ້ງປະຕິບັດໂຄງການເຂົ້າໃຈກ່ຽວກັບຄວາມໝາຍຂອງການໃຊ້ ‘ວິທີການແບບບົດບາດຍິງ-ຊາຍ ເພື່ອການພັດທະນາ’ ເຂົ້າໃນການຈັດຕັ້ງປະຕິບັດໂຄງການ; ຮູ້ເຖິງ ພາລະບົດບາດຜູ້​ປະ​ສານ​ງານ​ບົດ​ບາດ​ຍິງ-ຊາຍ ແລະ ຜູ້ຈັດຕັ້ງປະຕິດບັດໂຄງການໃນການຈັດຕັ້ງປະຕິບັດ ແຜນປະຕິບັດງານບົດບາດຍິງ-ຊາຍ ແລະ ວຽກງານຕິດຕາມປະເມີນຜົນ ໂດຍການອົບຮົມໃດ້ໃດ້ນໍາໃຊ້ວິທີການອົບຮົມແບບມີສ່ວນຮ່ວມ ໂດຍມີການຫຼິ້ນເກມການຮຽນຮູ້, ການສົນທະນາກຸ່ມຍ່ອຍ , ກຸ່ມໃຫຍ່ ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນແບບຕົງໄປຕົງມາ. ໝາກຜົນ ຫຼື ຜົນໄດ້ຮັບ: ພາຍຫຼັງສຳເລັດການອົບຮົມ ຜູ້ເຂົ້າຮ່ວມເຂົ້າໃຈເລິກເຊິ່ງ ແລະ ສາມາດອະທິບາຍໄດ້ ກ່ຽວກັບແນວຄວາມການສົ່ງເສີມບົດບາດຍິງຊາຍເພື່ອການພັດທະນາ, ການມີສ່ວນຮ່ວມທາງສັງຄົມ, ພາລະບົດບາດຂອງແຕ່ລະພາກສ່ວນ. ທີ່ສຳຄັນ ທຸກຂະແໜງການຍັງໄດ້ວິເຄາະສະພາບການມີສ່ວນຮ່ວມຂອງຍິງຊາຍໃນຂົງເຂດວຽກງານຂອງຕົນແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ ພ້ອມສ້າງເປັນແຜນປະຕິບັດງານຂອງຕົນ ເພື່ອນຳໄປຈັດຕັ້ງປະຕິບັດ.

0
0
0
s2sdefault

ຫ້ອງການປະສານງານໂຄງການ ຄສກສ ແຂວງເຊກອງ ໄດ້ເປີດກອງປະຊຸມເຜີຍແຜ່ດຳລັດວ່າດວ້ຍກຸ່ມ ແລະ ສະຫະກອນສະບັບເລກທີ 606 /ລບ,ລົງວັນທີ 26/11/2020 ແລະ ແນະນຳຄວາມຮູ້ທົ່ວໄປກຽ່ວກັບສະຫະກອນກະສິກໍາ ແລະ ປ່າໄມ້ ໃຫ້ສະມາຊິກກຸ່ມ ເປົ້້າໝາຍຂອງໂຄງການ, ທີ່ຫ້ອງປະຊຸມບ້ານພັກແອນນາ, ເມືອງທ່າແຕງ, ຄັ້ງວັນທີ 17 - 19/10/2022, ໂດຍການເປັນປະທານຮ່ວມໂດຍທ່ານ ບຸນສົ່ງ ລຳມະຍົດ, ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ຜູ້ຊີ້ນຳໂຄງການຂັ້ນແຂວງ, ແລະ ທ່ານ ສຸພົນ ໄຊສະຫງ່າ ຮອງເຈົ້າເມືອງ ເມືອງ ທ່າແຕງ ທັງເປັນຜູ້ຊີ້ນຳໂຄງການ ຄສກສ ຂັ້ນເມືອງ, ກອງປະຊຸມໄດ້ມີຜູ້ເຂົ້າຮ່ວມຈາກຄະນະວິຊາການ ກົມສົ່ງເສີມ ກະສິກຳ ແລະ ສະຫະກອນ, ພະແນກກະສິກຳ ແລະ ປ່າໄມ້ແຂວງ,ໂຄງການ ຄສກສ ຂັ້ນແຂວງ, ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ, ໂຄງການ ຄສກສ ຂັ້ນເມືອງ ,ພະແນກອຸດສະຫະກຳ ແລະ ການຄ້າ,ພະແນກການເງິນ ຫ້ອງການ ອຸດສະຫະກຳ ແລະ ການຄ້າ,ຫ້ອງການການເງິນ ແລະ ອາກອນ ຄະນະບໍລິຫານ ແລະ ສະມາຊິກກຸ່ມ ຈາກ 3 ບ້ານເປົ້າໝາຍ ທີ່ຈະສ້າງເປັນສະຫະກອນຄື : ບ້ານຫຼັກຂາວ, ບ້ານໂກງຕາຢູນ ແລະ ບ້ານຫົວເຊໂດນ ເຊີ່ງມີຈຳນວນຜູ້ເຂົ້າຮ່ວມທັງໝົດ 63 ຍິງ 21 ທ່ານ.

Cooperative Serminar2